ສະບາຍດີ ພໍ່ເເມ່ພີ່ນ້ອງລຸງປ້ານ້າອາ ເພື່ອນມິດສະຫາຍ ທຸກໆຄົນ ຂ້າພະເຈົ້າ ນາງບົວວັນ ຈັນທະລັງສີ (ຜູ້ເປັນຫລານ)ຢາກຮ້ອງຂໍ ບັນດາທ່ານ ຜູ້ມີນ້ຳໃສໃຈສັດທາ ນຳພວກທ່ານເເດ່ ເພາະຕອນນີ້ຫລວງປູ່ໄມ່ແສງປະຈຳພັນສາຢູ່ວັດ ໂພນໄຊຫລັກ 18 ເມືອງໄຊຍະເເຂວງໄຊຍະບູລີ ໄດ້ລົ້ມປ່ວຍ ມື້ຄືນນີ້ເປັນເວລາ 20:00 ຂອງວັນທີ່ 14/07/2020.
ຕອນນີ້ສະພາບຂອງທ່ານຍັງບໍ່ຮູ້ສຶກຕົວ ຄວາມດັນຂື້ນ 180 ຖ້າຫາກຫມູ່ເພື່ອນຫລືພີ່ນ້ອງຄົນໃດມີນ້ຳໃຈໃສສັດທາຢາກຊ່ວຍຊີວິດຂອງ ປູ່ກະໃຫ້ຕິດຕໍ່ມາທາງ ເບີ 0304736578 ຫລືເບີ 02055160466 ໄດ້ເຈົ້າ ຫລື ຫມາຍເລກບັນຊີ ## 09512-00002-9754-9001 # #ທະນາຄານການຄ້າ ເປັນບັນຊີຂອງຂ້າພະເຈົ້າເອງ.
ເພາະທ່ານ ບໍ່ມີລູກຈັກຄົນ ມີແຕ່ລູກຫລານທີ່ບໍ່ເເມ່ນສາຍເລືອດ ພວກລູກຫລານເລົ່ານັ້ນ ຖານະແລະຊີວິດການເປັນຢູ່ ກະບ່ຄ່ອຍມີ ເພາະສະນັ້ນຂ້າພະເຈົ້າຂໍຕາງຫນ້າເເລະຮຽກຮ້ອງ ຂໍວອນຜູ້ໃຈບຸນ ຊ່ວຍທ່ານດ້ວຍ ຖືວ່າທ່ານໄດ້ທຳບຸນ ຄັ້ງຍິ່ງໃຫ່ຍ
ຂໍຂອບໃຈ ແລະອວຍພອນທ່ານລ່ວງໜ້າ ສຳລັບການໄດ້ທຳບຸນຮ່ວມກັນ ຂໍໃຫ້ທ່ານທັງຫລາຍ ຈົ່ງມີສຸຂະພາບເເຮງ ມີຄວາມຈະເລີນກ້າວຫນ້າໃນຫນ້າທີ່ການງານ ທຸກໆທ່ານ ຍິ່ງດີໄປກວ່ານັ້ນຂໍລູກຫລານເເຕ່ລະຄົນ ຄົນລະແຊ ຄົນລະເມັ່ນ