ຂົນຫົວລຸກຫຼົງທາງເຂົ້າໄປໃນເມືອງຮ້າງ 5 ຊົ່ວໂມງກວ່າຈະອອກມາໄດ້

ຂົນຫົວລຸກຫຼົງທາງເຂົ້າໄປໃນເມືອງຮ້າງ 5 ຊົ່ວໂມງກວ່າຈະອອກມາໄດ້

(ເປັນຄວາມເຊື່ອສ່ວນບຸກຄົນກະລຸນາໃຊ້ວິຈາລະນະຍານໃນການຮັບຊົມ) ໄດ້ຮັບຂໍ້ຄວາມຈາກຜູ່ໃຊ້ເຟສບຸກຄົນໜື່ງໄດ້ເວົ້າວ່າ “ທີ່ຈິງພວກເຮົາຊິໄປນອນທີ່ແຂວງເຊກອງລະຫລົງທາງ ໄປຖາມຄະເຈົ້າແຖວນັ້ນລະຖາມຜິດ ແທນທີ່ຊິຖາມວ່າໄປແຂວງເຊກອງໄປທາງໃດ ລະບໍ່ຖາມ ໄປຖາມວ່າໄປ ແຂວງອັດຕະປື ໄປທາງໃດ. ຄະເຈົ້າລະຊີ້ມືໄປທາງເມືອງສະໜາມໄຊ ວ່າໄປທາງນິ້ກະໄດ້ວ່າຊັນ ຂີ່ເຂົ້າໄປໄດ້ຊົ່ວໂມງ 1 ທາງລະນ້ອຍເຂົ້ານ້ອຍເຂົ້າ ບ້ານຄົນກະບໍ່ມີ ມີແຕ່ປ່າ ມືດແທ້ມືດວ່າ

ພາກັນຢ້ານແຫຼະ ລະຊວນກັນກັບ ແຕ່ໂຊເຟີ້ເພິ່ນວ່າກະເທີນໄດ້ມາລະ ໄປຕໍ່ຊະວ່າຊັນ ທາງກະຍາກໆ ແບບວ່າມີຮອງນໍ້າໄຫລຢູ່ກາງທາງຫັນນະ ຝົນກະຕົກແນ່ກ່ອນໜ້າພວກເຮົາໄປຫັນນະ ລະທາງມັນມື່ນ ຂີ່ໄວກະບໍ່ໄດ້ ລົດມັນເຕ້ວ ບາງບ່ອນກະເປັນຂູມເປັນບວກບັກໃຫຍ່ ຂີ່ໄປໄກເຕີບ ຊົ່ວຊິເຫັນບ້ານຄົນ ຊົ່ວຊິເຫັນລົດຂີ່ກາຍ ຈັກຢ້ານໂຈນຢ້ານຜີ ແຕ່ກະຍັງບໍ່ຮູ້ວ່າແມ່ນທາງໄປເມືອງສະໝາມໄຊ ຈົນຂີ່ໄປຮອດທາງຍາກໆເກືອບໄປບໍ່ໄດ້ ລະຈອດເບີ່ງທາງ ແນມໄປເຫັນ ບ້ານຮ້າງ ເມືອງຮ້າງ ຄົນບໍ່ມີເລີຍ ເຮືອນຫລັງໃດກະແຕກ ຫລັງຄາລຸ ກໍາແພງເຮືອນລຸ ປ່ອງຢ້ຽມບໍ່ມີເລີຍ ຈັງຮູ້ວ່າໄປຫລົງທາງຢູ່ເມືອງສະໝາມໄຊ

ຂີ່ລົດຄວາມໄວມີແຕ່ 20-30 ກິໂລແມັດຕໍ່ຊົ່ວໂມງ ຂີ່ໄວກະບໍ່ໄດ້ ທາງແຄບ ນ້າສາວເຮົານັ່ງທາງໜ້າເຫັນຜູ້ເຖົ້າຈູງເດັກນ້ອຍຍ່າງລະລົດທີ່ພວກເຮົາຂີ່ຕໍາໄປວ່າຊັນແຕ່ລົດບໍ່ເປັນຫຍັງ(ໜ້າຈະແມ່ນຜີ) ບາງຄົນກະເຫັນຮາວຕາກເຄື່ອງ ລະເຄື່ອງທີ່ຕາກກະມີແຕ່ເຄື່ອງໃຫມ່ໆງາມໆຢູ່ວ່າຊັນ ເຫັນມີຄົນຢືນຢູ່ໃນຄວາມມືດກຳລັງໃຊ້ຊີວິດເໝືອນຊາວບ້ານທົ່ວໄປ(ໜ້າຈະແມ່ນຜີ) ສ່ວນຄົນອຶ່ນແມ່ນເຫັນຕົ້ນໄມ້ໃຫຍ່ສີຂາວສູງໆວ່າຊັນ ຄິດໄປຄິດມາລະບໍ່ແມ່ນຕົ້ນໄມ້ ເພາະວ່າໃນຫັນບໍ່ມີໄຟ ລະໄຟຕາລົດກະບໍ່ໄດ້ປີ່ນໄປທາງນັ້ນອີກ

ເປັນຫຍັງຄືເຫັນເປັນຕົ້ນໄມ້ໃຫຍ່ສີຂາວຫັນນະ(ໜ້າຈະແມ່ນຜີເຜດ) ເຫັນລົດຂີ່ກາຍສີ່ຫ້າຄັນ ຂີ່ບັກໄວໆ ເອົາແວ່ນລົດລົງກ້ວກມືຊິຖາມທາງຄະເຈົ້າ ຄະເຈົ້າກະບໍ່ຈອດ(ໜ້າຈະແມ່ນຜີ) ຊົ່ວຊິອອກມາໄດ້ ຕິດຢູ່ໃນຫັນກະ 5 ຊົ່ວໂມງ ຕອນອອກມາໄດ້ແມ່ນເວລາ 1 ໂມງກາງຄືນ ຫຼັງຈາກອອກມາໄດ້ ໄປຖາມທາງຄົນແຖວນັ້ນ ຄະເຈົ້າຖາມວ່າພວກເຈົ້າບໍ່ເຫັນຫຍັງຫວາ

ແຕ່ຄະໜາດໄປຕອນເວັນມັນຍັງຢືນກ້ວກມືຢູ່ຄົນໄປກ້ານກົບເຂົາໄປເຫັນມາຫຼາຍຄົນແລ້ວບໍ່ມີໃຜກ້າໄປແຖວນັ້ນດອກ ເມື່ອອອກມາໄດ້ຈື່ງຮູ້ວ່າ ໝູ່ບ້ານຮ້າງ ເມືອງຮ້າງນັ້ນ ເຄີຍເກີດເຫດເຂື່ອນແຕກໃນ 2 ປີກ່ອນ” ເຫດການນີ້ເກີດຂື້ນໃນຕົ້ນເດືອນ ຕຸລາ 2020 ທີ່ຜ່ານມາ ເຊີ່ງກຸ່ມນັກທ່ອງທ່ຽວປະມານ 5 ຄົນຂີ່ລົດຕູ້ໄປທ່ອງທ່ຽວໄດ້ເຫັນເຫດການແລະໄດ້ເລົ່າເຫດການເປັນຕາຢ້ານໃຫ້ຟັງເປັນອຸທາຫອນສອນໃຈ (ເປັນຄວາມເຊື່ອສ່ວນບຸກຄົນກະລຸນາໃຊ້ວິຈາລະນະຍານໃນການຮັບຊົມ)

ຂ່າວທົ່ວໄປ