ໜຸ່ມ​ໂພ​ສ​ເຕືອນ​ໃຈ​ຜູ້​ຊາຍ “ຢ່າ​ຄິດ​ວ່າ​ຜູ້​ຍິງ​ຈະ​ທົນ​ເຮົາ​ໄດ້​ຕະຫຼອດ ພົບ​ຄົນ​ທີ່​ດີ​ແລ້ວ​ຈົ່ງ​ຮັກ​ສາ​ໄວ້​ໃຫ້​ດີ ກ່ອນ​ຈະ​ສາຍ​ໄປ”

ໜຸ່ມ​ໂພ​ສ​ເຕືອນ​ໃຈ​ຜູ້​ຊາຍ “ຢ່າ​ຄິດ​ວ່າ​ຜູ້​ຍິງ​ຈະ​ທົນ​ເຮົາ​ໄດ້​ຕະຫຼອດ ພົບ​ຄົນ​ທີ່​ດີ​ແລ້ວ​ຈົ່ງ​ຮັກ​ສາ​ໄວ້​ໃຫ້​ດີ ກ່ອນ​ຈະ​ສາຍ​ໄປ”

ເພ​ສ​ຕີ້​ເປັນ​ໂພ​ສ​ເຕືອນ​ໃຈ ສຳ​ລັບ​ໜຸ່ມໆ​ທີ່​ກຳ​ລັງ​ບໍ່​ຮູ້​ວ່າ ຜູ້​ຍິງ​ຈະ​ໝົດ​ຄວາມ​ອົດ​ທົນ​ແລ້ວ ເພາະ​ນັ້ນ​ອາດ​ສາຍ​ໄປ ຕໍ່​ໃຫ້​ເຮົາ​ປັບ​ປ່ຽນ ປ່ຽນ​ແປງ ຫຼື ເຮັດ​ສິ່ງ​ໄດ ກໍ​ບໍ່​ໄດ້​ເຂົາ​ກັບ​ຄືນ​ມາ

ເລື່ອງ​ນີ້​ຈາກ​ໂພ​ສ Chakkrit Pi ທີ່​ໄດ້​ລົງ​ເລື່ອງ​ລາວ​ຄວາມ​ຮັກ​ຂອງ​ຕົນ​ທີ່​ສູນ​ເສຍ​ໄປ ຕາມ​ນີ້

ຮູບ​ທຳ​ອິດ​ຂອງ​ລາວ

ລາວ​ເຄີຍ​ເປັນ​ແຟນ​ຂອງ​ຄົນ​ທີ່​ຂ້ອຍ​ຮູ້​ຈັກ

ນັດ​ອອກ​ເດດ​ກັນ ທຳ​ອິດ​ຂ້ອຍ​ຂີ່​ລົດ​ຈັກ​ໄປ​ຮັບ

ໄປ​ຮ້ານ​ກິນ​ດື່ມ

ກ່ອນນອນ​ໂທ​ຫາ​ກັນ​ຕະຫຼອດ​ທຸກ​ຄືນ

ໄປ​ໃສ​ກໍ​ໄປ​ນຳ​ກັນ

ແລະ​ແລ້ວ​ຂ້ອຍ​ໄດ້​ເປັນ​ທະ​ຫານ ລາວ​ກໍ​ບອກ​ບໍ່​ຢາກ​ໃຫ້​ໄປ

ແຕ່​ລາວ​ກໍ​ມາ​ຫາ​ປະ​ຈຳ, ມີ​ໄປ​ທ່ຽວ​ໄປ​ນັ້ນ​ນີ້​ນຳ​ກັນ​ສະ​ເໝີ

ລາວ​ມັກ​ຈະ​ຂໍ​ໃຫ້​ຂ້ອຍ​ເລີກ​ເປັນ​ຄົນ​ບໍ່​ດີ ເພາະ​ບໍ່​ຢາກ​ເລີກ​ຮັກ​ຂ້ອຍ ແຕ່​ຂ້ອຍ​ກໍ​ເຮັດ​ຜິດ​ຊ້ຳໆ ເຮັດ​ໂຕ​ບໍ່​ດີ​ກັບ​ລາວຫຼາຍ​ຢ່າງ ຊ້ຳໆ ຈົນ​ມາ​ມື້​ໜຶ່ງ ທີ່​ລາວ​ຈະ​ໄປ ແຕ່​ລາວ​ກໍ​ຍັງ​ຫ່ວງ ບອກ​ໃຫ້​ເບິ່ງ​ແຍງ​ຕົນ​ເອງ ເປັນ​ເວ​ລາ 3 ປີ ທີ່​ຄົບ​ກັນ ລາວ​ເປັນ​ຄົນ​ດີຫຼາຍ ແຕ່​ຂ້ອຍ​ກັບ​ບໍ່​ຄິດ​ຮັກ​ສາ​ລາວ​ໄວ້ ປ່ຽນ​ໂຕ​ເອງ​ບໍ່​ທັນ ສຸດ​ທ້າຍ ກໍ​ເສຍ​ຄົນ​ນີ້​ໄປ ທັງ​ງາມ​ທັງ​ດີ ຝາກ​ທຸກ​ຄົນ​ຢ່າ​ເປັນ​ແບບ​ນີ້ ເຂົາ​ຮັກ ເຂົ​າ​ດີ ກໍ​ຮັກ ແລະ ດີ​ກັບ​ເຂົາ ເພື່ອ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ເດີ້

ຂ່າວທົ່ວໄປ