ຄົນມີບຸນວາສະໜາ ຈະບໍ່ເລື່ອນຜ່ານບົດຄວາມນີ້ຂໍ້ ຄິດຄະຕິເຕືອນສະຕິເຕືອນໃຈ
ບຸນເປັນຄວາມດີ ເມື່ອເຮັດປະຈຳ ເກັບສະສົມໄວ້ຫຼາຍເຂົ້າກໍຈະມີກຳລັງ ແລະ ອານຸພາກເປັນວາດສະໜາ ເປັນບາລາມີ ເຊິ່ງເອີ້ນໂດຍທົ່ວໄປວ່າ ວາດສະໜາບາລາມີ
ການເຮັດບຸນມີຫຼາຍວິທີ ເຮັດໄດ້ຫຼາຍທາງ ຢ່າງທີ່ຮູ້ກັນໂດຍທົ່ວໄປເຊັ່ນ ມີນໍ້າໃຈຊ່ວຍເຫຼືອເກື້ອກູນຄົນອື່ນ ເຊິ່ງເອີ້ນວ່າໃຫ້ທານ ຫຼື ບໍ່ບຽດບຽນຄົນອື່ນໃຫ້ເດືອດຮ້ອນດ້ວຍກາຍຫຼືດ້ວຍວາຈາ ປະພຶດຕົນຮຽບຮ້ອຍ ເປັນປົກກະຕິ ຄືຄົນທົ່ວໄປ ທີ່ເອີ້ນວ່າຮັກສາສິນ
ຫຼື ສຳລວມຈິດໃຈໃຫ້ສະງົບນິ້ງ ບັງຄັບຄວບຄຸມໃຈໄດ້ບໍ່ປ່ອຍໃຫ້ຟຸ້ງຊານຄິດເຫຼວເລະນອກເລື່ອງຫຼາຍ ເຊິ່ງເອີ້ນວ່າ ພາວະນາ
ບຸນວາດສະໜາແຂ່ງກັນບໍ່ໄດ້ແຂ່ງເຮືອແຂ່ງພາຍແຂ່ງກັນໄດ້ຫາກຢາກມີບຸນວາດສະໜາດີບາລະມີມາກ ໃຫ້ໝັ່ນເຮັດບຸນສ້າງກຸສົນຄິດແຕ່ສິ່ງດີໆດຶງດູດແຕ່ສິ່ງດີໆເຂົ້າຫາຕົວ ແລະ ຄົນທີ່ເຮົາຮັກຢູ່ສະເໝີ ບໍ່ໄດ້ຢູ່ທີ່ເຈົ້າມີລົດຫຼູຫຼາພຽງໄດ້ຂັບ ແຕ່ຢູ່ທີ່ຂັບລົດກັບບ້ານໄດ້ຢ່າງປອດໄພຫຼືບໍ່ ບໍ່ໄດ້ຢູ່ທີ່ເຈົ້າມີເຮືອນຫຼັງໃຫຍ່ໂຕພຽງໃດ
ແຕ່ຢູ່ທີ່ໃນເຮືອນເຈົ້າມີສຽງຫົວຫຼືບໍ່ ບໍ່ໄດ້ຢູ່ທີ່ພໍ່ແມ່ເຫຼືອມໍລະດົກໄວ້ໃຫ້ເຈົ້າຫຼືບໍ່ ແຕ່ຢູ່ທີ່ພໍ່ແມ່ແຂງແຮງ ໃຫ້ເຈົ້າເບິ່ງແຍງຫຼືບໍ່ ບໍ່ໄດ້ຢູ່ທີ່ເຈົ້າມີຄູ່ຊີວິດສວຍງາມຫຼືຫຼໍ່ພຽງໃດ ແຕ່ຢູ່ທີ່ເຂົາແລະເຈົ້າເຂົ້າໃຈເຈົ້າຫຼືບໍ່ ບໍ່ໄດ້ຢູ່ທີ່
ລູກຂອງເຈົ້າຮຽນເກັ່ງເຮັດວຽກເກັ່ງພຽງໃດ ແຕ່ຢູ່ທີ່ກະຕັນຍູຫຼືບໍ່ ບໍ່ໄດ້ຢູ່ທີ່ຄຳຫວານຫູຫຼືສຽງຕົບມື ເມື່ອເຈົ້າມີເງິນນັ້ນດັງພຽງໃດ ແຕ່ຢູ່ທີ່ ເມື່ອເຈົ້າລົ້ມລົງຍັງມີອີກຫຼາຍມືຍື່ນມາ ດືງໃຫ້ເຈົ້າລຸກຂຶ້ນຍືນໄໝ່ອີກຄັ້ງຫຼືບໍ່
ເພາະສະນັ້ນຢ່າອວດວ່າມີເງິນເພາະຍາມເຈັບປ່ວຍນອນໂຮງໝໍມັນບໍ່ຕ່າງຫຍັງກັບເຈ້ຍ ຢ່າອວດໃນຕຳແໜ່ງໜ້າທີ່ທີ່ມີຢູ່ ເພາະມື້ໃດທີ່ເຈົ້າລົ້ມປ່ວຍຍັງມີຄົນເປັນຈຳນວນຫຼາຍທີ່ທັງເກັ່ງ ແລະ ດີຖ້າແທນຕຳແໜ່ງຕໍ່ຈາກເຈົ້າ
ຢ່າອວດລົດຍົນທີ່ເຈົ້າຂັບເພາະມື້ໃດທີ່ເຈົ້າຈາກໄປ ກະແຈລົດກໍ່ຢູ່ໃນມືຂອງຄົນອື່ນຢ່າອວດວ່າມີເຮືອນຫຼັງໃຫຍ່ໂຕ ມື້ທີ່ເຈົ້າຈາກໄປມັນກໍ່ປ່ຽນເປັນຈອງຄົນອື່ນ ສຸກຢູ່ທີ່ໃດສຸກຢູ່ທີ່ໃຈຮູ້ໃຈໄດ້ສຸກຄວາມສຸກຂອງຄົນເຮົາແຕກຕ່າງກັນ
ບາງຄົນໄປທ່ອງທ່ຽວເພາະມີເວລາມີເງິນບໍ່ມີໃຜໃຫ້ພະວົງ ບາງຄົນມັກຂີ່ລົດຖີບອອກກຳລັງກາຍ ເຫັນສິ່ງສວຍງາມທີ່ຢູ່ຕາມທາງ ບາງຄົນມັກເຂົ້າວັດເຮັດບຸນພາວະນາທຳຈິດໃຈໃຫ້ສະອາດ ໃນລົດພະທຳບາງຄົນມັກເຮັດສວນປູກພືດຜັກເປັນວຽກທີ່ມັກເຮັດທີ່ແສນວິເສດ
ຜູ້ທີ່ເຮັດປະໂຫຍດໃຫ້ກັບສັງຄົມອຸທິດຕົນໃຫ້ສາທາລະນະກຸສົນ ຜູ້ທີ່ອຸທິດຕົນໃຫ້ກັບປະເທດຊາດ ເປັນບຸກຄົນລະດັບມັນສະໝອງເປັນຊັບພະຍາກອນທີ່ມີຄ່າ ການລ້ຽງດູຫຼານເຂົາວ່າແຂງແຮງກວ່າແມ່ນແທ້ ເປັນຄວາມສຸກທີ່ໄດ້ຊ່ວຍ
ລູກສຸດທີ່ຮັກ ແລະ ເຝົ້າເບິ່ງການຈະເລີນເຕີບໂຕ ຂອງເລືອດເນື້ອເຊື້ອໄຂ ການເບິ່ງແຍງສາມີ ແລະ ພັນລະຍາສຸດທີ່ຮັກປະເສີດນັກ ຄົນທີ່ເຄີຍຮ່ວມ ທຸກຮ່ວມສຸກກັນມາເຮັດໃຫ້ຮູ້ວ່ານໍ້າຕານບໍ່ມີວັນຄາຍລົດຫວານ ບາງຄົນໄດ້ເບິ່ງແຍງພໍ່ແມ່ ໂຊກດີທີ່ໄດ້ຮັບໃຊ້ປົນນິບັດພະອໍລະຫັນ
ສຸກທີ່ໄດ້ເຮັດເພື່ອທ່ານກ່ອນສາຍເກີນສຸກໃຜສຸກມັນ ສຸກໃນສິ່ງທີ່ເຮັດບໍ່ຈຳເປັນຕ້ອງຄືກັນ ບາງຄົນສວດມົນຢູ່ໃນເຮືອນພຽງແຕ່ເອ່ນກາຍ ມີເພງເບົາໆເຂົາກໍ່ວ່າສຸກແລ້ວ ຊີວິດບັ້ນປາຍແຕກຕ່າງກັນເຮົາ ບໍ່ຈຳເປັນຕ້ອງຄືໃຜ ແລະ ເອົາຢ່າງໃຜ
ອ່ານແລ້ວຮູ້ສຶກດີ ກໍ່ຢ່າລືມແຊເກັບໄວ້ ຫລື ແບ່ງປັນໃຫ້ຄົນທີ່ທ່ານຮັກ ຫມູ່ເພື່ອນຂອງທ່ານໄດ້ອ່ານນຳກັນ.