ພໍ່ຕຸລະກີຕັ້ງຊື່ທລູກຄົນທຳອິດເກີດ – ນິວສະແຟນ ລາຍງານຊະຕາກຳຂອງພໍ່ຄົນຜູ້ມີພັນລະຍາ 2 ຄົນ ແລະລູກອີກ 19 ຄົນ ແຕ່ກັບມາຕົກງານເນື່ອງຈາກການລະບາດໃຫຍ່ຂອງໂຄວິດ-19 ທຳລາຍຄວາມຫວັງທີ່ຈະດິ້ນລົນຫາລ້ຽງຄອບຄົວໄດ້ອີກ ແລະຢ້ານວ່າ ສະມາຊິກໃນບ້ານຈະຫິວໂຫຍແລະອົດຕາຍ
ທ້າວເຊແອນ ເກແຊ ຊາວເມືອງແລະຈັງຫວັດດີຢາບາກີ ທາງຕະວັນອອກສ່ຽງໃຕ້ຂອງຕຸລະກີ ເຖິງກັບຕັ້ງຊື່ເກີດຄົນຫລ່າສຸດ “ເຢແທນ” (Yeter) ຊຶ່ງມີຄວາມຫມາຍໃນພາສາຕຸລະກີ “ພໍ່” ແລະຕັດທໍ້ວ່າ “ຫາກຂ້ອຍຮູ້ວ່າໂລກລະບາດຈະເກີດຂຶ້ນ ຈະບໍ່ມີລູກຫລາຍຂະນາດນີ້”
ປັນຫາການເງິນຂອງຄອບຄົວເກແຊນເຮັດໃຫ້ບາງຄັ້ງອາຫານບໍ່ພໍກິນ ລູກ 19 ຄົນ ຕ້ອງເຂົ້ານອນໂດຍບໍ່ມີອາຫານຕົກທ້ອງ ນອກຈາກນີ້ ລູກສາວ 4 ຄົນ ແລະລູກຊາຍ 1 ຄົນ ບໍ່ສາມາດໄປໂຮງຮຽນໄດ້ ອີກທັ້ງ ຄອບຄົວຈຳຕ້ອງເອົາລູກສາວຄົນຫນຶ່ງອາຍຸ7 ປີອອກຈາກໂຮງຮຽນກາງເທີມຮຽນດ້ວຍ
“ຂ້ອຍກຳລັງຢື່ນຄຳຮ້ອງໃຫ້ລັດຖະບານ ນາຍົກລັດຖະມົນຕີ ແລະປະທານາທິບໍດີຕຸລະກີ ຄຸ້ມຄອງຄອບຄົວເຮົາດ້ວຍ ເຮົາກຳລັງມີຊີວິດຢູ່ຢ່າງອານາຖາ ຫາກເຮົາບໍ່ໄດ້ຮັບຄວາມຊ່ວຍເຫລືອຈະອົດຕາຍທັ້ງຫມົດໃນບໍ່ຊ້າ” ທ້າວເຊແອນກ່າວ
ສ່ວນຄວາມເປັນມາຂອງເມຍ 2 ຄົນ ແມ້ວ່າທັ້ງສາມີຈະຮັກຄອບຄົວຂະນາດໃວ ແຕ່ກໍ່ໃຊ້ເວລານານພໍສົມຄວນກວ່າຈະປັບຕົວເຂົ້າຫາກັນໄດ້
ນາງດິນເບີ ພັນລະຍາາຄົນທຳອິດມີລູກ 10 ຄົນ ແລະ ນາງອີກລາມີຢາ ພັນລະຍາຄົນທີ່ສອງມີລູກ 9 ຄົນ ເປີດເຜີຍວ່າຕອນນີ້ທັ້ງຄູ່ມີຄວາມສຸກແລະຄອຍຊ່ວຍເຫລືອກັນແລະກັນໃນບ້ານ
“ຕອນທຳອິດກໍ່ຄິດອິດສາພັນລະຍາໃຫມ່ຂອງສາມີເຫມືອນກັນ ແລະຮູ້ສຶກເສົ້າເສຍໃຈເລັກນ້ອຍ ແຕ່ຕອນນີ້ເຮົາເໝືອນພີ່ສາວນ້ອງສາວກັນແລ້ວ ລາວມີລູກເຫມືອນຂ້ອຍ ລູກຂອງລາວເປັນຂອງຂ້ອຍ ລູກຂອງຂ້ອຍເປັນຂອງລາວເຫມືອນກັນ” ນາງດິນເບີເວົ້າອອກມາດ້ວຍຄວາມຈິງໃຈ
ທັ້ງນີ້ ຕຸລະກີຫ້າມຜູ້ຊາຍມີພັນລະຍາຫລາຍຄົນ ແຕ່ສາມາດຫຼິກລ້ຽງກົດຫມາຍໄດ້ ຈະຕ້ອງເປັນການແຕ່ງງານຕາມອິດສະລາມ ດ້ວຍການໃຫ້ພັນລະຍາຕັ້ງແຕ່ຄົນທີ່ສອງເປັນຕົ້ນໄປສົມລົດສະເພາະຕາມພິທີສາສນາ ແຕ່ບໍ່ໄດ້ຈົດທະບຽນສົມລົດຕາມກົດຫມາຍດ້ວຍ ແລະຢູ່ດ້ວຍກັນຄືສາມີພັນລະຍາຕໍ່ໄປ