ໃນວັນທີ່ 28/8/2020 ທີ່ປະເທດ ສ.ຣັດເຊຍ ກອງທັບປະຊາຊົນລາວ ສາມາດຍາດໄດ້ ອັນດັບທີ 2 ໃນການແຂ່ງຂັນກິລາ Army Games International 2020
ໃຊ້ເວລາແຂ່ງຂັນ 32:33 ວິນາທີ ຢູ່ໃນອັນດັບທີ 2 ສ່ວນອັນດັບ 1 ແມ່ນປະເທດ ເບລາລຸສ
ກີລາການທະຫານ ແລະ ເວທີເຕັກນິກການທະຫານສາກົນ 2020 ຈັດຂຶ້ນຢ່າງເປັນທາງ ການ ທີ່ນະຄອນຫຼວງມົສກູ ປະ ເທດ ຣັດເຊຍ ເລີ່ມແຕ່ວັນທີ 25 ຫາ 28 ສິງຫາ 2020. ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງກອງ ທັບປະຊາຊົນລາວໃຫ້ຮູ້ວ່າ: ການ ເຂົ້າຮ່ວມການແຂ່ງຂັນກີລາ ການທະຫານສາກົນ ARMY GAMES 2020 ທີ່ຣັດເຊຍ ເປັນເຈົ້າພາບ ເພື່ອເປັນການຍົກ ສູງບົດບາດຂອງກອງທັບປະ ຊາຊົນລາວ ໃນເວທີສາກົນເວົ້າ ລວມ, ເວົ້າສະເພາະແມ່ນເຫຼົ່າ ຮົບຊ່າງແສງ ທັງເປັນການຍົກ ລະດັບຄວາມຮູ້, ຄວາມສາມາດ ທາງດ້ານວິຊາສະເພາະຂອງເຫຼົ່າ ຮົບຊ່າງແສງໃຫ້ມີຄວາມຮູ້ຄວາມ ສາມາດໃນການປະຕິບັດໜ້າທີ່ ວຽກງານໃຫ້ມີຄວາມຊໍານິຊໍາ ນານທາງດ້ານພາຫະນະຊະນິດ ໃໝ່ໆຂອງເຫຼົ່າຮົບ ນອກນັ້ນຍັງ ເປັນການຖອດຖອນບົດຮຽນໃນ ການນໍາໃຊ້ພາຫະນະໃຫ້ມີຄວາມ ຄ່ອງແຄ້ວໃນເວລາປະຕິບັດໜ້າ ທີ່ວຽກງານ ໂດຍສະເພາະໃນ ຍາມເກີດໄພພິບັດຕ່າງໆ. ໃນໄລ ຍະການແຂ່ງຂັນນັກກີລາແຕ່ລະ ຄົນໄດ້ເອົາໃຈໃສ່ປະຕິບັດລະບຽບ ແບບແຜນຂອງກອງທັບປະຊາ ຊົນລາວຢ່າງເຂັ້ມງວດ, ເພື່ອສະ ແດງໃຫ້ຮູ້ວ່າກອງທັບປະຊາຊົນ ກໍເປັນກອງທັບໜຶ່ງທີ່ມີຄວາມ ເຂັ້ມແຂງ, ເຖິງວ່າສະພາບແວດ ລ້ອມ, ດິນຟ້າອາກາດອາດຈະບໍ່ເອື້ອອຳນວຍກໍຕາມແຕ່ດ້ວຍຄວາມພະຍາ ຍາມ ນັກກີລາ ພວກເຮົາກໍໄດ້ພ້ອມກັນ ຜ່ານມາ ແລະ ເຮັດສໍາເລັດໜ້າ ທີ່ການຈັດຕັ້ງຂັ້ນເທິງມອບ ໝາຍໃຫ້ ໂດຍສະເພາະຍາດເອົາ ຄວາມຮູ້ຄວາມສາມາດກັບຄືນ ສູ່ເຫຼົ່າຮົບ ກໍຄືກອງທັບປະຊາ ຊົນລາວ. ພັນເອກ ບຸນປອນ ລົມພະຈັນ ຫົວໜ້າການທະຫານກອງພັນ ໃຫຍ່ລົດຖັງຍານເກາະ 661 ໃຫ້ ຮູ້ວ່າ:
ນີ້ເປັນຄັ້ງທີ່ສອງ ສປປ ລາວ ໄດ້ເຂົ້າຮ່ວມຈໍານວນ 84 ສະຫາຍປະກອບມີຄື: ລົດຕັງ ແລະ ເຕັກນິກຊ່າງແສງ, ໃນນີ້ ໄດ້ເອົານັກກີລາຈາກລາວ ເຂົ້າ ຮ່ວມໄປ 5 ປະເພດ ມີຈໍານວນ 42 ສະຫາຍ ສ່ວນເຫຼືອນັ້ນໄດ້ເອົາ ນັກຮຽນທີ່ກໍາລັງສຶກສາວິຊາສະ ເພາະການທະຫານຢູ່ຣັດເຊຍເປັນ ຕົວແທນ ເຂົ້າຮ່ວມ ປະກອບມີ: 1. ທີມ ເຫຼົ່າຮົບລົດຕັງ-ຍານເກາະ 21 ສະຫາຍ, 2. ທີມເຕັກນິກຊ່າງ ແສງ 21 ສະຫາຍ, 3. ທີມທະ ຫານອາກາດກູ້ໄພສຸກເສີນ 10 ສະຫາຍ, 4. ທີມປ້ອງກັນອາ ກາດ 5 ສະຫາຍ, 5. ທີມສືບ ຂ່າວ 12 ສະຫາຍ, 6. ທີມເຄມີ ລັງສີ ແລະ ຊີວະພາບ 7 ສະຫາຍ, 7. ທີມເຕັກນິກຊ່ຽວຊານອາວຸດ ປືນ, ສໍາຫຼັບເຫຼົ່າຮົບຊ່າງແສງ ແບ່ງອອກເປັນ 3 ປະເພດການ ແຂ່ງຂັນຄື: ຂ້າມຜ່ານແມ່ນໍ້າ, ຜ່ານສິ່ງກີດຂວາງ ແລະ ພາຫະ ນະຊ່າງແສງຮັບປະກັນການສູ້ ຮົບ