ສະບາຍດີຕອນເຊົ້າວັນອັງຄານ ທີ21 ເມສາ. ນັບແຕ່ລັດຖະບານປະກາດຍົກລະດັບການຕ້ານພະຍາດໂຄວິດ-19 ເຊື້ອວ່າຫຼາຍທ່ານ ກໍຄົນມີເວລາຫຼາຍຂຶ້ນ ດັ່ງນັ້ນມັນກໍເປັນໂອກາດອັນດີໃນການທົບທວນຜົນງານຂອງຕົນເອງຜ່ານມາ ວ່າເຮັດຫຍັງໄດ້ດີແດ່ ແລະ ຍັງມີຫຍັງທີ່ເຮັດຈຸດດ້ອຍທີ່ເຮັດໃຊ້ຊີິວິດ ແລະ ການງານຂອງເຮົາໄປບໍ່ຮອດໃສ ຫລື ຍັງບໍ່ປະສົບຄວາມສຳເລັດເທື່ອ.
ດັ່ງນັ້ນໃນຊ່ວງເວລາຈຳກັດຕົວເອງຢູ່ເຮືອນຕໍ່ນີ້ ກໍລອງທົບທວນສຶກສາຫາສາເຫດແລະຫມັ່ນຊອກຄົ້ນເສີມສ້າງຄວາມຮູ້ຈຸດທີ່ຍັງຂາດຫາຍເພື່ອເຮັດໃຫ້ຫຼັງຜ່ານພົ້ນວິກິດຄັ້ງນີ້ຊີວິດຈະປ່ຽນໄປໃນທາງທີ່ຕັ້ງໜ້າ ປ່ຽນຈາກວີກິດທີ່ເຮັດໃຫ້ເຮົາຂາດຫລາຍໄດ້ ມາເປັນໂອກາດໃນການສ້າງລາຍຮັບນຳພາສູ່ຄວາມສຳເລັດໃນໜ້າທີ່ການງານກັນນໍ…. ມື້ນີ້ມີ 7 ວິທີເຮັດວຽກທີ່ໄດ້ຜົນສຳເລັດມານຳສະເໜີໃຫ້ຫຼາຍທ່ານທີ່ຄິດວ່າກຳລັງທົດຖອຍໃນຊີວິດການເຮັດວຽກ,ຍ້າຍຫຼາຍໜ່ວຍງານແຕ່ກໍ່ບໍ່ປະສົບຄວາມສໍາເລັດລອງມາອ່ານເບິ່ງວ່າທ່ານຍັງມີຫຍັງແດ່ທີ່ຂາດຫາຍໄປ.
1. ກໍານົດເປົ້າໝາຍຄວາມສໍາເລັດ: ຄວາມສໍາເລັດບໍ່ແມ່ນອີງຕາມສິ່ງທີ່ຄົນອື່ນຄິດ ຄວາມສໍາເລັດຂອງທ່ານ ທ່ານຄວນເປັນຄົນກຳນົດເປົ້າຫມາຍເສັ້ນທາງການເດີນທາງເພາະຈະໄດ້ປະເມີນດ້ວຍຕົວທ່ານເອງວ່າທ່ານເດີນທາງມາເຖິງຈຸດໃດ.
2. ທ່ານຢາກເຮັດຫຍັງແດ່?: ໃນແຕ່ລະມື້ ຈະມີວຽກເຮັດໃຫ້ເຈັບຫົວເລື້ອຍໆ. ບາງຄັ້ງ, ສະໝອງຂອງຄົນເຮົາບໍ່ໄດ້ຖືກລວບລວມ, ມັນແມ່ນຄວາມຄິດທີ່ວ່າຈະຕ້ອງການເຮັດສິ່ງນີ້ເພື່ອກາຍເປັນຮູບພາບ. ສຸດທ້າຍ, ບໍ່ມີຫຍັງເກີດຂຶ້ນ. ດັ່ງນັ້ນ, ໃຫ້ໃຊ້ວິທີງ່າຍດາຍທີ່ເຮັດວຽກດີກ່ວາທ່ານຄິດວ່າ, ບໍ່ວ່າທ່ານຈະເຮັດວຽກລະ ດັບໃດກໍ່ຕາມ, ກໍ່ຄືການຂຽນບັນຊີລາຍການປະຈໍາວັນເພື່ອເຮັດສິ່ງຕ່າງໆ. ຄວາມສໍາຄັນຂອງສິ່ງທີ່ຕ້ອງ ການຈະໄດ້ຮັບຜົນສໍາເລັດ.ແນະນໍາລາຍຊື່ສິ່ງທີ່ຄວນເຮັດກ່ອນນອນ ຫຼືເຮັດມັນຄັ້ງທໍາອິດໃນຕອນເຊົ້າບໍ່ວ່າຈະເປັນຂະຫນາດນ້ອຍ; ຫຼັງຈາກນັ້ນ,ໃຫ້ຄວາມສໍາຄັນສິ່ງທີ່ທ່ານຈະຕ້ອງເຮັດໃນມື້ນີ້ກ່ອນສິ່ງອຶ່ນ.
3. ເວລາເຮັດວຽກຄິດຫຍັງອອກໃຫ້ຮີບຈົດ: ບາງຄັ້ງ, ແນວຄວາມຄິດທີ່ດີອອກມາເວລາທີ່ບໍ່ຖືກຕ້ອງ. ບໍ່ວ່າຈະເປັນອາບນ້ຳໃນເວລາຂັບລົດ, ກ່ອນນອນ, ກິນອາຫານ. ຖ້າບໍ່ໄດ້ຮີບຮ້ອນຈະລືມມັນ. ບາງຄັ້ງມັນສໍາຄັນສໍາລັບການເຮັດວຽກ. ບາງຄັ້ງ, ມັນອາດຈະເປັນຄວາມຄິດຂອງການນໍາສະເໜີວຽກກັບລູກຄ້າ. ພໍຈະກັບມາຄິດອີກທີລືມມັນເສຍແລ້ວ ສະນັ້ນວິທີງ່າຍໆກໍ່ຄືກັນມີປື້ມບັນທຶກໄວ້ຈົດກ່າຍ ຫຼື ໂທລະສັບມືຖືຂອງທ່ານເພື່ອບັນທຶກມັນອີກ.
4. ມີຄວາມອົດທົນ ແລະ ດຸຫມັ່ນໃນການເຮັດວຽກ: ມີຄວາມອົດທົນພະຍາຍາມເຮັດວຽກ ພະລັງງານທີ່ຈະຊຸກຍູ້ໃຫ້ເຮົາປະສົບຜົນສໍາເລັດແມ່ນການອົດທົນຕໍ່ພຶດຕິກໍາຄຳເວົ້າ, ອົດທົນຕໍ່ຄວາມກົດດັນໃນບ່ອນເຮັດວຽກ, ອົດທົນກັບສະຖານະການທີ່ບໍ່ດີ, ຮຽນຮູ້ການປັບຕົວ ແລະຊອກຫາວິທີແກ້ໄຂ.
5. ຢ່າຢຸດການຮຽນຮູ້ພັດທະນາຕົນເອງ: ຜູ້ປະສົບຄວາມສໍາເລັດຕ້ອງໄດ້ຮັບການພັດທະນາຕົນເອງຢູ່ສະເໝີບໍ່ວ່າຈະເປັນດ້ານບຸກຄະລິກ, ທັດສະນະຄະຕິ, ພຶດຕິກໍາ, ວິທີການເຮັດວຽກ, ການປະເມີນຄວາມສາ ມາດຂອງຕົນເອງ ແລະ ຫາວິທີສຶກສາ, ສິ່ງທີ່ເຮົາຄວນຮຽນຮູ້ເພີ່ມເພື່ອປັບປຸງວຽກງານໃຫ້ມີປະສິດທິ ພາບຫຼາຍຂຶ້ນ.
6. ການເຮັດວຽກແບບເປັນທີມ: ການມີສາຍພົວພັນທາງທຸລະກິດທີ່ດີອາດເປັນສິ່ງທີ່ສາມາດຊ່ວຍໃຫ້ທຸລະກິດ ຫຼື ໂຄງການຂອງເຮົາກ້າວໄປຂ້າງຫນ້າ ຫຼື ຜົນສໍາເລັດພຽງພໍບໍ່ວ່າຈະເປັນເວລາໃດບໍ່ມີໃຜສາມາດໂດດເດັ່ນໄດ້ ແລະເຮັດໃຫ້ທີມງານມີຄວາມສໍາເລັດ. ແຕ່ຕ້ອງເຮັດວຽກຢ່າງມີປະສິດຕິຜົນມີທີມງານທີ່ເຮັດວຽກຮ່ວມກັນໄດ້ດີ ແຕ່ລະຄົນໃນທີມຮູ້ພາລະໜ້າທີ່ ແລະຄວາມຮັບຜິດຊອບຂອງເຂົາເຈົ້າ ແລະຕິດຕໍ່ສື່ສານຢ່າງຕໍ່ເນື່ອງ ແລະມີການພົວພັນກັບສື່ທີ່ດີກັບທຸລະກິດອື່ນສາມາດເຮັດໃຫ້ພວກເຮົາປະສົບຜົນສໍາເລັດໄດ້ໄວຂຶ້ນ.
7. ເຮັດສິ່ງທີ່ດີບໍ່ຈໍາເປັນຕ້ອງປະກາດ: ເຮັດສິ່ງທີ່ດີບໍ່ຈໍາເປັນຕ້ອງປະກາດໃຫ້ຫຼາຍຄົນຮັບຮູ້ ເພາະຄົນດີສັງຄົມອ້ອມຂ້າງຈະເປັນຄົນບອກກ່າວເອງ ການເຮັດດີກັບຄົນໃດໜຶ່ງໃນສັງຄົມຂໍພຽງເຮົາເຫັນເຂົາມີຄວາມ ສຸກນັ້ນກໍ່ຄືຄວາມສຸກຂອງເຮົາໄປດ້ວຍບໍ່ຕ້ອງໄດ້ຄິດເຖິງຜົນຕອບແທນໃດໆ.
ການສື່ສານທີ່ມີປະສິດຕິຜົນແມ່ນມີຄວາມສໍາຄັນບໍ່ວ່າຈະເປັນການສື່ສານພາຍໃນອົງກອນລະຫວ່າງຫ້ອງການກັບພະແນກລະຫວ່າງອົງກອນ ແລະ ລູກຄ້າ ລະຫວ່າງອົງກອນກັບອົງກອນແມ່ນມີຄວາມສຳຄັນທີ່ສຸດ.