ກ່ອນໜ້ານີ້ກະແສເລື່ອງມີລົດຄົນຈີນທີ່ເດີນທາງມາຈາກເມືອງອູຮ່ານເຂົ້າສູ່ລາວເປັນທີ່ຮືຮາຫຼາຍ ເນື່ອງຈາກສະຖານທີ່ດັ່ງກ່າວເປັນເຂດເລີ່ມຕົ້ນລະບາດຂອງເຊື້ອໄວຣັສໂຄໂຣນາໃນ ສປ ຈີນ ເຮັດໃຫ້ຜູ້ຄົນທີ່ພົບເຫັນຮູບພາບຂອງຂະບວນລົດນັ້ນຢ້ານກົວ ແລະ ວິຕົກກັງວົນຫຼາຍ, ຫຼ້າ່ສຸດແຈ້ງກາດຈາດກົມຕໍາຫຼວດໃຫຍ່ ແຈ້ງໃຫ້ກັກລົດ 3ຄັນທີ່ເດີນທາງມາຈາກເມືອງອູຮ່ານເພື່ອກວດກາກ່ອນ
ໂດຍອີງຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 189/ປກສ. ລົງວັນທີ 17 ກຸມພາ 2016. ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມຕໍາຫຼວດຈະລາຈອນ; ອີງຕາມ ທິດຊີ້ນໍາຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຄັ້ງວັນທີ 31 ມັງກອນ 2020, ໃຫ້ກົມຕໍາ ຫຼວດຈະລາຈອນອອກແຈ້ງການ ແລະ ອີງຕາມຂໍ້ມູນຂ່າວ ຂອງກະຊວງສາທາລະນະສຸກ ມີລົດ ແລະ ຄົນຈີນ ທີ່ເດີນທາງມາຈາກເມືອງອູຮ່ານ ປະເທດ ຈີນເຂົ້າມາ ສປປ ລາວ ເພື່ອກວດກາ ແລະ ປ້ອງກັນສະກັດກັ້ນພະຍາດລະບາດເຊື້ອໄວຣັສໂຄໂຣນາສາຍພັນໃໝ່
ດັ່ງນັ້ນ, ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ອອກແຈ້ງການ ສະບັບເລກທີ 002/ກຈຈ ລົງວັນທີ 3 ກຸມພາ 2020 ເຖິງ ຫົວໜ້າພະແນກຕໍາຫຼວດຈະລາຈອນ ກອງບັນຊາການ ປກສ ແຂວງ ນະຄອນຫຼວງວຽງຈັນ ໃນທົ່ວປະເທດ ໃຫ້ກວດກາລົດ ແລະ ກັກຊົ່ວຄາວລົດ- ຄົນຈີນ ທີ່ເດີນທາງມາຈາກເມືອງອູຮ່ານ ປະເທດຈີນເຂົ້າມາ ສປປ ລາວ ເພື່ອກວດກາ ແລະ ປ້ອງກັນສະກັດກັ້ນພະຍາດລະບາດເຊື້ອໄວຣັສໂຄໂຣນາສາຍພັນໃໝ່
ເຊິ່ງໃນແຈ້ງລະບຸວ່າ: ໃຫ້ພະແນກຕໍາຫຼວດຈະລາຈອນ ແຂວງ-ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ກວດກາພາຫະນະຂອງຄົນຈີນ ທີ່ເດີນທາງມາຈາກເມືອງ ອູຮ່ານ ( ສປ ຈີນ ) ທີ່ເດີນທາງເຂົ້າມາ ສປປ ລາວ ຕາມຈຸດສະຖານທ່ອງທ່ຽວ, ໂຮງແຮມ, ສູນການຄ້າ ແລະ ສະຖານທີ່ອື່ນໆ ທີ່ມີນັກທ່ອງທ່ຽວຈີນໄປທ່ອງທ່ຽວ ແລະ ພັກຢູ່ຈໍານວນຫຼາຍ ແລະ ໃຫ້ເອົາໃຈໃສ່ຈຸດປ້ອມກວດກາເຂົ້າເມືອງ-ອອກເມືອງຂອງແຕ່ລະແຂວງ ກວດກາພາຫະນະໝາຍເລກທະບຽນດັ່ງນີ້ຕະຫຼອດ 24 ຊົ່ວໂມງ ຈົນກ່ວາຈະມີແຈ້ງການໃຫ້ຍົກເລີກຄື:
ລົດ (ເບັ້ນ) ສີດໍາ ໝາຍເລກທະບຽນ ໂຕໜັງສືຈີນ A95 MID; ລົດ (ເບັ້ນ) ສີດໍາ ໝາຍເລກທະບຽນ ໂຕໜັງສືຈີນ A232 GK ແລະ ລົດຄ້າຍຄື (ຢີ່ຫໍ້ຝົກ) ສີຂາວ ໝາຍເລກທະບຽນ ໂຕໜັງສືຈີນ A.lBD.16.