ອັບເດດ ເມນູອາຫານທີ່ມັກຂອງ ໂຣນັລໂດ

ອັບເດດ ເມນູອາຫານທີ່ມັກຂອງ ໂຣນັລໂດ

ຄຣິສເຕຍໂນ ໂຣນັລໂດ ກອງໜ້າທີມຊາດໂປຣຕຸເກດ ແລະ ຢູເວນຕຸສ ເຈົ້າຂອງລາງວັນບັລລົງດໍ 5 ສະໄໝ ທີ່ຍິງປະຕູໄປແລ້ 600 ກວ່າໜ່ວຍ ໃນອາຊີບນັກເຕະ ຫຼ້າສຸດໄດ້ອອກມາເປີດເຜີຍອາຫານໃນຊີວິດປະຈໍາວັນ ຕາມການລາຍງານຂອງ ເດິ ຊັນ ສື່ຕ່າງປະເທດໃນວັນທີ 15 ມັງກອນ 2020

ໂຣນັລໂດ ປັດຈຸບັນອາຍຸ 34 ປີ ແຕ່ສະພາບຮ່າງກາຍຍັງແຂງແຮງເໝືອນກັບອາຍຸ 23 ປີອອກມາເປີດເຜີຍເມນູຮັກສາສຸຂະພາບທີ່ກິນມາຕະຫຼອດອາຊີບການເປັນນັກເຕະຂອງລາວ ໂດຍລະບຸວ່າ ອາຫານມີມັກຂອງລາວຄື ປາ ທີ່ກິນທຸກວັນບໍ່ມີເບື່ອ

ເດິສັນ ສື່ຊັ້ນນໍາໃນປະເທດອັງກິດ ລາຍງານວ່າ ເມນູອາຫານຂອງ ໂຣນັລໂດ ເລີ່ມອາຫານເຊົ້າກັບ ຊີສ ແຮມ ແລະ ໂຢເກິນໄຂມັນຕໍ່າ ສ່ວນຕອນສວາຍກິນໄກ່ກັບສະລັດ ທູນາ ມະກອກ ໄຂ່ ແລະ ມະເຂືອເທດ ກ່ອນຈະກິນໝາກໄມ້ສົດ ແລະ ຂະໜົມປັງປີ້ງ ຂະນະທີ່ຕອນຄໍ່າຈະກິນ ປາ ແລະ ສະລັດ ກ່ອນປິດທ້າຍດ້ວຍສະເຕັກ ແລະ ປາເມິກທອດ

ອີກຢ່າງໜຶ່ງທີ່ສໍາຄັນ ໂຣນັລໂດ ຍັງມັກການອອກກໍາລັງກາຍເປັນຊີວິດຈິດໃຈ ພ້ອມບອກເຄັດລັບວ່າ ການນອນຫຼັບຢ່າງເຕັມທີ່ສໍາຄັນກັບຮ່າງກາຍ ເພາະຈະຊ່ວຍໃຫ້ກກ້າມເນື້ອຟື້ນຕົວໄດ້ດີຂຶ້ນ ສົ່ງຜົນດີຕໍ່ການຝຶກຊ້ອມ ແລະ ສິ່ງສໍາຄັນອີກຢ່າງໜຶ່ງຄື ສະພາບຈິດໃຈທີ່ໝັ້ນຄົງ ຈະຊ່ວຍໃຫ້ສະພາບຮ່າງກາຍມີຄວາມແຂງແກ່ນຕາມໄປດ້ວຍ

ຂ່າວບັນເທິງ