ປອບ ຫຼື ໂພງ ບໍ່ເຊື່ອຢ່າລົບລູ່ ຫຼື ອາດຈະເປັນສັດສາວາສິ່ງ ມາເບີ່ງນຳກັນເດີ້ພີ່ນ້ອງ ເຫດເກີດວັນທີ່ 24/01/2020 ບ້ານ ຫຼັກ9 ນະຄອນປາກເຊ ແຂວງຈຳປາສັກ ຈາກຜູ້ໃຊ້ເຟສບຸ້ກຊື່:(ນາງ ລັດດາພອນ ລາດລອງເມືອງ) ໄດ້ໂພສວ່າ ມື້ຄືນໄດ້ຍິນແຕ່ສຽງໝາເຫົ່າ ໝາຫອນ ຢູ່ນອກບ້ານ ບໍ່ໄດ້ມີສຽງພາຍໃນເຮືອນແຕ່ຢ່າງໃດ ຖ້າເປັນສັດອາດຈະກິນ ຫຼື ໄລ່ກິນພຽງໂຕດຽວ ບໍ່ໜ້າຈະກິນໝົດລົກເລີຍ
ສ່ວນທີ່ກິນກໍ່ກິນພຽງຕັບ ໄສ້ ເຄື່ອງໃນ ທຸກໂຕແມ່ນກິນລັກສະນະຄ້າຍຄືກັນໝົດທຸກໂຕເຈົ້າຂອງນີ້ກໍ່ເສຍຫາຍຫຼາຍ ເປັດ ໄກ່ ຕາຍເກືອບໝົດ ເຫຼືອ ພຽງໄກ່ແມ່ຟັກ ແລະ ໄກ່ນ້ອຍ 2-3 ໂຕ ແລະ ໄຂ່ທີ່ບໍ່ທັນແຕກ
ໄກ່ຕາຍບໍ່ຮູ້ສາເຫດ ຕື່ນມາສະພາບຕາຍເບິດຄອກ ທີ່ມາ : ນາງ ລັດດາພອນ ລາດລອງເມືອງ