ເປີດໃຊ້ແລ້ວ! ໂຮງໝໍອູ່ຮັ່ນຮັບຜູ້ປ່ວຍຊຸດທຳອິດແລ້ວ ຫຼັງໃຊ້ເວລາພຽງ 10ມື້ ໃນການສ້າງສຳເລັດ

ເປີດໃຊ້ແລ້ວ! ໂຮງໝໍອູ່ຮັ່ນຮັບຜູ້ປ່ວຍຊຸດທຳອິດແລ້ວ ຫຼັງໃຊ້ເວລາພຽງ 10ມື້ ໃນການສ້າງສຳເລັດ

ໂຮງໝໍທີ່ສ້າງຂື້ນໃໝ່ໃນນະຄອນອູ່ຮັ່ນ ເຊິ່ງເປັນສູນກາງຂອງການແຜ່ລະບາດຂອງເຊື້ອໄວຣັດໂຄໂຣນ່າໃນຈີນ ໄດ້ເລີ່ມເປີດຮັບປິ່ນປົວຄົນເຈັບທີ່ຕິດເຊື້ອຣັດໃນວັນອັງຄານ (4 ກຸມພາ 2020)

ລາຍງານລະບຸວ່າ ຄົນເຈັບຊຸດທຳອິດກຳລັງຖືກເຄື່ອນຍ້າຍໄປໂຮງໝໍຫົວເຊິນຊານ (Huoshenshan Hospital) ເຊິ່ງຖືກສົ່ງມອບເມື່ອວັນອາທິດທີ່ຜ່ານມາ ຫຼັງກໍ່ສ້າງສຳເລັດພາຍໃນເວລາພຽງ 10 ວັນເທົ່ານັ້ນ. ໂດຍໂຮງໝໍແຫ່ງນີ້ເປັນ 1 ໃນ 2 ຂອງໂຮໝໍຊົ່ວຄາວທີ່ສ້າງຂື້ນເພື່ອປິ່ນປົວຄົນເຈັບທີ່ຕິດເຊື້ອໄວຣັດໂຄໂຣນ່າ

ຂະນະທີ່ສຳນັກງານໃຫຍ່ດ້ານການຄວບຄຸມພະຍາດລະບາດ ກ່າວເມື່ອວັນຈັນ (3 ກຸມພາ) ວ່າອູ່ຮັ່ນຍັງເລັ່ງປ່ຽນໂຮງຢີມ ແລະ ສູນວາງສະແດງ 3 ແຫ່ງໃຫ້ກາຍເປັນໂຮງໝໍເພື່ອຮອງຮັບຄົນເຈັບທີ່ຕິດເຊື້ອໄວຣັດໂຄໂຣນ່າອີກດ້ວຍ

ສຳນັກງານເຜີຍວ່າສະຖານທີ່ທີ່ຈະປ່ຽນເປັນໂຮງໝໍຊົ່ວຄາວ ໄດ້ແກ່ ໂຮງຢີມຫົງຊານ (Hongshan Gymnasium), ສູນການປະຊຸມ ແລະ ຈັດສະແດງນານາຊາດອູ່ຮັ່ນ (WICEC) ແລະ ອາຄານວັດທະນະທຳແຫ່ງໜຶ່ງທີ່ມີຊື່ວ່າ “ຫ້ອງນັ່ງຫຼີ້ນອູ່ຮັ່ນ” (Wuhan livingroom)

ຂ່າວທົ່ວໄປ