(ເມື່ອການກົດຂີ່ ການເອົາລັດເອົາປຽບ ຫຍຽດຫຍາມ ແລະຄວາມບໍ່ສະເໝີພາກຂອງຄົນໃນສັງຄົມມາເຖິງຂີດສຸດ ຄົນກໍໂຫຍຫາຄອມມິວນິສ ຊັ່ງຊີ້ລະ)
ທ່າມກາງຄວາມວຸ້ນວາຍສາຍສະໝອນ ແລະຄວາມຮຸ່ງເຮືອງເຫຼືຶອງເຫຼື້ອມຂອງແປວໄຟແຫ່ງຄວາມແຄ້ນ ຄົນຂາວກຸ່ມໜຶ່ງທີ່ຮ່ວມຊຸມນຸມປະທ້ວງ ໄດ້ເດີນຂະບວນ ປະກາດສ້າງຕັ້ງສະຫະພັນ ສາທາລະນະລັດສັງຄົມນິຍົມ ໂດຍຍົກທຸງພັກແຮງງານຄອມມິວນິສ ສັນຍາລັກແຫ່ງການປະຕິວັດ ສູ່ຄວາມເທົ່າທຽບສະເໝີພາກ ຂຶ້ນເປັນຄັ້ງແຮກໃນປະຫວັດສາດອາເມຣິກາ ຂະນະທີ່ຊາຍຜີວດຳກຸ່ມໜຶ່ງ ກໍຍົກຮູບນາຍພົນໂຊໄລມານີ ຜບ ກອງທັບຄຸຊ ອີຣານ ທີ່ຖືກສະຫະລັດລອບສັງຫານ ນັ້ນຂຶ້ນ ພ້ອມຮ້ອງ ອັລເລາະຫ໌ ອັກບາຣ ເປັນຄັ້ງແຮກໃນອາເມຣິກາ ເໝືຶອນກັນ.
ດ້ານທຳນຽບຂາວ ຜູ້ປະທ້ວງ ໄດ້ປີນຮົ້ວບຸກເຂົ້າເຂດຫວງຫ້າມ ບ່ອນທີ່ທຣຳປ໌ ບອກວ່າມີໝາຮ້າຍ ແລະອາວຸດທີ່ເປັນຕາຢ້ານສຸດເທົ່າທີ່ມະນຸດເຄີຍເຫັນນັ້ນ (ແຕ່ກໍບໍ່ມີຫຍັງໃນກໍໄຜ່).. ສ່ວນທຣຳປ໌ ໄດ້(ເປີດອາດຫຼາດ)ໜີໄປກ່ອນໜ້ານັ້ນແລ້ວ ເປັນຄັ້ງແຮກອີກເໝືອນກັນ ທີ່ ປທດ ອາເມຣິກາ ໂດດທຳນຽບຂາວໜີມັອບ..