ຕໍ່ບັນຫານີ້, ທ່ານ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ອອກມາຖະແຫລງຕໍ່ເຫດການດັ່ງກ່າວນີ້ ວ່າ ຂໍຮຽກຮ້ອງມາຍັງກຸ່ມທີ່ໃຊ້ສື່ສັງຄົມອອນລາຍ ຈົ່ງຢ່າໄດ້ເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ແມ່ນວຽກງານກ້ຽວຂ້ອງກັບຕົນເອງ ຖ້າທ່ານປ່ອຍຂ່າວບໍ່ມີມູນຄວາມຈິງດັ່ງກ່າວຈະບໍ່ເປັນຜົນປະໂຫຍດດີຕໍ່ປະເທດຊາດ, ຜິດຕໍ່ກົດໝາຍ ແລະ ລະບຽບການ ໂດຍສະເພາະແມ່ນກົດໝາຍວ່າດ້ວຍສື່ມວນຊົນສະບັບປັບປຸງ ໃນມາດຕາ 66 ໄດ້ມີຂໍ້ຫ້າມໄວ້ວ່າ: ຫ້າມການປ່ອຍຂ່າວທີ່ບໍ່ມີມູນຄວາມຈິງ ເຊິ່ງໄດ້ສ້າງຜົນກະທົບຕໍ່ປະເທດຊາດ ລວມໝູ່ ແລະ ບຸກຄົນ ບໍ່ຖືກຕ້ອງຕາມກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານການກໍ່ອາດຊະຍາກຳທາງຄອມພິວເຕີ ນອກຈາກນີ້ ຍັງມີດຳລັດນາຍົກລັດຖະມົນຕີເລກທີ 327 ມີຂໍ້ຫ້າມໃນມາດຕາທີ 10 ຜ່ານມາ ກໍມີການລົງໂທດຜູ້ກະທຳຜິດ ທີ່ປ່ອຍຂ່າວບໍ່ມີມູນຄວາມຈິງມາແລ້ວຫລາຍຄົນ
ເຊົ້າວານນີ້, ເຈົ້າໜ້າທີ່ສາມາດຈັບຕົວຜູ້ຕ້ອງຫາລົງຂ່າວປອມວ່າ ມີຜູ້ຕິດເຊື້ອ COVID-19 ຢູ່ຕະຫລາດຊັ່ງຈຽງ ມາດຳເນີນຄະດີໄດ້ແລ້ວ ເປັນຍິງ ອາຍຸປະມານ 25 ປີ ຢູ່ ນະຄອນຫລວງວຽງຈັນ ພາຍຫລັງ ໄດ້ລົງຂ່າວປອມດັ່ງກ່າວອັນໄດ້ສ້າງຄວາມແຕກຕື່ນຕໍ່ສັງຄົມເປັນບໍ່ໜ້ອຍ ດັ່ງທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງ ສາທາລະນະສຸກ ໄດ້ອອກມາຢັ້ງຢືນຕໍ່ສື່ມວນຊົນ ໃນວັນທີ 25 ກຸມພາ ນີ້ວ່າ: ບໍ່ມີມູນຄວາມຈິງ ເປັນຂ່າວອະກຸສົນສ້າງຄວາມວຸນວາຍໃຫ້ສັງຄົມ ແລະ ຜູ້ບໍລິຫານຕະຫລາດດັ່ງກ່າວກໍໄດ້ມີແຈ້ງການເພື່ອຊີ້ແຈງແລ້ວ ແລະ ກໍສາມາດກວດພົບຜູ້ລົງຂ່າວທີ່ບໍ່ມີມູນຄວາມຈິງດັ່ງກ່າວ ແລະ ໄດ້ປະສານເຈົ້າໜ້າທີ່ກ່ຽວຂ້ອງນຳຈັບຕົວມາດຳເນີນຄະດີໄດ້ແລ້ວ ແລະ ປັດຈຸບັນ ເຈົ້າໜ້າທີ່ໄດ້ກັກຕົວຜູ້ກ່ຽວເພື່ອສືບສວນ-ສອບສວນ ແລະ ດຳເນີນຄະດີຕາມລະບຽບກົດໝາຍ