ລາຍງານຈາກກູ້ໄພ 1624 ໃຫ້ຮູ້ວ່າ ໃນວັນທີ່ 24 ມິຖຸນາ 2020 ໄດ້ຮັບແຈ້ງຈາກ ໂຮງຮຽນແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ວ່າມີນັກຮຽກຫຼາຍຄົນເຈັບທ້ອງກະທັນຫັນ ຫຼັງກິນຢາຂ້າແມ່ທ້ອງ.
ຢາດັ່ງກ່າວແມ່ນແຈກຢາຍຈາກໂຄງການ. ພາຍຫຼັງກິນຢາຂ້າແມ່ທ້ອງແລ້ວ ເຮັດໃຫ້ນັກຮຽນຈໍານວນໜຶ່ງ ເຈັບທ້ອງ ອາການຜິດປົກກະຕິ ຈິ່ງຟ້າວປະສານຫາກູ້ໄພ ນໍາສົ່ງໂຮງໝໍ.
ຈາກຂໍ້ມູນເບື້ອງຕົ້ນ ມີຄົນເຈັບປະມານ 20 ຄົນ ນໍາສົ່ງໄປໂຮງໝໍເມືອງສີໂຄດ ແລະ ໂຮງໝໍມະໂຫສົດ ໂດຍກູ້ໄພ 1623, 1624, 1625 ແລະ 1628 ຈິ່ງຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງກວດສອບດ້ວຍ.