ຍັງຄົງວິກິດຢ່າງຕໍ່ເນື່ອງສຳລັບອິຕາລີ ຍອດຜູ້ເສຍຊີວິດຍັງພຸ່ງສູງຂຶ້ນເລື້ອຍໆ ຈາກເມື່ອວານນີ້ເຂົ້າຫລັກສາມຮ້ອຍຄົນ ມາຫລ່າສຸດມື້ນີ້ຂຶ້ນໄປແລ້ວກວ່າ 400ຄົນ ຂຶ້ນສູງທີ່ສຸດໃນທະວີບຢຸໂລບ
ສຳນັກຂ່າວ ຄົມຊັດລຶກ ລາຍງານວ່າອິຕາລີຍັງຄົງຜະເຊີນໜ້າກັບສະຖານະການໄວຣັສ ໂຄວິດ-19 ຢ່າງໜັກໜ່ວງຂຶ້ນເລື້ອຍໆ ເຊັ່ນຫລ່າສຸດອິຕາລີໄດ້ຖະແຫລງວ່າຕອນນີ້ ປະເທດກຳລັງພົບວິກິດຍອດຜູ້ເສຍຊີວິດແຕ່ລະມື້ພຸ່ງສູງຂຶ້ນເປັນ 475 ຄົນພາຢໃນເວລາ 24 ຊັ່ວໂມງແລ້ວ ຊຶ່ງນັບເປັນສະຖິຕິຄວາມສູນເສຍຄັ້ງໃຫຍ່ທີ່ເກິດຂຶ້ນໃນມື້ດຽວ ນັບຕັ້ງແຕ່ທີ່ປະເທດຈີນພົບເຊື້ອໄວຣັສ ຕົວນີ້ຄັ້ງທຳອິດເມື່ອປາຍປີທີ່ແລ້ວ
ສ່ວນຍອດໂດຍລວມທັ້ງໝົດ ອິຕາລີມີຍອດຜູ້ເສຍຊີວິດຢູ່ທີ່ 2,978 ຄົນ ນັບເປັນປະເທດນອກຈີນທີ່ມີຜູ້ເສຍຊີວິດຈາກໄວຣັສໂຄວິດ-19 ສູງທີ່ສຸດໃນໂລກ ພ້ອມກັບມີຜູ້ຕິດເຊື້ອເພິ້ມອີກ 4,207 ຄົນ ຍອດສະເລັ່ຍ 35,713 ຄົນ ໂດຍອິຕາລີມີປະຊາກອນທັ້ງໝົດ 60 ລ້ານຄົນ ຄິດເປັນສັດສ່ວນຜູ້ຄົນທີ່ເສຍຊີວິດຈາກໂຄວິດ-19 ເປັນຮ້ອຍລະ 34.2 ເຖິງແມ້ວ່າພາຍໃນປະເທດຈະປະກາດມາດຕະການເຂັ້ມງວດອາທິດທີ່ແລ້ວ ຫາກແຕ່ຍອດຜູ້ຕິດເຊື້ອແລະຜູ້ເສຍຊີວິດຍັງເພິ້ມຂຶ້ນເລື້ອຍໆ
ແຕ່ເຖິງຢ່າງໃດກໍ່ຕາມສະຖານະການໃນອິຕາລີຍັງຖືວ່າຊົງຕົວ ເພາະຍອດຜູ້ເສຍຊີວິດກວ່າ 1,959ຄົນ ຄິດເປັນ 2 ໃນ 3 ຍັງຢູ່ພາຍໃນແຂວງລອມບາດີ ທາງເໜືອຂອງອິຕາລີ ສ່ວນປະເທດອື່ນໆໃນພາກພື້ນຢຸໂລປ ເຊັ່ນອັງກິດ ຍອດຜູ້ເສຍຊີວິດເພິ້ມຫລາຍທີ່ສຸດມື້ດຽວ 32 ຄົນ ລວມທັ້ງໝົດ 104 ຄົນ ຕິດເຊື້ອ 2,626 ຄົນ ທາງສະເປນມີຍອດຜູ້ເສຍຊີວິດເພິ້ມ 598ຄົນ ຕິດເຊື້ອ 13,716 ຄົນທາງຝຣັ່ງເສດມີຍອດຜູ້ຕິດເຊື້ອເພິ້ມເຖຶງພັນກວ່າຄົນໃນມື້ດຽວ ຕອນນີ້ຢູ່ທີ່ 9,134ຄົນເສຍຊີວິດແລ້ວ 175ຄົນ…