ຂ່າວດ່ວນ ພະນັກງານວິສະຫະກິດລົດເມ ເດືອດຮ້ອນ

ຂ່າວດ່ວນ ພະນັກງານວິສະຫະກິດລົດເມ ເດືອດຮ້ອນ

ສະບາຍດີ ຂ້າພະເຈົ້າຈະມາເວົ້າເລື້ອງລັດວິຊາຫາກິດລົດເມຂົນສົ່ງໂດຍສານ (ຕະຫຼາດເຊົ້າ)ໃນນາມຂະພະເຈົ້າເປັນພະນັກງານຄົນໝຶ່ງທີ່ຮູ້ຈັກຫຼືພີ່ນອ້ງອອ້ມຂ້າງວ່າ ຂອ້ຍມີພີ່ນອ້ງ ເປັນພະນັກງານຂັບລົດເມ

ນັບແຕ່ Covid19ເປັນຕົ້ນມາ ບໍ່ມີເງີນເດືອນໃຫ້ພະນັກງານ ກຳມະກອ່ນ ບໍ່ມີເງີນໃຫ້ໃຊ້ຈ່າຍພາຍໃນຄອບຄົວແລ້ວນັບແຕ່ເດືອນ3ແມ່ນເຮັດວຽກເຕັມເດືອນແຕ່ໃຫ້ເງີນເດືອນພະນັກງານແຕ່900.000ກີບ ທີ່ຈິງເງີນເດື່ອນທີ່ໄດ້ຮັບແມ່ນ 2ລ້ານປາຍກວ່າ ບາດມາຮອດເດືອນ4-5 ບໍ່ມີເງີນເດືອນໃຫ້  ໃຫ້ແຕ່ເງີນມື້ແຕ່35.000 ກີບ ເທົ່ານັ້ນ ຕົກມາເດືອນ6ຈະໃຫ້ແຕ່25.000 ກີບ ເຂົາຈະມີຍັງກິນ ເຂົາກໍ່ຕອ້ງມີລາຍຈ່າຍໃຫ້ລູກໃຫ້ເມຍເຂົາບໍ່ວ່າຈະຄ່ານໍ້າ ຄ່າໄຟ ຄ່າຮຽນລູກແລະກໍ່ຄ່າກິນຄ່າຢູ່ເຂົາອີກ ແລະອີກຢ່າງເຂົາເຮັດວຽກແຕ່5:30 ໂມງ ຫາ 7 ໂມງແລງ ແທນທີ່ເຂົາເຮັດວຽກເກີນຊົ່ວໂມງເຮັດວຽກ ຄວນຈະໃຫ້ເງີນເດືອນເຂົາພໍກິນພໍໃຊ້ ນັບແຕ່ດຽວນີ້ມັນເກີດຍັງຂື້ນເຮັດໃຫ້ພະນັກງານ ກຳມະກອນ ບໍ່ມີເງີນ ເດືອນກິນ ໃຊ້ຈ່າຍໃຊ້ຊອຍ ແລ້ວ ພະນັກງານໃນບໍລິສັດກໍ່ເດືອດຮອ້ນບໍ່ມີເງີນໃຊ້ຈ່າຍ ພາຍໃນຄອບຄົວຂອງເຂົາ

ດັ່ງນັ້ນ ຢາກຈະໃຫ້ຂັ້ນເທິງ ຄົ້ນຄວ້າພິຈາລະນາ ກວດກາ ພາກລັດ ລົງຕິດຕາມແກ້ໄຂ ບັນຫາທີ່ເກີດຂື້ນ ເພາະດຽວນີ້ພະນັກງານຂັບລົດເມ ກຳມະກອນກໍ່ລາອອກ ເພາະບໍ່ມີເງີນໃຫ້ ມັນເກີດຫຍັງຂື້ນ ເປັນຫຍັງຈຶ່ງບໍ່ຊວ່ຍເຫຼືອ ແທນທີ່ຈິງແລ້ວລົດເມກໍ່ເປັນສັບສົມບັດຂອງລັດຖະບານ ຄວນຈະຊວ່ຍເຫຼືອໃຫ້ພະນັກງານມີຢູ່ມີກິນ (ຖ້າບໍລິຫານຈັດການບໍ່ໄດ້ ກໍ່ຄວນຈະປ່ຽນຜູ້ບໍລິຫານຄືນໃໜ່ ໃຫ້ມັນດີຂື້ນ ກວ່າເກົ່າ )  ດັ່ງນັ້ນຈຶ່ງຮຽນມາເຖີງທ່ານໝວ່ຍງານຮັບຜິດຊອບແກ້ໄຂດວ່ນ (ຂໍຂອບໃຈ)ທີ່ເສຍເວລາອັນມີຄ່າຂອງທ່ານ ມາອ່ານ ແລະເຫັນໃຈພະນັກງານ ກຳມະກອນທີ່ເຮັດວຽກມາຫຼາຍປີ ເສຍວຽກເຮັດງານທຳ ຕອ້ງຂໍຂອບໃຈຫຼາຍໆ(ເປັນໄປໄດ້ກໍ່ຢາກໃຫ້ບັນດາທ່ານກົດແຊ່ໃຫ້ໄປເຖີງລັດຂັ້ນເທີງຊາບລົງມາກວດກາ ກວດສອບ ທີ່ມັນເກີດຂື້ນ)  ຕອ້ງຂອບໃຈຫຼາຍໆ

ສາລະໜ້າຮູ້