ຈາກກໍລະນີທີ່ເພຈຂອງທະຍາຍນິດ້າ ເຜີຍແຜ່ເລື່ອງລາວທີ່ແພດຂົ່ມຂືນຄົນເຈັບ ຕອນກວດພາຍໃນຄີນິກແຫ່ງໜຶ່ງ ໂດຍເຫຍື່ອສາວເຂົ້າແຈ້ງຄວາມກັບເຈົ້າໜ້າທີ່ຕໍາຫຼວດ ນອກນີ້ຍັງມີຜູ້ເສຍຫາຍອີກຫຼາຍຄົນທະຍອຍອອກມາເປີດໂປ່ງເລື່ອງລາວພຶດຕິກໍາຂອງແພດທ່ານນີ້ເມື່ອປີ 2019 ຜ່ານມາ.
ຜູ້ເສຍຫາຍ
ໂດຍຄວາມຄືບໜ້າຫຼ້າສຸດຂອງຄະດີນີ້ ທະນາຍນິດ້າ ໄດ້ອອກມາເຜີຍແຜ່ຜ່ານເພຈສ່ວນຕົວວ່າ ສານຈັງຫວັດນະຄອນສະຫວັນ ປະເທດໄທ ໄດ້ພິພາກສາຈໍາຄຸກຈໍາເລີຍ ເປັນເວລາ 4ປີ 15 ເດືອນບໍ່ລໍຖ້າລົງອາຍາເປັນທີ່ຮຽບຮ້ອຍແລ້ວ ຂະນະດຽວກັນທະນາຍນິດ້າກໍ່ຂອບໃຈທຸກພາກສ່ວນທີ່ຊ່ວຍເຫຼືອ ແລະ ເຮັດໜ້າທີ່ຂອງຕົນເອງ ມອບຄວາມເປັນທໍາໃຫ້ກັບສິ່ງທີ່ຖືກຕ້ອງ.
ພາບຈຳລອງເກີດເຫດ
ແນວໃດກໍ່ຕາມ ເຖິງເລື່ອງນີ້ຈະເກີດຂຶ້ນທີ່ປະເທດໄທ ແຕ່ແອັດຂໍຍົກເອົາມາເປັນອຸທາຫອນ ໃຫ້ເອື້ອຍນ້ອງແມ່ຍິງທຸກຄົນໄດ້ມີສະຕິລະວັງຕົວ ປ້ອງກັນຕົນເອງທຸກສະຖານະການ ເພື່ອບໍ່ໃຫ້ໃຜມາເອົາປຽບເຮົາໄດ້.