ຂ່າວຕ່າງປະເທດ ພິລືກ! ນັກທຸລະກິດອິນເດຍ ຈົກເງີນ 30 ປາຍລ້ານເຮັດ ໜ້າກາກຄໍາ ຫຼັງບໍ່ໝັ້ນໃຈກັນໂຄວິດ-19

ຂ່າວຕ່າງປະເທດ ພິລືກ! ນັກທຸລະກິດອິນເດຍ ຈົກເງີນ 30 ປາຍລ້ານເຮັດ ໜ້າກາກຄໍາ ຫຼັງບໍ່ໝັ້ນໃຈກັນໂຄວິດ-19

ວັນທີ 5 ກໍລະກົດ 2020, ສໍານັກຂ່າວ AFP ແລະ ສະເຕດທາມ ໄດ້ລາຍງານກະແສຮືຮາໃນ ປະເທດອີນເດຍ ຫຼັງຈາກ “ສັນກອນ ກຸນອາເທ” ນັກທຸລະກິດດັງໄວ 49 ປີ ໃນເມືອງປຸເນ ລັດມະຫາຣາຊຣະ ທາງຕາເວັນຕົກ ສວມໃສ່ ໜ້າກາກຄໍາ ທີ່ສັ່ງເຮັດພິເສດ ນໍ້າໜັກ 60 ກຣາມ ມູນຄ່າ 289.000 ຣູປີ ຫຼື ປະມານ 37 ລ້ານກວ່າກີບ

ສັນກອນ ກຸນຮາເທ ຖືວ່າເປັນຄົນມັກໃສ່ເຄື່ອງປະດັບຫຼາຍອັນ ແລະ ນໍ້າໜັກຫຼາຍກິໂລ ທັງສາຍສ້ອຍ ສາຍແຂນ ແລະ ແຫວນທັງ 10 ນິ້ວ, ໂດຍໜ້າກາກຄຳດັ່ງກ່າງ ແມ່ນໃຊ້ເວລາ 8 ມື້ໃນການຕີ

ໜ້າກາກຄຳນີ້, ເປັນໜ້າກາກບາງໆ ແລະ ມີຮູນ້ອຍໆ ກະຈາຍຢູ່ທົ່ວເພື່ອໃຫ້ຂ້ອຍຫາຍໃຈສະດວກ ກຸນຮາເທ ອະທິບາຍພ້ອມທັງລະບຸວ່າ: ບໍ່ໝັ້ນໃນວ່າ ໜ້າກາກທອງຄໍາມີປະສິດຕິພາບໃນການປ້ອງກັນໂຄວິດ-19 ແຕ່ຕົນມີວິທີອື່ນໆ ໃນການປົກປ້ອງ ລະມັດລະວັງບໍ່ໃຫ້ຕົນເອງຕິດເຊື້ອໄດ້

ສຳລັບການລະບາດຂອງພະບາດໂຄວິດ-19 ໃນລັດມະຫາຣາຊຣະ ເປັນລັດທີ່ມີຈໍານວນຜູ້ຕິດເຊື້ອໂຄວິດ-19 ຫຼາຍທີ່ສຸດໃນປະເທດ ເຊິ່ງທີປະມານ 193.000 ຄົນ ເສຍຊີວິດແລ້ວ 8.376 ຄົນ ແລະ ປິ່ນປົວເຊົາປະມານ 105.000 ຄົນ.

ໃນຂະນະທີ່ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດອິນເດຍ ເພີ່ມຂຶ້ນເປັນ 673.904 ຄົນ ເປັນອັນດັບທີ 4 ຂອງໂລກ ມີຍອດຜູ້ເສຍຊີວິດລວມ 19.279 ຄົນ ແລະ ປິ່ນປົວເຊົາ 409.062 ຄົນ.

ສາລະໜ້າຮູ້