ຊ່ວຍແຊ!!! ຫາຜູ້ໃຈບຸນໃຫ້ຄວາມຊ່ວຍເຫຼືອຄອບຄົວນີ້ແດ່

ຊ່ວຍແຊ!!! ຫາຜູ້ໃຈບຸນໃຫ້ຄວາມຊ່ວຍເຫຼືອຄອບຄົວນີ້ແດ່

ເລື່ອງ: ມີຄອບຄົວ1ເດີນທາງມາແຕ່ອັດຕະປຶເປັນຄອບຄົວທີ່ທຸກຍາກ ຫາເຊົ້າກິນຄ່ຳ ມີຈຸດຫມາຍປາຍທາງຊິໄປໄຊຍະບູລີເພື່ອຈະໄປຊອກຫາຍາດພີ່ນ້ອງທາງເມຍລາວ ບໍ່ຮູ້ວ່າຍາດພີ່ນ້ອງຈະຊ່ວຍເຫລື່ອບໍ່  ເພາະບໍ່ໄດ້ຕິດຕໍໄປທາງນັ້ນໄດ້7ປີແລ້ວ

ສວ່ນທາງຜົວບໍ່ມີພີ່ນ້ອງພໍ່ແມ່ກະຕາຍປະໝົດ  ເຂົາເຈົ້າຈ້າງລົດມາແຕ່ອັດຕະປຶລະຫວ່າງທາງຫາເງີນເດີນທາງຊື້ເຂົ້າຊື້ນ້ຳຫມົດບ່ອນໃດທີ່ພາກັນຫາວຽກເຮັດໄດ້ເງີນລະໄປໝົດ  ວານນີ້ໄດ້ເດີນທາງມາແຕ່ວຽງມາຮອດບ້ານໂພນສະຫວ່າງ ເມືອງວັງວຽງ ແຂວງວຽງຈັນ  ເຊີ່ງເປັນບ້ານຂ້າພະເຈົ້າຢູ່ ລາວລົງລົດພາລູກກັບເມຍຫາວຽກເຮັດເພື່ອໃຫ້ໄດ້ເງີນຊື້ເຂົ້າຊື້ຢາໃຫ້ລູກ ແຕ່ຊອກໃສໃຜກະບໍ່ໃຫ້ເຮັດຈົນມາຮອດເຮືອນຂ້າພະເຈົ້າ.

ລາວກະຂໍພັກຜ່ອນແລະຂໍວຽກເຮັດນຳຂໍແຕ່ໃຫ້ທີ່ພັກກັບເຂົ້າໃຫ້ລູກກິນ ລູກພັດບໍ່ສະບາຍທັງສອງເປັນໄຂ້ຄໍແດງທັງສອງຄົນ ແມ່ຂ້າພະເຈົ້າຄິດອີ່ຕົນເລີຍຮັບໃຫ້ພັກແລະຢູ່ກິນນຳຊົ່ວຄາວມາໄດ້2ຄືນແລ້ວ

ຫາກຜູ້ໃດໃຈບຸນກະຊ່ວຍເຫລື່ອຄອບຄົວລາວແດ່ເດີ

ຫາກຜູ້ໃດໃຈບຸນກະຊ່ວຍເຫລື່ອຄອບຄົວລາວແດ່ເດີ ຫາກໃຜຕ້ອງຊ່ວຍເຫລືອແຊ໌ສຊ່ວຍກັນໃຫ້ຄົນອື່ນເຫັນພໍມີວຽກໃຫ້ລາວເຮັດແລະມີທີ່ພັກໃຫ້ຄອບຄົວລາວແດ່ເດີ

ຫາກໃຜໃຈບຸນຊ່ວຍຄົນລະສິບລະຊາວພໍໃຫ້ລາວມີເງີນຊື້ຢາແລະພາລູກໄປໂຮງຫມໍ ຊ່ວຍໄດ້ເດີຕິດຕໍ່ທາງເຮົາຫລືມາດ້ວຍຕົນເອງກະໄດ້  ຕອນນີ້ພັກຢູ່ເຮືອນແມ່ອຳຫລືປ້າອຳເດີ  ເບີ 02078789446  ວອດແອັບ 52912713

ຂ່າວທົ່ວໄປ