ດຣາມ່າຕໍ່ ຫຼືຈະຈົບ!! ຄຣິສ ພິລະວັດ ພະເອກຊີຣີ່ດັງຂອງໄທ ຖະແຫຼງຂ່າວຂໍໂທດປົມດູຖູກ “ລາວ ປັນຍາອ່ອນ ເຮັດເພື່ອຫຍັງ ຢູ່ລ້າບໍ່ເປັນ ສັX”
ກາຍເປັນດຣາມ່າຕອນເດິກໄປບໍ່ໜ້ອຍ ສໍາລັບປະເດັນຂອງນັກສະແດງໄວລຸ້ນໄທ ພະເອກຊີຣີ່ “Who are you” ທີ່ກໍາລັງມາແຮງຢູ່ໃນຕອນນີ້ສໍາລັບໜຸ່ມ ຄຣິສ ພິລະວັດ ແສງໂພທິຣັດ ຫຼັງຈາກມີຄົນເຂົ້າໄປຄົ້ນພົບວ່າ ເມື່ອ 3 ປີກ່ອນ ໜຸ່ມຄຣິສ ເຄີຍໂພສຂໍ້ຄວາມໃນລັກນະຫຍຽດຫຍາມ ບໍ່ໃຫ້ກຽດຄົນລາວ ໂດຍໃຊ້ຄໍາວ່າ “ລາວ ປັນຍາອ່ອນ ເຮັດເພື່ອຫຍັງ ຢູ່ລ້າບໍ່ເປັນ ສັX” ຈົນເຮັດທັງຄົນໄທເຊື້ອສາຍລາວ ແລະ ຄົນລາວທີ່ເປັນແຟນຄຣັບຢູ່ ອອກມາສະແດງຄວາມຄິດເຫັນຕ່າງໆນາໆເຖິງຄໍາເວົ້າທີ່ບໍ່ໃຫ້ກຽດເຊື້ອຊາດດັ່ງກ່າວ ລວມທັງ Net Idol ຊື່ດັງຂອງລາວເຮົາຄື ສາວແກ້ວຕາ ກໍໄດ້ເຂົ້າໄປສະແດງຄວາມຄິດເຫັນວ່າ “ລາວເປັນຊື່ປະເທດເດີ້ ບໍ່ໄດ້ມີຄວາມໝາຍວ່າ ບ້ານນອກນໍາ ບໍ່ຄວນເອົາມາເປັນຄໍາດ່າເນາະ”
ຈົນເຮັດທັງຄົນໄທເຊື້ອສາຍລາວ ແລະ ຄົນລາວທີ່ເປັນແຟນຄຣັບຢູ່ ອອກມາສະແດງຄວາມຄິດເຫັນຕ່າງໆນາໆເຖິງຄໍາເວົ້າທີ່ບໍ່ໃຫ້ກຽດເຊື້ອຊາດດັ່ງກ່າວ ລວມທັງ Net Idol ຊື່ດັງຂອງລາວເຮົາຄື ສາວແກ້ວຕາ ກໍໄດ້ເຂົ້າໄປສະແດງຄວາມຄິດເຫັນວ່າ “ລາວເປັນຊື່ປະເທດເດີ້ ບໍ່ໄດ້ມີຄວາມໝາຍວ່າ ບ້ານນອກນໍາ ບໍ່ຄວນເອົາມາເປັນຄໍາດ່າເນາະ”
ນອກຈາກນັ້ນຍັງມີປະເດັນທີ່ ໜຸ່ມຄຣິສ ເຄີຍ Live ຫຍຽດຫຍາມເພດທີ່ 3 ໂດຍໃຊ້ຄໍາເວົ້າບໍ່ມ່ວນວ່າ “ເກ-ພ່ອງ” ຄວາມໝາຍຄືເກພໍ່ມຶງຫວາ; ລວມໄປເຖິງປະເດັນການເຢາະເຢີ້ຍເລື່ອງຄະດີຂົ່ມຂືນ ທີ່ໜຸ່ມຄົນນີ້ເອົາມາເວົ້າແບບມ່ວນປາກ… ກໍເປັນປະເດັນເຮັດໃຫ້ເກີດກະແສດຣາມ່າເຊັ່ນດຽວກັນ!!!
ຈາກເຫດການດັ່ງກ່າວ ໜຸ່ມຄຣີສ ກໍໄດ້ອອກມາຖະແຫຼງຂ່າວຂໍໂທດທຸກການກະທໍາ ແລະ ພຶດຕິກໍາທີ່ບໍ່ຄ່ອຍດີຂອງຕົນເອງ ພ້ອມທັງຈະປ່ຽນແປງຕົວເອງທຸກຢ່າງ… ຫວັງວ່າແຟນຄຣັບຈະໃຫ້ອະໄພດ້ວຍ!!!
ງານນີ້ບໍ່ຮູ້ວ່າດຣາມ່າຈະຈົບ ຫຼືຈະໜັກກວ່າເກົ່າຄົງຕ້ອງຕີດຕາມກັນຕໍ່ໄປເນາະ!!! ແຟນຄຣັບຊາວລາວເດວ່າແນວໃດ? ແຕ່ແນວໃດກໍຕາມ ແອັດກໍບໍ່ສະໜັບສະໜູນໃຫ້ສ້າງສັດຕູຕໍ່ກັນ ທຸກຄົນມີຜິດພາດກັນໄດ້ ຜິດແລ້ວຮູ້ຈັກຂໍໂທດ ຮູ້ຈັກປັບຕົວກໍຄວນໃຫ້ອະໄພກັນເນາະ!! ເພື່ອສັງຄົມທີ່ໜ້າຢູ່ຂຶ້ນ.