ສຽງຈົ່ມຈາກປະຊາຊົນ​ພ້ອມທັງສາບແຊ່ງເຈົ້າໜ້າທີ່ຊຸດລາຍ ທີ່ໄດ້ກັກໂຕລູກຊາຍ ພ້ອມປັບໄໝເງິນ 200.000 ກີບ.

ສຽງຈົ່ມຈາກປະຊາຊົນ​ພ້ອມທັງສາບແຊ່ງເຈົ້າໜ້າທີ່ຊຸດລາຍ ທີ່ໄດ້ກັກໂຕລູກຊາຍ ພ້ອມປັບໄໝເງິນ 200.000 ກີບ.

ສຽງຈົ່ມຈາກປະຊາຊົນ​ (ທີ່ອ້າງຕົນວ່າເປັນຜູ້ບໍລິສຸດ)​ ພ້ອມທັງທຳການສາບແຊ່ງ ເຈົ້າໜ້າທີ່ຊຸດລາຍ” ຈາກກໍລະນີຕຳຫຼວດຊຸດລາຍ ໄດ້ກັກໂຕລູກຊາຍຜູ້ກ່ຽວ ພ້ອມປັບໄໝເງິນ 200.000 ກີບ

ເຫດການເກີດຂື້ນໃນວັນທີ 25/10/2020 ທີ່ຜ່ານມາ ແມ່ໄດ້ໃຊ້ລູກຊາຍໄປຊື້ໝີ່ມາຕົ້ມກິນ ແຕ່ບັງເອີນລູກຊາຍໄດ້ຖືກຕຳຫຼວດຊຸດລາຍລັດໜ້າລົດພ້ອມຂໍກວດລົດ ຢູ່ ທີ່ປ້ອມຕຳຫຼວດບ້ານ ຕານມີໄຊ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ

ຫຼັງຈາກກວດລົດແລ້ວໄດ້ເອົາກະແຈລົດໄວ້ ແລະ ບອກລູກຊາຍໄປຢູ່ປ້ອມຖ້າ ລູກຊາຍກໍ່ເລີຍໂທຫາແມ່ໄປຫາ ອ້າຍຕຳຫຼວດຊຸດລາຍເພີ່ນໄດ້ຂໍເງິນ 200 000 ກີບ ຈື່ງຈະປ່ອຍໂຕ

ຈາກເຫດການດັ່ງກ່າວໄດ້ເຮັດໃຫ້ຜູ້ເປັນແມ່ບໍ່ພໍໃຈ ແລະ ຮູ້ສຶກເຫຼືອໃຈທີ່ຕຳຫຼວດໄດ້ຂໍເງິນ 200 000​ກີບ ຈຶ່ງໄດ້ນຳເອົາເກືອ, ໝາກເພັດ ມາເຜົາໄຟພ້ອມທັງສາບແຊ່ງຕຳຫຼວດຊຸດດັ່ງກ່າວ

ແນວໃດກໍ່ຕາມຂໍໃຫ້ທຸກຄົນອ່ານຢ່າງມີສະຕິ ແລະ ຄອມເມັ້ນຢ່າງລະມັດລະວັງ ເພາະນີ້ເປັນພຽງຄວາມຝ່າຍດຽວ ຂໍໃຫ້ຕຳຫຼວດຊຸດດັ່ງດັ່ງອອກມາຊີ້ແຈງດ່ວນ.

ຂ່າວທົ່ວໄປ