ກາຍເປັນເລື່ອງທີ່ໃຜເຈິກໍ່ເຖິງກັບເວົ້າບໍ່ອອກ ເມື່ອສຳນັກຂ່າວຈີນລາຍງານວ່າ ເຈົ້າສາວຄົນຫນຶ່ງ ຖືກເຈົ້າບ່າວ ເອົາຄືນກາງງານແຕ່ງງານ ທີ່ຈັດຂຶ້ນທີ່ ຝູເຈີ້ນ ພາກຕາເວັນອອກສຽງໃຕ້ຂອງຈີນ ຫລັງຈາກທີ່ໄປຮ່ວມຮັກກັບອ້າຍເຂີຍ
ເລື່ອງໜ້າຕົກໃຈຄັ້ງນີ້ ເກິດຂຶ້ນລະຫວ່າງທີ່ເຈົ້າສາວ ແລະ ເຈົ້າບ່າວຢູ່ເທິງເວທີ ແທນທີ່ທີມງານຈະເປິດວິດີໂອ ທີ່ຖ່າຍທອດໃຫ້ເຫັນຄວາມ ຮັກສຸດໂຣແມນຕິກຂອງພວກເຂົາ ແຕ່ກັບກາຍເປັນວ່າ ວິດີໂອທີ່ຖືກເປິດນັ້ນເຜີຍໃຫ້ເຫັນພາບຊ່ວງເວລາເຈົ້າສາວກຳລັງຮ່ວມຮັກ ກັບອ້າຍ ເຂີຍເທິງຕຽງ ກ່ອນທີ່ເຈົ້າບ່າວຈະຍູ້ໂຕເຈົ້າສາວອອກຈາກໂຕ ແລ້ວເວົ້າໃສ່ຫນ້າວ່າ “ຂ້ອຍຮູ້ເລື່ອງຂອງເຈົ້າມາດົນແລ້ວ” ເຈ້າສາວໄດ້ຟັງຈຶ່ງທົນ ບໍ່ໄຫວ ເລີຍຈັດການດຶກຊໍ່ດອກໄມ້ໃສ່ເຈົ້າບ່າວ ດ້ວຍຄວາມບໍ່ພໍໃຈ
ໃນເວລາຕໍ່ມາ ໄດ້ມີຄົນຫນຶ່ງ ອອກມາເປິດເຜີຍເລື່ອງລາວເບື້ອງຫລັງທີ່ເກິດຂຶ້ນວ່າ ເຫດຜົນທີ່ເຮັດໃຫ້ເຈົ້າສາວໄປຮ່ວມຮັກກັບອ້າຍເຂີຍນັ້ນ ເປັນເພາະເຈ້າສາວນັ້ນຖືກເຈົ້າບ່າວລົງໄມ້ລົງມືມາໂດຍຕະຫລອດ ກ່ອນທີ່ຄວາມເຫັນອົກເຫັນໃຈທີ່ອ້າຍເຂີຍມອບໃຫ້ກັບເຂົາ ຈະເຮັດໃຫ້ຄວາມ ຮູ້ສຶກຂອງເຂົານັ້ນປ່ຽນໄປ ເຖິງເຂົາຕັດສິນໃຈແຕ່ງງານກັບເຈົ້າບ່າວ ເພາະເຈົ້າບ່າວໃຫ້ສັນຍາວ່າຈະຊື້ລົດ ແລະ ຊື້ເຮືອນໃຫ້