ຄວາມຈິງຕາມນີ້! ປະເດັນກະແສຂ່າວ ສປ ຈີນ ຍຶດ ເຂື່ອນລາວ

ຄວາມຈິງຕາມນີ້! ປະເດັນກະແສຂ່າວ ສປ ຈີນ ຍຶດ ເຂື່ອນລາວ

ຈາກປະເດັນທີ່ສັງຄົມອອນລາຍ ມີການວິພາກວິຈານ ແລະ ແບ່ງປັນເນື້ອຫາຂ່າວກ່ຽວກັບ ສປປ ລາວ ວ່າເຂື່ອນໄຟຟ້າຂອງລາວຖືກ ສປ ຈີນ ຍຶດມາເປັນຂອງຕົນ, ເຮັດໃຫ້ສັງຄົມເກີດຄວາມເຂົ້າໃຈຜິດ ແລະ ຕັ້ງຄໍາຖາມຕໍ່ລັດຖະບານໄປຕ່າງໆນາໆ, ຫຼ້າສຸດ ລັດວິສາຫະກິດໄຟຟ້າລາວ ໄດ້ອອກມາຊີ້ແຈງເຖິງຄວາມຈິງກ່ຽວກັບປະເດັນດັ່ງກ່າວແລ້ວ.

ຈາກປະເດັນຂ່າວທີ່ວ່າ ທາງການຈີນຈະຍຶດລະບົບສາທາລະນຸປະໂພກຂອງປະເທດລາວ ໂດຍສະເພາະເຂື່ອນ ແລະ ສາຍສົ່ງ ຄວາມຈິງແລ້ວ ບໍ່ມີການຍຶດໃດໆ ທາງລັດຖະບານຈີນ ຫຼື ບໍລິສັດຈີນ ພຽງແຕ່ເປັນການຮ່ວມມືລະຫວ່າງລາວ-ຈີນ ທີ່ມີມາຍາວນານທີ່ຈະພັດທະນາລະບົບສາຍສົ່ງແຮງສູງຮ່ວມກັນ. ລັດຖະບານລາວ ແລະ ຟຟລ ຢືນຢັນວ່າ: ການຄວບຄຸມບໍລິຫານຈັດການທາງດ້ານພະລັງງານໄຟຟ້າຍັງຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານລາວ ບໍ່ແມ່ນຂອງລັດຖະບານປະເທດອື່ນ.

ການເຂົ້າມາຂອງບໍລິສັດ CSG ທີ່ຈິງແລ້ວເປັນເລື່ອງທີ່ທາງການຈີນສົ່ງລັດວິສາຫະກິດຂອງຈີນເຂົ້າມາຊ່ວຍເຫຼືອລັດຖະບານລາວ ທັງໃນແງ່ເຕັກນິກ, ເງິນທຶນ ເຊິ່ງຄາດວ່າຈະມີເງິນເຂົ້າມາລົງທຶນໃນລະບົບສາຍສົ່ງໄຟຟ້າຂອງປະເທດລາວຈໍານວນຫຼາຍ ເພື່ອຕອບສະໜອງຄວາມຕ້ອງການໄຟ ທີ່ນັບມື້ນັບຫຼາຍຂຶ້ນ ທັງຢູ່ພາຍໃນ ແລະ ປະເທດອ້ອມຂ້າງ.

ຜ່ານມາຫຼາຍສິບປີລັດຖະບານລາວມີການເປີດກ້ວາງ ການລົງທຶນຂອງພາກເອກະຊົນ ສໍາປະທານໃນແຫຼ່ງຜະລິດ ແຕ່ປັດຈຸບັນໄດ້ເປີດໃຫ້ມີການສໍາປະທານສາຍສົ່ງໄດ້ ແຕ່ ຟຟລ ຍັງເປັນຜູ້ຄວບຄຸມ ແລະ ບັນຊາການເດີນເຄື່ອງໄຟຟ້າ. ເພື່ອຄວາມໝັ້ນຄົງທາງດ້ານພະລັງງານຂອງຊາດ ແລະ ຕອບສະໜອງນະໂຍບາຍຂອງບັນດາປະເທດອາຊຽນ ໃນກອບການຮ່ວມມືທາງດ້ານພະລັງງານທີ່ສົ່ງເສີມໃຫ້ມີ Asian Power Grid ຫຼື ການເຊື່ອມໂຍງກັນ ດ້ວຍລະບົບສົ່ງໄຟຟ້າ ໃນບັນດາປະເທດອາຊຽນເພື່ອຄວາມໝັ້ນຄົງທາງດ້ານພະລັງງານຂອງທັງໝົດໃນອາຊຽນ.

ລັດຖະບານລາວຄາດໝາຍວ່າ ຄວາມຮ່ວມມືລະຫວ່າງລາວ ແລະ ຈີນ ຈະສ້າງໂອກາດທາງດ້ານການຕະຫຼາດໃຫ້ເພີ່ມຂຶ້ນ ໂດຍການຂະຫຍາຍໄຟຟ້າເຂົ້າສູ່ຈີນ ແລະ ກຸ່ມປະເທດ CLMV ເພີ່ມຕື່ມ ຫາກລະບົບສາຍສົ່ງໄຟຟ້າສາມາດເຊື່ອມໂຍງກັນໄດ້ທັງໝົດ.

ທ້າຍທີ່ສຸດແລ້ວ ພາຍໃຕ້ຮູບແບບສໍາປະທານທັງລະບົບສາຍສົ່ງ ແລະ ເຂື່ອນໄຟຟ້າພະລັງງານນໍ້າທັງໝົດ ທີ່ໄດ້ກໍ່ສ້າງ ແລະ ຈັດຕັ້ງປະຕິບັດໃນປະເທດລາວໄປແລ້ວ ຕໍ່ໄປອະນາຄົດຈະຖືກໂອນເປັນຊັບສິນຂອງລັດຖະບານລາວ ທັງໝົດຕາມສັນຍາ BOT ເຊິ່ງເປັນຮູບແບບການລົງທຶນທີ່ເປັນມາດຕະຖານສາກົນ ແລະ ຄາດໝາຍວ່າ ມູນຄ່າຊັບສິນທັງໝົດທີ່ຈະໂອນເປັນຂອງລັດຖະບານລາວຈະມີມູນຄ່າມະຫານສານ.

ຂ່າວທົ່ວໄປ