ພົບຜູ້ຕິດເຊື້ອໂຄວິດ-19 ໃນລາວເພີ່ມ 2 ກໍລະນີ ທັງສອງເດີນທາງມາຈາກຕ່າງປະເທດ

ພົບຜູ້ຕິດເຊື້ອໂຄວິດ-19 ໃນລາວເພີ່ມ 2 ກໍລະນີ ທັງສອງເດີນທາງມາຈາກຕ່າງປະເທດ

ພົບຜູ້ຕິດເຊື້ອໂຄວິດ-19 ໃນລາວເພີ່ມ 2 ກໍລະນີ ເປັນເພດຊາຍ 1 ຄົນ ແລະ ເພດຍິງ 1 ຄົນ ເຊິ່ງທັງສອງເດີນທາງມາຈາກຕ່າງປະເທດ ເຮັດໃຫ້ຍອດລວມຜູ້ຕິດເຊື້ອໃນປັດຈຸບັນເພີ່ມຂຶ້ນເປັນ 22 ກໍລະນີ. #ຢໍ້າທັງສອງຄົນຖືກກວດພົບເຊື້ອໃນຂະນະຈຳກັດບໍລິເວນ14ວັນ #ບໍ່ໄດ້ເດີນທາງໄປໃສ

ຜູ້ທີ່ກວດພົບຕິດເຊື້ອທັງສອງນັ້ນ, ກໍລະນີທຳອິດເປັນເພດຊາຍ ໄວ 30 ປີ ສັນຊາດລາວ ເປັນພະນັກງານເດີນທາງມາຈາກໄຕ້ຫວັນເມື່ອວັນທີ 11 ສິງຫາ 2020 ແລະ ກໍລະນີທີສອງເປັນເພດຍິງ ອາຍຸ 25 ປີ ສັນຊາດລາວ ເປັນນັກສຶກສາເດີນທາງມາຈາກສະຫະລັດອາເມລິກາໃນວັນທີ 10 ສິງຫາ 2020.

ທັງນີ້ສັງຄົມອາດຈະມີຄວາມກັງວົນກ່ຽວກັບກໍລະນີຕິດເຊື້ອດັ່ງກ່າວ ແຕ່ດ້ານມາດຕະການຈຳກັດບໍລິເວນທີ່ທາງການວາງອອກ ເຮັດໃຫ້ທັງສອງຄົນນີ້ບໍ່ໄດ້ເດີນທາງໄປໃສເລີຍນັບຕັ້ງແຕ່ກັບມາຈາກຕ່າງປະເທດ ໂດຍໄດ້ຈຳກັດບໍລິເວນຕົນເອງຢູ່ທີ່ໂຮງແຮມເຊິ່ງລັດກຳນົດໄວ້ ແລະ ຖືກກວດພົບເຊື້ອໃນວັນທີ 13 ສິງຫາ 2020. ສະນັ້ນຈຶ່ງບໍ່ຄວນແຕກຕື່ນຈົນເກີນໄປ ແລະ ປະຕິບັດຂັ້ນຕອນປ້ອງກັນໂຕເອງ ຕາມທີ່ທາງການວາງອອກ.

ກ່ອນໜ້ານີ້ ລາວກໍພົບຜູ້ຕິດເຊື້ອໃໝ່ (ກໍລະນີທີ 21) ເຊິ່ງເປັນຄົນຕ່າງປະເທດ ແລະ ຖືກກວດພົບເຊື້ອໂຄວິດ-19 ຫຼັງຈາກເດີນທາງມາຈາກຍີ່ປຸ່ນ ເມື່ອວັນທີ 23 ກໍລະກົດ 2020 ເຮັດໃຫ້ລັດຖະບານໄດ້ສັ່ງໃຫ້ຢຸດຊົ່ວຄາວການອະນຸຍາດເຮືອບິນເຊົ່າເໝົາລຳລະຫວ່າງປະເທດ ແລະ ໃຫ້ພາກສ່ວນກ່ຽວຂ້ອງອອກມາດຕະການໃໝ່ທີ່ຮັດກຸມ.

 

ຕັ້ງແຕ່ພະຍາດໂຄວິດ-19 ເລີ່ມລະບາດຄັ້ງທຳອິດໃນທ້າຍເດືອນທັນວາ 2019 ມາຮອດປັດຈຸບັນ, ລາວພົບຜູ້ຕິດ
ເຊື້ອສະສົມພຽງ 22 ກໍລະນີ ເຊິ່ງຖືວ່າຕໍ່າທີ່ສຸດໃນອາຊຽນ ໃນຂະນະທີ່ທົ່ວໂລກມີຜູ້ຕິດເຊື້ອສະສົມລວມຫຼາຍກວ່າ 21 ລ້ານຄົນ, ເສຍຊີວິດແລ້ວຫຼາຍກວ່າ 757,000 ຄົນ ໂດຍປະເທດທີ່ມີການລະບາດໜັກກວ່າໝູ່ແມ່ນສະຫະລັດອາເມລິກາ.
ຂ່າວທົ່ວໄປ