ສາວລີເດຍ ສະລັນລັດ ປະກາດຕົນເອງຕິດເຊື້ອໂຄວິດ-19 ຈາກກ່ອນໜ້ານີ້ ແມັດທິວ ດີນ ຜູ້ເປັນສາມີ ອອກມາປະກາດຜ່ານໄອຈີວ່າຕົນເອງຕິດເຊື້ອດັ່ງກ່າວ ແລະ ເຕືອນໃຫ້ຜູ້ໃກ້ຊິດ ກວດຫາເຊື້ອພະຍາດນີ້ໂດຍດ່ວນ, ສ່ວນລູກອີກ 2 ຄົນແມ່ນຍັງປົກກະຕິ ແລະ ກໍາລັງລໍຖ້າຜົນກວດຢູ່.
ໃນວັນທີ 16 ມີນາ 2020 ສາວລີເດຍ ອອກມາໂພສພາບພ້ອມຂໍ້ຄວາມຊີ້ແຈງ ວ່າຕົນເອງຕິດເຊື້ອພະຍາດໂຄວິດ-19 ແລ້ວ, ສ້ວນລູກທັງສອງແມ່ນຍັງປົກກະຕິດີ ຂະນະນີ້ຍັງລໍຖ້າຜົນກວດຢູ່. ເຊິ່ງລູກຂອງທັງສອງຄົນຈັດວ່າອາດສ່ຽງຕິດເຊື້ອພະຍາດດັ່ງກ່າວເນື່ອງຈາກໃຊ້ຊີວິດຢູ່ຮ່ວມກັນຕະຫຼອດເວລາ ແລະ ຍັງເປັນເດັກນ້ອຍຢູ່ອີກ.
ແນວໃດກໍ່ຕາມແອັດມິນຂໍເປັນກໍາລັງໃຈໃຫ້ຄອບຄົວນີ້ ສູ້ກັບໂລກຮ້າຍ ຮັກສາໃຫ້ຫາຍດີ, ຂໍໃຫ້ລູກຂອງທັງສອງຢ່າຕິດເຊື້ອ ແລະ ກັບມາສ້າງຮອຍຍິ້ມໃຫ້ກັບແຟນຄຣັບໄດ້ໂດຍໄວ.