ຍິ້ມເທື່ອໃດໃຈລະລາຍ! ມາຮູ້ຈັກ ເພັດຕະກຸນ ໃຫ້ຫຼາຍຂຶ້ນ ສິລະປິນຄ້າຍ A-List  ມີດີຫຼາຍກວ່າໜ້າຕາ

ຍິ້ມເທື່ອໃດໃຈລະລາຍ! ມາຮູ້ຈັກ ເພັດຕະກຸນ ໃຫ້ຫຼາຍຂຶ້ນ ສິລະປິນຄ້າຍ A-List ມີດີຫຼາຍກວ່າໜ້າຕາ

ມາຮູ້ຈັກເພັດຕະກຸນ ແລະ ເສັ້ນທາງວົງການບັນເທີງຂອງໜຸ່ມຫຼໍ່ຄົນນີ້ພ້ອມກັນເລີຍ ໜຸ່ມກູ້ໄພທີ່ໜ້າຕາດີ ຫຼື ຮູ້ຈັກກັນດີໃນນາມສິລະປິນຈາກຄ້າຍ A-List ຫຼາຍຄົນຄົງສົງໄສວ່າໜຸ່ມເພັດເຂົ້າວົງການໄດ້ແນວໃດ ແລະ ຮູ້ສຶກແນວໃດທີ່ຢູ່ໃນຖານະສິລະປິນຄົນຫນຶ່ງໃນແວດວົງບັນເທີງລາວ ເຊິ່ງເພັດຕະກຸນໄດ້ໃຫ້ສຳພາດກັບທີມງານຂ່າວມ່ວນວ່າ: “ຍ້ອນແຕ່ກ່ອນ ມີກະແສໃນ facebook ອ້າຍໆຫຼາຍສັງກັດ ເພິ່ນກໍຊວນລອງເຂົ້າໄປສູ່ວົງການບັນເທີງ ຄວາມຮູ້ສຶກທຳອິດຄືຕົກໃຈ ແລະ ຕື່ນເຕັ້ນຫຼາຍ ບໍ່ມີຄວາມໝັ້ນໃຈ ເພາະບໍ່ເຄີຍຄິດວ່າ ຕົນເອງຈະໄດ້ເຂົ້າມາເປັນສ່ວນໜຶ່ງໃນວົງການບັນເທີງດ້ວຍຊໍ້າ” ແຕ່ເມື່ອໜຸ່ມເພັດເຂົ້າມາແລ້ວກໍບໍ່ເຮັດໃຫ້ແຟນໆຕ້ອງຜິດຫວັງ ພ້ອມພັດທະນາ ແລະ ຕັ້ງໃຈຢ່າງສຸດໆ ຜ່ານການສະແດງມິວສິກວິດີໂອຂອງນໍ້າຝົນ ອິນທະວົງ ຖືໄດ້ວ່າຮັບຄຳຍ້ອງຍໍຢ່າງບໍ່ຂາດສາຍ.

ສຳລັບຍາມວ່າງໜຸ່ມຄົນນີ້ມັກເບິ່ງຂ່າວ, ເບິ່ງຮູບເງົາ ແລະ  ຫຼິ້ນກີລາ. ປັດຈຸບັນຫລົງໃຫລ ໃນຄວາມໜ້າຮັກຂອງສັດ ໂດຍສະເພາະໝາ.

ແຖມຍາມວ່າງຍັງມັກຫາກິດຈະກຳດີໆເຊັ່ນ: ເຂົ້າວັດ, ເຮັດບຸນ ພ້ອມມັກຊ່ວຍສັງຄົມ ແລະ ເພື່ອນມະນຸດ ບໍ່ວ່າຈະເປັນການອາສາກູ້ໄພ ຫຼາຍຄົນຄົງຮູ້ກັນດີວ່າທັງຫຼໍ່ ແລະ ໃຈບຸນ ພ້ອມອຸທິດຕົນເພື່ອສັງຄົມ ສົມແລ້ວເປັນແບບຢ່າງທີ່ດີ ແລະ ເຮັດໃຫ້ແຟນຄລັບ ແລະ ຄົນອ້ອມຂ້າງຕ່າງຫຼົງຮັກ.

ສຳລັບເພັດຕະກຸນເລີ່ມເປັນທີ່ຮູ້ຈັກໃນວົງກວ້າງຍ້ອນການເປັນອາສາກູ້ໄພ ແລະ ມີຫຼາຍເພຈນຳເອົາຮູບເພັດຕະກຸນໄປແຊຣ໌ເຮັດໃຫ້ເລີ່ມມີຄົນຕິດຕາມເພີ່ມຂຶ້ນເລື້ອຍໆ ຜູ້ກ່ຽວເຜີຍວ່າ: “ຮູ້ສຶກດີໃຈທີ່ມີຄົນຮູ້ຈັກຫຼາຍ” ເຫັນດູດີຕະຫຼອດແບບນີ້ ໜຸ່ມເພັດຕະກຸນ ກໍມີວິທີຮັກສາຫຸ່ນ ແລະ ດູແລຕົນເອງແນວໃດໃຫ້ດູດີຕະຫຼອດເດີ້ ໂດຍຫຼັກໆແມ່ນຫຼິ້ນກີລາ ແລະ ຮັກສາໂຕເອງ ເຊິ່ງຈະເນັ້ນເປັນການຕີດອກ ແລະ ແລ່ນ ຈາກຄົນທຳມະດາຜັນສູ່ດາລາ ສຳລັບໜຸ່ມຄົນນີ້ກໍບອກວ່າບໍ່ໄດ້ປັບຫຍັງຫຼາຍ ເພາະປົກກະຕິເປັນຄົນອັດຕະຍາໃສດີ ເຂົ້ານຳໄດ້ທຸກຄົນ ບໍ່ຖືໂຕ ບໍ່ຂີ້ຄຸຍ ເປັນຄົນທຳມະດາ ສະບາຍສະບາຍເດີ້.

ສ່ວນເຄື່ອງນຸ່ງທີ່ມັກໃສ່ແມ່ນຊຸດທຳມະດາ ແລະ ຊຸດສຸພາບ ດ້ານອາຫານແມ່ນກິນຫຍັງກໍໄດ້ບໍ່ເລືອກ ອາຫານມັກກິນພິເສດແມ່ນ ໝີ່ກອບ ແລະ ພັດໄທ ມາເວົ້າເຖິງສະເປັກກັນແດ່ຂໍ້ທີ່ແຟນຄລັບຫຼາຍຄົນຢາກຮູ້  ໜຸ່ມເພັດຕະກຸນໃຫ້ສຳພາດກັບມ່ວນວ່າ:​ “ມັກຄົນ ໜ້າຮັກ ສຸພາບ ເວົ້າຟັງຄວາມ ເພາະເປັນຄົນຂີ້ຫວງ ແລະ ປັດຈຸບັນຍັງໂສດເດີ”

“ຈາກການເຂົ້າເປັນສິລະປິນໃນວົງການບັນເທີງ ກໍ່ເຮັດໃຫ້ເພັດໄດ້ຮຽນຫຼາຍຢ່າງເລີຍ ໂດຍສະເພາະປະສົບການດີໆ ຈາກເອື້ອຍອ້າຍໃນວົງການ ແລະ ພ້ອມຈະພັດທະນາຕົນເອງໃຫ້ດີຂຶ້ນຕະຫຼອດ” ສຳລັບໃຜທີ່ຖ້າຮັບຊົມຜົນງານ ອີກບໍ່ດົນຈະໄດ້ເບິ່ງແນ່ນອນ ແຕ່ຖ້າອົດບໍ່ໄຫວໄປສ່ອງພາບຂອງໜຸ່ມຄົນນີ້ທີ່ມ່ວນເອົາມາຝາກກ່ອນກໍໄດ້ເດີ້ ທີ່ອາລະບໍ້າຮູບດ້ານລຸ່ມນີ້.​ ສາມາດກົດຕິດຕາມເພັດຕະກຸນໄດ້ທີ່ເຟສບຸກເພັດຕະກຸນ ບຸນນະຜົນ ຫຼື ກົດທີ່ລິ້ງ: https://www.facebook.com/profile.php?id=100021882995220

 

ຂ່າວບັນເທິງ