ຫຼາຍຄົນອາດຈະຄິດວ່າຄວາມລໍ່າລວຍເງິນທອງຄື ບໍ່ເກີດຂອງຄວາມສຸກ ແຕ່ເຈົ້າຈະມີຄວາມສຸກກັບເງິນ
ທີ່ຫາມາໄດ້ແນວໃດຫາກສຸຂະພາບໍ່ເອື້ອອຳນວຍ
ຕ້ອງເຂົ້າໂຮງໝໍໄປພົບໝໍຫຼາຍກວ່າໄດ້ເດີນທາງໄປແຫຼ່ງທ່ອງທ່ຽວ ສຸຂະພາບຈຶ່ງເປັນເລື່ອງທີ່
ຈະຕ້ອງໃຫ້ຄວາມສຳຄັນທັງສຸຂະພາບກາຍ ແລະ ສຸຂະພາບຈິດໃຈ ເຊິ່ງສາມາດເຮັດໄດ້ດັ່ງຕໍ່ໄປນີ້
1. ຮັບປະທານອາຫານໃຫ້ຄົບ 5 ໝູ່ ແລະ ຮັບປະທານໃຫ້ຕົງເວລາ
ໃນທຸກໆມື້ພະຍາຍາມຮັບປະທານອາຫານໃຫ້ຄົບ 5 ໝູ່ ຢ່າງພໍພຽງຕາມຄວາມຕ້ອງການຂອງຮ່າງກາຍ ແລະ ຄວນຮັບປະທານໃຫ້ຕົງເວລາເປັນປະຈຳທຸກວັນ ໂດຍມື້ເຊົ້າຖືວ່າເປັນມື້ທີ່ສຳຄັນ
ທີ່ສຸດຈື່ງບໍ່ຄວນທີ່ຈະງົດ ສ່ວນຕອນແລງຄວນຮັບປະທານແຕ່ໜ້ອຍ ແລະ ບໍ່ຄວນຮັບປະທານຫຼັງ 6 ໂມງ ເພາະຫາກຮັບປະທານເດີກເກີນໄປໃກ້ເວລານອນ
ອາດຈະເຮັດໃຫ້ຮ່າງກາຍບໍ່ໄດ້ຮັບການພັກຜ່ອນຢ່າງເຕັມທີ່
2. ດື່ມນໍ້າໃຫ້ພໍພຽງ
ພະຍາຍາມດື່ມນໍ້າໃຫ້ໄດ້ມື້ລະ 8 ຈອກ ເພາະການດື່ອມນໍ້າຢ່າງພໍພຽງມີປະໂຫຍດຕໍ່ຮ່າງກາຍຫຼາຍ ທັງໃນເລື່ອງຂອງສຸຂະພາບ
ແລະ ຄວາມສວຍຄວາມງາມ ບໍ່ວ່າຈະເປັນຊ່ວຍໃຫ້ລະບົບໝຸນວຽນໂລຫິດເປັນໄປຢ່າງປົກກະຕິ
ຊ່ວຍເຜົາຜານໄຂມັນໃນຮ່າງກາຍ ຊ່ວຍໃຫ້ຜິວມີຄວາມຊຸ່ມຊື່ນ ດູສົດໃສເປັ່ງປັ່ງ
3. ອອກກຳລັງກາຍຢ່າງສະໝໍ່າສະເໝີ
3. ອອກກຳລັງກາຍຢ່າງສະໝໍ່າສະເໝີ
ຄວນຫາເວລາອອກກຳລັງກາຍໃຫ້ໄດ້ຢ່າງນ້ອຍອາທິດລະ 3-4 ຄັ້ງ ຄັ້ງລະປະມານ 30 ນາທີ ນອກຈາກການອອກກຳລັງກາຍຈະຊ່ວຍໃຫ້
ສົດຊື່ນຜ່ອນຄາຍແລ້ວ ຍັງຊ່ວຍໃຫ້ກ້າມເນື້ອຄວາມແຂງແຮງ ຊ່ວຍໃຫ້ປອດ ແລະ ຫົວໃຈເຮັດວຽກໄດ້ດີ
ອີກຄັ້ງຍັງຊ່ວຍສະຫຼາຍໄຂມັນ ເຊິ່ງຈະຊ່ວຍລົດຄວາມອ້ວນໄດ້ອີກດ້ວຍ
4. ນອນຫຼັບພັກຜ່ອນຢ່າງພໍພຽງ
ນອນຫຼັບພັກຜ່ອນໃຫ້ໄດ້ມື້ລະ 6-8 ຊົ່ວໂມງ ການນອນຫຼັບພັກຜ່ອນຢ່າງພໍພຽງບໍ່ພຽງແຕ່ຮ່າງກາຍຈະຊ້ອມແຊມຕົວ
ເອງໄດ້ຢ່າງເຕັມທີ່ເທົ່ານັ້ນ ແຕ່ຍັງເຮັດໃຫ້ຕື່ນຂຶ້ນມາພ້ອມກັບຄວາມສົດຊື່ນແຈ່ມໃສ່ ມີພະລັງໃນການເຮັດວຽກ ແລະ ການໃຊ້ຊີວິດ
5. ຫຼີກລ້ຽງພຶດຕິກຳທີ່ສົ່ງຜົນເສຍຕໍ່ສຸຂະພາບ
ເປັນທີ່ຮູ້ກັນວ່າ ການສູບຢາ ແລະ ດື່ມເຫຼົ້ານັ້ນເປັນສາເຫດຂອງການເກີດມະເຮັງຕັບ ມະເຮັງປອດ ການຫຼີກລ້ຽງຫຼືພະຍາຍາມ
ລົດ ລະ ເລີກ ພຶດຕິກຳທີ່ສົ່ງຜົນເສຍຕໍ່ສຸຂະພາບເຫຼົ່ານີ້ຈຶ່ງເປັນເຫດຜົນໜຶ່ງທີ່ຈະເຮັດໃຫ້ເຈົ້າມີສຸຂະພາບດີຂຶ້ນ
ເພາະຫາກເຈົ້າບໍ່ຮັບສານພິດເຂົ້າສູ່ຮ່າງກາຍກໍຍ່ອມເປັນການລົດປັດໄຈທີ່ຈະມາທຳລາຍສຸຂະພາບຂອງເຈົ້ານັ້ນເອງ
6. ຮັກສາສຸຂະພາບຈິດໃຫ້ດີ
ການມີສຸຂະພາບຈິດທີ່ດີຍ່ອມສົ່ງຜົນໃຫ້ສຸຂະພາບຮ່າງກາຍດີໄປນຳ ແລະ ການມີສຸຂະພາບຈິດທີດີນັ້ນ
ກໍສາມາດເຮັດໄດ້ໂດຍການທຳຈິດໃຈໃຫ້ລ່າເລີງແຈ່ມໃສ ເບິ່ງໂລກໃນແງ່ບວກຢູ່ສະເໝີ
ຫາກິດຈະກຳທີ່ມັກເຮັດ ເຝິກສະມາທິປະຕິບັດທຳ ເປັນຕົ້ນ
7. ໃຫ້ເວລາກັບຄົນໃນຄອບຄົວ
ຄວາມສຳພັນທີ່ດີພາຍໃນຄອບຄົວ ເປັນແຫ່ງທີ່ມາອີກແຫ່ງໜຶ່ງຂອງຄວາມສຸກ ການໃຫ້ຄວາມສົນໃຈກັບວຽກການງານຈົນ
ລືມທີ່ຈະແບ່ງເວລາໃຫ້ກັບຄົນໃນຄອບຄົວຍ່ອມເຮັດໃຫ້ຄວາມສຸກໃນຄອບຄົວລົດນ້ອຍລົງ
ໃສ່ໃຈກັບຄອບຄົວໃຫ້ຫຼາຍຂຶ້ນສ້າງຄວາມສົມດຸນໃຫ້ກັບຊີວິດສ່ວນຕົວ ແລະ ການເຮັດວຽກ ເທົ່ານີ້ເຈົ້າກໍຫາຄວາມສຸກໄດ້ໃນທຸກໆມື້ໄດ້ແລ້ວ
ສຸຂະພາບຮ່າງກາຍທີ່ແຂງແຮງສົມບູນ ແລະ ການມີສຸຂະພາບຈິດທີ່ດີ ບໍ່ພຽງແຕ່ຈະເຮັດໃຫ້ເຈົ້າສາມາດສຳຜັດກັບຄວາມສຸກທີ່ຢູ່ຂ້າງໜ້າ
ໄດ້ຢ່າງເຕັມທີ່ເທົ່ານັ້ນ ແຕ່ມັນຍັງເປັນແຫຼ່ງກຳເນີດຂອງຄວາມສຸກດ້ວຍຕົວຂອງມັນເອງ ແລະ ມັນຄົງບໍ່ແມ່ນເລື່ອງ
ທີ່ຍາກລຳບາກຫຍັງໃຫ້ເຈົ້າຈະຫັນມາໃສ່ໃຈກັບສຸຂະພາບເສຍແຕ່ບັດນີ້ ເພື່ອທີ່ເຈົ້າຈະໄດ້ມີຄວາມສຸກໄດ້ຫຼາຍຂຶ້ນໃນທຸກມື້ທີ່ຜ່ານໄປ