ຖ້າເວົ້າເຖິງຄົນດັງໃນໂລກອອນລາຍ (ແລະ ໃນໂລກຄວາມຈິງ) ສາມາດເວົ້າໄດ້ວ່າ ຊື່ສຽງຂອງ “ເທິ ຢູ່ນາ“ ນັ້ນເປັນທີ່ຮູ້ຈັກກັນດີສຳລັບຜູ້ໃຊ້ອິນເຕີເນັດໃນລາວ ເຊິ່ງຕັ້ງແຕ່ທີ່ເລີ່ມກ້າວຂາເຂົ້າສູ່ເສັ້ນທາງການສ້າງຄອນເທັ້ນໃຫ້ຄົນມາຕິດຕາມເມື່ອຫຼາຍປີກ່ອນ ມາຈົນຮອດຕອນນີ້ກໍມາໄກສົມຄວນຈົນອາດເວົ້າໄດ້ວ່າເປັນນັກສ້າງຄອນເທັ້ນທີ່ເປັນເຈົ້າຂອງຊ່ອງທາງຢູທູບທີ່ມີຜູ້ຕິດຕາມອັນດັບໜຶ່ງຂອງລາວກໍວ່າໄດ້.

ຢູ່ນາສະຕູດິໂອ ເກີດຂຶ້ນເມື່ອເກືອບ 5 ປີ ກ່ອນ ດ້ວຍການສ້າງວິດີໂອເລົ່າຂ່າວໃນຮູບແບບທີ່ຍ່ອຍງ່າຍ ໃຊ້ພາສາແບບບ້ານໆ ໂດຍມີສຽງຂອງໜຸ່ມຜູ້ໄທທີ່ຮູ້ຈັກກັນໃນຊື່ “ເທິ ຢູ່ນາ” ເປັນຜູ້ດຳເນີນລາຍການ ເຜີຍແຜ່ຜ່ານທາງເຟສບຸກເພຈ “Una Studio” ເຊິ່ງໃນໄລຍະຕົ້ນໄດ້ຮັບການຕອບຮັບເປັນຢ່າງດີ ມີຍອດຜູ້ຕິດຕາມເພີ່ມຂຶ້ນຢ່າງວ່ອງໄວ ເປັນທີ່ຮູ້ຈັກກັນໄປທົ່ວປະເທດ ແລະ ໃນປະເທດເພື່ອນບ້ານຢ່າງໄທ. ນອກຈາກເຮັດວິດີໂອເລົ່າຂ່າວດັ່ງກ່າວແລ້ວ ເທິ ຢູ່ນາ ຍັງມີຜົນງານອື່ນໆອອກມາອີກທັງເພງ, ວິດີໂອໂປຣດັກຊັນ ແລະ ອື່ນໆອີກຢ່າງຫຼວງຫຼາຍ.
ພ້ອມນີ້ເມື່ອປາຍເດືອນມິຖຸນາ 2020, ເທິ ຢູ່ນາ ກໍໄດ້ເຜີຍໂສມສຳນັກງານແຫ່ງໃໝ່ຂອງ “ຢູ່ນາສະຕູດິໂອ” ທີ່ຜູ້ກ່ຽວເອີ້ນວ່າ “ຖຽງນາພັນລ້ານ” ໂດຍກ່າວວ່າ ສຳນັກງານແຫ່ງນີ້ ຈະເປັນການສະຫຼອງຄົບຮອບ 5 ປີຂອງ ຢູ່ນາສະຕູດິໂອ ເຊິ່ງຈະມີລະບົບການເຮັດວຽກໃໝ່ ແລະ ອຸປະກອນທີ່ອັບເກຣດຂຶ້ນ.ຖ້າເວົ້າເຖິງຄົນດັງໃນໂລກອອນລາຍ (ແລະ ໃນໂລກຄວາມຈິງ) ສາມາດເວົ້າໄດ້ວ່າ ຊື່ສຽງຂອງ “ເທິ ຢູ່ນາ“ ນັ້ນເປັນທີ່ຮູ້ຈັກກັນດີສຳລັບຜູ້ໃຊ້ອິນເຕີເນັດໃນລາວ ເຊິ່ງຕັ້ງແຕ່ທີ່ເລີ່ມກ້າວຂາເຂົ້າສູ່ເສັ້ນທາງການສ້າງຄອນເທັ້ນໃຫ້ຄົນມາຕິດຕາມເມື່ອຫຼາຍປີກ່ອນ ມາຈົນຮອດຕອນນີ້ກໍມາໄກສົມຄວນຈົນອາດເວົ້າໄດ້ວ່າເປັນນັກສ້າງຄອນເທັ້ນທີ່ເປັນເຈົ້າຂອງຊ່ອງທາງຢູທູບທີ່ມີຜູ້ຕິດຕາມອັນດັບໜຶ່ງຂອງລາວກໍວ່າໄດ້.
ຢູ່ນາສະຕູດິໂອ ເກີດຂຶ້ນເມື່ອເກືອບ 5 ປີ ກ່ອນ ດ້ວຍການສ້າງວິດີໂອເລົ່າຂ່າວໃນຮູບແບບທີ່ຍ່ອຍງ່າຍ ໃຊ້ພາສາແບບບ້ານໆ ໂດຍມີສຽງຂອງໜຸ່ມຜູ້ໄທທີ່ຮູ້ຈັກກັນໃນຊື່ “ເທິ ຢູ່ນາ” ເປັນຜູ້ດຳເນີນລາຍການ ເຜີຍແຜ່ຜ່ານທາງເຟສບຸກເພຈ “Una Studio” ເຊິ່ງໃນໄລຍະຕົ້ນໄດ້ຮັບການຕອບຮັບເປັນຢ່າງດີ ມີຍອດຜູ້ຕິດຕາມເພີ່ມຂຶ້ນຢ່າງວ່ອງໄວ ເປັນທີ່ຮູ້ຈັກກັນໄປທົ່ວປະເທດ ແລະ ໃນປະເທດເພື່ອນບ້ານຢ່າງໄທ. ນອກຈາກເຮັດວິດີໂອເລົ່າຂ່າວດັ່ງກ່າວແລ້ວ ເທິ ຢູ່ນາ ຍັງມີຜົນງານອື່ນໆອອກມາອີກທັງເພງ, ວິດີໂອໂປຣດັກຊັນ ແລະ ອື່ນໆອີກຢ່າງຫຼວງຫຼາຍ.
ພ້ອມນີ້ເມື່ອປາຍເດືອນມິຖຸນາ 2020, ເທິ ຢູ່ນາ ກໍໄດ້ເຜີຍໂສມສຳນັກງານແຫ່ງໃໝ່ຂອງ “ຢູ່ນາສະຕູດິໂອ” ທີ່ຜູ້ກ່ຽວເອີ້ນວ່າ “ຖຽງນາພັນລ້ານ” ໂດຍກ່າວວ່າ ສຳນັກງານແຫ່ງນີ້ ຈະເປັນການສະຫຼອງຄົບຮອບ 5 ປີຂອງ ຢູ່ນາສະຕູດິໂອ ເຊິ່ງຈະມີລະບົບການເຮັດວຽກໃໝ່ ແລະ ອຸປະກອນທີ່ອັບເກຣດຂຶ້ນ.
ທ່າມກາງຄຳຍ້ອງຊົມເຊີຍຕໍ່ຄວາມສຳເລັດ ແລະ ຄວາມຮຸ່ງເຮືອງຂອງຢູ່ນາສະຕູດີໂອນັ້ນ ກໍບໍ່ວາຍມີຜູ້ໃຊ້ອິນເຕີເນັດບາງສ່ວນທີ່ວິພາກວິຈານ ແລະ ຕັ້ງຂໍ້ສົງໄສກ່ຽວກັບທີ່ມາຂອງ “ຖຽງນາພັນລ້ານ” ດັ່ງກ່າວວ່າໄດ້ເງິນມາຈາກໃສມາສ້າງສິ່ງດັ່ງກ່າວ ແລະ ບໍ່ເຊື່ອວ່າການເປັນຢູທູບເບີ (YouTuber) ຈະສ້າງເງິນໄດ້ຫຼາຍຂະໜາດນັ້ນ.
ຕໍ່ກັບຂໍ້ສົງໄສດັ່ງກ່າວ muan.la ໄດ້ສະຫຼຸບໃຈຄວາມຈາກວິດີໂອ “ດັງແນວໃດໃຫ້ໄດ້ເງິນ” ທີ່ ເທິ ໄດ້ອອກມາອະທິບາຍ ແລະ ນີ້ເປັນຄຳຕອບຕໍ່ຂໍ້ສົງໄສດັ່ງກ່າວມາໃຫ້ທຸກຄົນໄດ້ຮູ້ກັນ.
1.ໄດ້ເງິນຄ່າໂຄສະນາຈາກຢູທູບ: ຖ້າຫາກຍັງບໍ່ທັນຮູ້ ນີ້ກໍເປັນໂອກາດທີ່ດີທີ່ເຮົາຄວນຮູ້ໄວ້, ການເປັນ YouTuber ສາມາດສ້າງລາຍໄດ້ແທ້ ເພາະທຸກໆການເຫັນໂຄສະນາທີ່ຢູ່ທູບສະແດງຜ່ານວິດີໂອຂອງ ຢູ່ນາສະຕູດິໂອນັ້ນ ເປັນເມັດເງິນຈຳນວນຫຼາຍ. ຍອດຜູ້ຕິດຕາມຂອງຊ່ອງນີ້ມີເຖິງເກືອບ 9 ແສນຄົນໃນປັດຈຸບັນ (ເດືອນມິຖຸນາ 2020) ແລະ ໃນແຕ່ລະວິດີໂອທີ່ປ່ອຍອອກໄປມີຜູ້ເຂົ້າເບິ່ງຫຼາຍແສນ ຫາ ຫຼາຍລ້ານຄັ້ງ ກໍບໍ່ແປກໃຈວ່າລາຍຮັບຈາກສ່ວນນີ້ຈະຫຼາຍຂຶ້ນໄປຕາມໃນລະດັບ ຫຼາຍພັນໂດລາຕໍ່ເດືອນ.
2.ໄດ້ເງິນຈາກການຮັບລົງໂຄສະນາ: ຢູ່ນາສະຕູດິໂອ ກໍຄືກັບບັນດາຊ່ອງຢູທູບ ແລະ ເຟສບຸກເພຈອື່ນໆ ທີ່ມີການຮັບລົງໂຄສະນາ. ໂຄສະນາເຫຼົ່ານີ້ມາຈາກບັນດາບໍລິສັດ ແລະ ແບຣນສິນຄ້າຕ່າງໆ ເຊິ່ງມີການສອດແຊກມາທັງໃນວິດີໂອຕ່າງໆ ຫຼື ຈະເປັນໂພສໃນເຟສບຸກແບບຂາຍຕົງໆບໍ່ມີອ້ອມ. ບໍ່ເຊື່ອລອງໄປເລື່ອນເບິ່ງແລ້ວຈະເຫັນວ່າ ມີທັງສະມາດໂຟນ, ສາຍການບິນ, ບໍລິການຕ່າງໆ ທີ່ລົງໂຄສະນາຜ່ານ ຢູ່ນາສະຕູດິໂອ. ຄັ້ງໜຶ່ງລາຄາຫຼາຍລ້ານ ເດືອນໜຶ່ງກໍມີຫຼາຍຄັ້ງ ແລ້ວຄິດເອົາວ່າມັນຈະມີຈັກລ້ານກີບ ຫຼື ຈັກພັນໂດລາ?
3.ໄດ້ເງິນຈາກການເຮັດວິດີໂອໂປຣດັກຊັນ (video production): ຖ້າໃຜຕິດຕາມ ຢູ່ນາ ສະຕູດີໂອ ຈະເຫັນວ່າ ເທິ ຢູ່ນາ ເປັນຜູ້ໜຶ່ງເຊິ່ງມີສ່ວນຮ່ວມໃນວົງການຜະລິດວິດີໂອຄຸນນະພາບຢູ່ເລື້ອຍມາ. ຖ້າບໍ່ເຫັນພາບໃຫ້ສັງເກດຈາກວິດີໂອທີ່ປ່ອຍຜ່ານທາງຢູ່ນາເອງ ທັງຮູບເງົາສັ້ນ, ວິດີໂອປະກອບເພງ ແລະ ອື່ນໆ ຈະເຫັນໄດ້ວ່າບໍ່ແມ່ນການຖ່າຍຫຼິ້ນໆຫົວໆ ແຕ່ມີການວາງແຜນ ເຮັດວຽກເປັນຂັ້ນເປັນຕອນ ຈົນອອກມາເປັນວິດີໂອໃຫ້ທຸກຄົນໄດ້ເສບກັນ. ສ່ວນນີ້ສ້າງເງິນໃຫ້ ເທິ ແນວໃດ? ຄຳຕອບແມ່ນ ຜູ້ກ່ຽວຮັບຜະລິດວິດີໂອ ກໍຄືຖ່າຍທຳໃຫ້ກັບຜູ້ວ່າຈ້າງ ຍົກຕົວຢ່າງທີ່ເຫັນເປັນຮູບປະທຳແມ່ນລາຍການ ເລາະລຸຍລາວ ເຊິ່ງຄວບຄຸມການຜະລິດໂດຍວິທະຍຸສາກົນແຫ່ງປະເທດຈີນ CRI ປະຈຳລາວ ຮ່ວມກັບໂທລະພາບແຫ່ງຊາດລາວ ໂດຍຜູ້ກ່ຽວກໍໄດ້ເປີດເຜີຍເອງວ່າ ຖ້າເດືອນໃດໄດ້ເຮັດອັນນີ້ ແມ່ນໄດ້ເງິນຫຼາຍພັນຫາຫຼັກ “ສິບພັນ” ໂດລາ.
ທັງໝົດນັ້ນກໍເປັນພຽງຂໍ້ມູນບາງສ່ວນທີ່ເຮົາສະຫຼຸບເອົາມາໃຫ້ທຸກຄົນໄດ້ຮູ້ກັນ. ບົດຄວາມນີ້ບໍ່ແມ່ນການມາຊ່ວຍເວົ້າຕາງ ຢູ່ນາສະຕູດີໂອ ແຕ່ພຽງຢາກນຳສະເໜີອີກດ້ານໜຶ່ງຂອງວຽກງານທີ່ຫຼາຍຄົນອາດຈະຍັງບໍ່ທັນຮູ້ວ່າສາມາດສ້າງເມັດເງິນຈຳນວນມະຫາສານໄດ້ຢ່າງເປັນຮູບປະທຳ ເຊິ່ງທັງໝົດທັງມວນນີ້ມາຈາກຄວາມມານະພະຍາຍາມ, ນຳໃຊ້ຄວາມສາມາດຂອງຕົນເອງເຮັດໃນສິ່ງທີ່ມັກ ຫັນໃຫ້ເປັນອາຊີບສ້າງລາຍຮັບເຂົ້າຕົນເອງໄດ້.