ຈະມາສະຫຼຸບດຣາມາໃນຄັ້ງນີ້ໃຫ້ເຂົ້າໃຈງ່າຍໆໃນ 6 ຂໍ້ຕໍ່ໄປນີ້:
1.ຫວຍງວດປະຈຳວັນທີ 10 ສິງຫາ 2020 ເຊິ່ງເປັນງວດທີ 53 ຂອງປີນີ້ ມີການຈັດອອກຫວຍເປັນປົກກະຕິໃນເວລາ 20 ໂມງປາຍ.
2. ຈົນຮອດເວລາປະມານ 20:26 ໂມງ ມີການເປີດໝາກບານເພື່ອສະເໜີການອອກຫວຍເຊິ່ງໃນນັ້ນໝາຍເລກທີ່ອອກແມ່ນ 29742 ເຊິ່ງເລກໃນໝາກບານ ແລະ ເລກທີ່ອ່ານໂດຍຜູ້ປະກາດລາງວັນແມ່ນກົງກັນຕາມນີ້.
3. ແຕ່ສິ່ງທີ່ຜິດແປກໄປກໍຄື ເມື່ອໂຕເລກປະກາດຜົນປາກົດຂຶ້ນເທິງໜ້າຈໍ ມີສິ່ງທີ່ບໍ່ກົງກັບເລກ 5 ໂຕ ນັ້ນກໍຄື ເລກ 4 ໂຕ, 3 ໂຕ ແລະ 2 ໂຕ ເຊິ່ງເລກທີ່ປາກົດແມ່ນ 9432, 432 ແລະ 32 ຕາມລຳດັບ. ສ່ວນເລກທ້າຍ 1 ໂຕແມ່ນບໍ່ມີບັນຫາ ເພາະກົງກັນກັບເລກທ້າຍຂອງເລກ 5 ໂຕທີ່ປະກາດອອກມາ.

4. ພາຍຫຼັງທີ່ມີການປະກາດລາງວັນ ກໍໄດ້ເກີດມີຫາງສຽງສັງຄົມໂດຍສະເພາະໃນໂລກອອນລາຍທີ່ຮັບຊົມການຖ່າຍທອດສົດຜ່ານທາງເຟສບຸກ ເຊິ່ງຫຼາຍຄົນກໍສະແດງຄວາມບໍ່ພໍໃຈຫາວ່າການອອກຫວຍໃນຄັ້ງນີ້ບໍ່ໂປ່ງໃສ ລວມທັງມີການກ່າວຫາວ່າທາງລັດວິສາຫະກິດຫວຍພັດທະນາລັອກຜົນລາງວັນ.
5. ພ້ອມນັ້ນກໍມີຜູ້ຊື້ຫວຍບາງສ່ວນອອກມາສະແດງຄວາມເຫັນໃນໂພສແຈ້ງຜົນຫວຍຂອງຕົວແທນຈຳໜ່າຍຫວຍພັດທະນາຕ່າງໆວ່າ ຢາກໃຫ້ທາງລັດວິສາຫະກິດຫວຍພັດທະນາອອກມາຊີ້ແຈງ-ໃຫ້ຄຳຕອບແກ່ສັງຄົມຢ່າງຊັດເຈນກ່ຽວກັບການອອກຫວຍງວດນີ້.
6. ຫຼັງຈາກນັ້ນ ໃນວັນທີ 11 ສິງຫາ 2020 ທາງລັດວິສາຫະກິດຫວຍພັດທະນາລາວກໍໄດ້ອອກແຈ້ງການດ່ວນ ເຊິ່ງມີການເຜີຍແຜ່ທາງໂທລະພາບແຫ່ງຊາດລາວ ເພື່ອສະແດງການຂໍອະໄພກ່ຽວກັບການອອກຫວຍພັດທະນາໃນງວດທີ່ເກີດບັນຫາດັ່ງກ່າວນີ້ ເນື້ອໃນລະບຸວ່າ ການແຈ້ງລາງວັນຫວຍ 2 ໂຕ, 3 ໂຕ ແລະ 4 ໂຕ ແມ່ນຜິດພາດທາງດ້ານເຕັກນິກຄອມພິວເຕີ ພ້ອມທັງຢັ້ງຢືນວ່າຜົນການອອກຫວຍທີ່ຖືກຕ້ອງ ເລກ 5 ໂຕແມ່ນ 29742, ເລກ 4 ໂຕແມ່ນ 9742, ເລກ 3 ໂຕແມ່ນ 742, ເລກ 2 ໂຕແມ່ນ 42 ແລະ ເລກ 1 ໂຕແມ່ນ 2.