ຍັງບໍ່ມີຄົນຕິດເຊື້ອໄວຣັດໂຄໂລນາຢູ່ລາວ

ຍັງບໍ່ມີຄົນຕິດເຊື້ອໄວຣັດໂຄໂລນາຢູ່ລາວ

ເຈົ້າໜ້າທີ່ຍັງໄດ້ໃຫ້ຂໍ້ມູນວ່າ ສໍາລັບຜູ້ທີ່ມີຄວາມກັງວົນໃຈກ່ຽວກັບເຊື້ອພະຍາໂຄໂຣນາ ໂດຍສະເພາະຜູ້ທີ່ເຈັບປ່ວຍ ເປັນຫວັດ ເປັນໄອ ຫາຍໃຈຍາກ ແມ່ນສາມາເຂົ້າໄປກວດ ແລະ ຮັກສາຢູ່ຕາມໂຮງໝໍໄດ້ເລີຍ ໂດຍທີມແພດຈະຊັກຖາມກ່ຽວກັບປະຫວັດຄົນເຈັບ ວ່າໄດ້ເຄີຍໄປເຂດທີ່ມີການລະບາດຂອງພະຍາດນີ້ ຫຼື ໃກ້ຊິດ ພົວພັນ ກັບຄົນເຈັບທີ່ເປັນພະຍາດນີ້ ກ່ອນຈະດໍາເນີນການຮັກສາຕາມຂັ້ນຕອນ. ສະຖານະການການລະບາດຂອງເຊື້ອພະຍາດໂຄໂຣນາສາຍພັນໃໝ່ ຢູ່ປະເທດຈີນ ແລະ ພົບຜູ້ຕິດເຊື້ອຢູ່ຕ່າງປະເທດຈໍານວນໜຶ່ງ ເຮັດໃຫ້ປະຊາຊົນຄົນລາວເກີດຄວາມກັງວົນ ບວກກັບມີການເຜີຍແຜ່ຂໍ້ມູນ ແລະ ຂ່າວວ່າພົບຜູ້ຕ້ອງສົງໄສຕິດເຊື້ຶອໄວຣັດໂຄໂຣນາໃນ ລາວ ແລະ ມີບາງແຫຼ່ງຂ່າວບອກວ່າ ພົບຄົນຕິດເຊື້ອຢູ່ລາວ ຈໍານວນ 3 ຄົນ ໃນນັ້ນແມ່ນຄົນລາວ 2 ແລະ ຄົນຈີນ1 ທີ່ກໍາລັງຮັກສາໂຕຢູ່ໂຮງໝໍແຫ່ງໜຶ່ງ. ເມື່ອເປັນແນວນັ້ນ

ຈຶ່ງໄດ້ກວດສອບຂໍ້ມູນກ່ຽວກັບສະຖານະການດັ່ງ ກັບກົມຄວບຄຸມພະຍາດລະບາດ ກະຊວງສາທາລະນະສຸກ ຜ່ານສາຍດ່ວນ 166 ໂດຍມີ ທ່ານ ໄກສອນ ພະນັກງານໃຫ້ຂໍ້ມູນກ່ຽວກັບພະຍາດ ເປັນຜູ້ໃຫ້ຂໍ້ມູນວ່າ ປະຈຸບັນແມ່ນຍັງບໍ່ທັນພົບຜູ້ຕິດເຊື້ອພະຍາດໂຄໂຣນາສາຍພັນໃໝ່ໃນ ສປປ ລາວເທື່ຶອ ແລະ ໃຫ້ຕິດຕາມຂໍ້ມູນຂ່າວສານຈາກທາງການ ກໍຄືກະຊວງສາທາລະນະສຸກ. ພ້ອມນີ້ເຈົ້າໜ້າທີ່ຍັງໄດ້ໃຫ້ຂໍ້ມູນເພີ່ມອີກວ່າ ສຳລັບຜູ້ທີ່ມີຄວາມກັງວົນໃຈກ່ຽວກັບເຊື້ອຈຸລະໂລກດັ່ງກ່າວນີ້ ໂດຍສະເພາະຜູ້ທີ່ມີອາການເຈັບປ່ວຍເປັນໄຂ້ຫວັດ, ໄອ, ນໍ້າມູກໄຫຼ, ຫາຍໃຈຍາກ ແມ່ນສາມາດເຂົ້າຮັບການກວດ ແລະ ຮັກສາໄດ້ຕາມໂຮງໝໍທົ່ວໄປເຊັ່ນ: ໂຮງໝໍແຂວງ ເປັນຕົ້ນ ເຊິ່ງແພດຈະມີການສອບປະຫວັດຄົນເຈັບວ່າ ເຄີຍເດີນທາງໄປພື້ນທີ່ລະບາດ ຫຼື ສຳຜັດໃກ້ຊິດກັບຄົນເຈັບທີ່ຕິດເຊື້ອໂຄໂຣນາສາຍພັນໃໝ່ມາກ່ອນ ຫຼື ບໍ່ ກ່ອນທີ່ຈະດຳເນີນຂັ້ນຕອນການປິ່ນປົວຕາມມາດຕະການຕໍ່ໄປ

ແຕ່ຖ້າຫາກສອບປະຫວັດແລ້ວ ແຕ່ບໍ່ໄດ້ຢູ່ໃນກຸ່ມສ່ຽງ ແພດກໍຈະຮັກສາຕາມອາການເຈັບປ່ວຍທົ່ວໄປ ເພາະໃນໄລຍະນີ້ອາກາດກໍມີການປ່ຽນແປງ ແລະ ເປັນໄລຍະທີ່ມີຄົນເປັນໄຂ້ຫວັດທຳມະດາຢູ່ແລ້ວ ເຈົ້າໜ້າທີ່ລະບຸ ສຳລັບຜູ້ທີ່ຕ້ອງການສອບຖາມຂໍ້ມູນຂ່າວສານກ່ຽວກັບເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່ ສາມາດຕິດຕໍ່ໄດ້ທີ່ໝາຍເລກສາຍດ່ວນ 166 ໃນໂມງລັດຖະການ ຂໍ້ມູນກ່ຽວກັບມາດຕະການຮອບດ້ານເພື່ອຕ້ານການແຜ່ລະບາດຂອງເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່ ທີ່ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກວາງອອກ ສາມາດອ່ານໄດ້ ທີ່ນີ້ ເມື່ອຕອນເຊົ້າຂອງວັນທີ 27 ມັງກອນ 2020 ຂໍ້ມູນກ່ຽວກັບສະຖານະການເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່ ຫຼື 2019-nCoV ກັບທາງກະຊວງສາທາລະນະສຸກຜ່ານທາງໝາຍເລກ 166 ໂດຍເຈົ້າໜ້າທີ່ໄດ້ໃຫ້ຂໍ້ມູນກັບພວກເຮົາວ່າ ປັດຈຸບັນນີ້ ແມ່ນຍັງບໍ່ທັນກວດພົບກໍລະນີຕິດເຊື້ອຈຸລະໂລກດັ່ງກ່າວໃນ ສປປ ລາວເທື່ອ. ເຈົ້າໜ້າທີ່ສາຍດ່ວນ 166 ລະບຸຕື່ມວ່າ

ສຳລັບຂໍ້ມູນເພີ່ມເຕີມ ແມ່ນໃຫ້ລໍຖ້າຕິດຕາມຈາກແຈ້ງການຂອງທາງການ ກໍຄືກະຊວງສາທາລະນະສຸກຕື່ມອີກ ໂດຍໃນປັດຈຸບັນທາງການກຳລັງປະຊຸມຫາລືກັນ ແລະ ຈະມີການຖະແຫຼງຂ່າວກ່ຽວກັບສະຖານະການເພີ່ມເຕີມຕໍ່ກັບສື່ມວນຊົນ ແລະ ສັງຄົມໃນໄວໆນີ້. ສະຖານະການການລະບາດຂອງເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່ຢູ່ຈີນ ແລະ ພົບຜູ້ຕິດເຊື້ອຢູ່ຕ່າງປະເທດຈຳນວນໜຶ່ງ ໄດ້ເຮັດໃຫ້ສັງຄົມລາວເກີດຄວາມກັງວົນ ບວກກັບການເຜີຍແຜ່ຂໍ້ມູນ ແລະ ຂ່າວເຊິ່ງບໍ່ມີມູນຄວາມຈິງພາຍໃນໂລກອອນລາຍ ຍິ່ງສ້າງຄວາມແຕກຕື່ນໃຫ້ກັບຄົນໃນສັງຄົມຕື່ມອີກ. ຂະນະດຽວກັນ ເຈົ້າໜ້າທີ່ຈາກກະຊວງສາທາລະນະສຸກກໍໄດ້ຢໍ້າວ່າ ປັດຈຸບັນຢູ່ ສປປ ລາວ ຍັງບໍ່ທັນພົບກໍລະນີຕິດເຊື້ອແຕ່ຢ່າງໃດ ພ້ອມທັງໃຫ້ຕິດຕາມການແຈ້ງການຈາກທາງການ ເພື່ອຫຼີກເວັ້ນການເສບຂ່າວທີ່ບໍ່ແມ່ນຄວາມຈິງ

ຂ່າວທົ່ວໄປ