ເຈນນີ້ ນາງງາມລາວ ໄດ້ຮັບລາງວັນ “ຜູ້ຜ່ານຜ່າອຸປະສັກສູ່ຄວາມສຳເລັດ” ປີ 2019

ເຈນນີ້ ນາງງາມລາວ ໄດ້ຮັບລາງວັນ “ຜູ້ຜ່ານຜ່າອຸປະສັກສູ່ຄວາມສຳເລັດ” ປີ 2019

ຖືວ່າເປັນອີກສາວເກັ່ງຄົນໜຶ່ງໃນ ສປປ ລາວ “ເຈນນີ້ – ຕົ້ນຄຳ ພົນຈັນເຮືອງ” Miss World Laos 2017 ເຊິ່ງສາວຄົນນີ້ຍັງເປັນຜູ້ບໍລິຫານ Tonkham Modeling, ນາງແບບ , ພິທິກອນ ແລະ ຫຼ້າສຸດນີ້ຮ່ວມບິນກົງສູ່ ບາງກອກ ປະເທດໄທ ເຂົ້າຮ່ວມຮັບລາງວັນ “ຜູ້ຜ່ານຜ່າອຸປະສັກສູ່ຄວາມສຳເລັດ” ໃນສາຂາແມ່ຍິງຜູ້ສ້າງສາຍສຳພັນດີເດັ່ນລາວ-ໄທ ປະຈຳປີ 2019 ຮ່ວມກັບດາລາ ສິນລະປິນຊື່ດັງໃນປະເທດລາວ ແລະ ດີຊາຍເນີ້ຊື່ດັງໃນລາວ

ລາງວັນນີ້ຈັດໂດຍທ່ານນາຍົກສະມາຄົມພັດທະນາໄວໜຸ່ມໄທ ແລະ ຜູ້ປະກອບການທຸລະກິດຕ່າງໆ

ເຈນນີ້ ຜູ້ໄດ້ຮັບລາງວັນ ກ່າວຄວາມຮູ້ສຶກຂອງຕົນເອງຕໍ່ກັບ ທີມຂ່າວບັນເທີງ muan.la ວ່າ “ເຈນຮູ້ສຶກພູມໃຈ ແລະ ດີໃຈຫຼາຍ ເພາະເປັນລາງວັນທຳອິດທີ່ໄດ້ຮັບ ແລະ ຄັ້ງນີ້ກໍ່ໄດ້ເດີນທາງມາເຖິງບາງກອກ ພ້ອມກັບດາລາ, ສິລະປິນ ແລະ ດີໄຊເນີ້ດັງຂອງລາວ

ພ້ອມນີ້ ເຈນນີ້ ຍັງກ່າວອີກວ່າ ນີ້ຖືວ່າເປັນລາງວັນສັນຍານທີ່ດີຂອງຕົນເອງ ແລະ ກໍເຊື່ອວ່າລາງວັນນີ້ຈະເປັນອີກໜຶ່ງກະບອກສຽງໃຫ້ກັບແມ່ຍິງລາວ ໃນ ສປປ ລາວ ມີຄວາມກະຕືກະຕືລືລົ້ນ ເພື່ອເປັນຕົ້ນແບບທີ່ດີຢູ່ໃນສັງຄົມ

 

ສາລະໜ້າຮູ້