ເຊິ່ງໄວຣັດ ປອດອັກເສບ ສາຍພັນໃໝ່ ນີ້ ແມ່ນເຮັດໃຫ້ຄົນເສຍຊີວິດ ແລະ ສາມາດ ຕິດຕໍ່ຈາກຄົນສູ່ຄົນ ດ້ວຍເຫດນີ້ ເພື່ອເປັນການຮັບມື້ ແລະ ສະກັດກັ້ນ ການແຜ່ລະບາດ ຂອງໄວຣັດດັ່ງກ່າວ ເຂົ້າມາໃນ ສປປລາວ. ທາງ ກະຊວງສາທາລະນະສຸກ ຈິ່ງໄດ້ ມີການອອກແຈ້ງການ ເຖິງດ່ານຕ່າງໆ ໃນທົ່ວປະເທດ ໃຫ້ມີການເຝົ້າລະວັງ ແລະ ກວດສອບ ຄົນເຂົ້າ ທີ່ມາຈາກ ສປ ຈີນ
ລາຍລະອຽດຂອງແຈ້ງການ
ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ່ 21 ມັງກອນ 2020 ວ່າ ຄະນະກຳມະການສາທາລະນະສຸກແຫ່ງເມືອງອູ່ຮັ່ນ ໃນມົນທົນຫູເປີ່ຍ ທາງພາກກາງຂອງຈີນ ອອກຖະແຫຼງການເມື່ອວັນອັງຄານ ເລື່ອງຜູ້ເສຍຊີວິດຄົນທີ່ 4 ຈາກການຕິດເຊື້ອໄວຣັດໂຄໂຣນາສາຍພັນໃຫ່ມ ເປັນຊາຍອາຍຸ 89 ປີ ມີໂຣກປະຈຳໂຕຄືເບົາຫວານ ໂຣກຫົວໃຈ ແລະຄວາມດັນໂລຫິດສູງ ເລີ່ມມີອາການເມື່ອວັນທີ່ 13 ມັງກອນ ແຕ່ເຂົ້າຮັບການຮັກສາທີ່ໂຮງຫມໍໃນອີກ 5 ວັນຕໍ່ມາ ດ້ວຍອາການຜິດປົກກະຕິທີ່ລະບົບທາງເດີນຫາຍໃຈ ແລະເສຍຊີວິດເມື່ອວັນທີ່ 19 ມັງກອນທີ່ຜ່ານມາ
ຖະແຫຼງການຍັງລະບຸດ້ວຍວ່າ ເຈົ້າຫນ້າທີ່ສາທາລະນະສຸກໃນພື້ນທີ່ 15 ຄົນຕິດເຊື້ອງຊະນິດນີ້ແລ້ວ ຫນື່ງໃນນັ້ນມີອາການວິກິດ ແລະຍັງມີຜູ້ຕ້ອງສົງໄສຕິດເຊື້ອອີກຢ່າງນ້ອຍ 1 ຄົນ ແມ່ນວ່າທາງການເມືອງອູ່ຮັ່ນຍັງບໍ່ໄດ້ໃຫ້ຂໍ້ມູນຊັດເຈນວ່າເຈົ້າຫນ້າທີ່ໄດ້ຮັບເຊື້ອຢ່າງໃດ ແຕ່ນາງແພດ ຊົ່ງ ຫນານຊານ ຜູ້ຊ່ຽວຊານດ້ານໂຣກປອດແລະລະບົບທາງເດີນອາຫານ ຊື່ງໄດ້ຮັບມອບຫມາຍຈາກຄະນະກຳມະການສາທາລະນະສຸກແຫ່ງຊາດຂອງຈີນ ໃຫ້ເປັນຫົວຫນ້າຄະນະທຳງານກ່ຽວກັບການແຜ່ລະບາດຂອງເຊື້ອໄວຣັດໂຄໂຣນາສາຍພັນໃຫ່ມ ກ່າວວ່າຜົນການກວດສອບການຕິດເຊື້ອຂອງຜູ້ປ່ວຍຢ່າງນ້ອຍ 2 ຄົນໃນມົນທົນກວາງຕຸ້ງພົບຄວາມເຊື່ອມໂຍງວ່າເປັນການຕິດເຊື້ອຈາກສະມາຊິກໃນຄອບຄົວດຽວກັນ ແລະມີເຈົ້າຫນ້າທີ່ສາທາລະນະສຸກຕິດເຊື້ອນຳອີກຫລາຍຄົນ
ທັງນີ້ ລາຍງານຂອງສຳນັກຂ່າວຊິນຫົວ ເວລາ 18:00 ນາທີ ຕາມເວລາທ້ອງຖິ່ນຂອງວັນຈັນ ລະບຸຈຳນວນຜູ້ປ່ວຍຈາກເຊື້ອໄວຣັດໂຄໂຣນາສາຍພັນໃຫ່ມທົ່ວປະເທດໄວ້ທີ່ຢ່າງຫນ້ອຍ 217 ຄົນ ຈາກຈຳນວນດັງກ່າວ 198 ຄົນຢູ່ທີ່ເມືອງອູ່ຮັ່ນ ຊື່ງເປັນເມືອງທຳອິດທີ່ພົບການແຜ່ລະບາດເມື່ອເດືອນທັນວາປີຜ່ານມາ ສ່ວນທີ່ເຫລືອພົບໃນເມືອງອື່ນຂອງຈີນ ລວມເຖິງເມືອງໃຫ່ຍຢ່າງນະຄອນປັກກິ່ງ ແລະເມືອງຊຽງໄຮ້ ຕະຫລອດຈົນມົນທົນທີ່ມີປະຊາກອນອາໄສຢູ່ຫລາຍ ບໍ່ວ່າຈະເປັນມົນທົນກວາງຕຸ້ງ ມົນທົນເສສວນ ແລະມົນທົນຢູນນານ ແລະປະທານາທິບໍດີສີ ຈິ້ນຜິງ ສັ່ງໃຫ້ທຸກຝ່າຍເລັ່ງຄວບຄຸມສະຖານະການນີ້ທີ່ຖືເປັນວາລະລະດັບປະເທດ
ດ້ານອົງການອານາໄມໂລກ (ດັບເບິລຢູເອຊໂອ) ມີກຳນົດປະຊຸມສຸກເສີນໃນວັນພຸດທີ່ 22 ມັງກອນນີ້ ເພື່ອຕັດສິນໃຈວ່າ ຈະປະກາດໃຫ້ສະຖານະການ ການແຜ່ລະບາດຂອງເຊື້ອໄວຣັດໂຄໂຣນາສາຍພັນໃຫ່ມຈາກເມືອງອູ່ຮັ່ນເປັນ ພາວະສຸກເສີນ ດ້ານສາທາລະນະສຸກລະຫວ່າງປະເທດ ຫລືບໍ່ ເນື່ອງຈາກເຊື້ອໄວໂຣກແຜ່ກະຈາຍອອກຈາກຈີນສູ່ຢ່າງນ້ອຍ 3 ປະເທດແລ້ວຄືໄທ ຍີ່ປຸ່ນ ແລະເກົາຫຼີໃຕ້