ຂ່າວເສົ້າ!  ທ່ານ ນາງ ຍອດແກ້ວມະນີ ສຸພານຸວົງ ຮອງປະທານສູນກາງແນວລາວສ້າງຊາດ ລູກ​ສາວ​ປະ​ທານ​ສຸ​ພາ​ນຸ​ວົງ ເສຍຊີວິດແລ້ວ

ຂ່າວເສົ້າ! ທ່ານ ນາງ ຍອດແກ້ວມະນີ ສຸພານຸວົງ ຮອງປະທານສູນກາງແນວລາວສ້າງຊາດ ລູກ​ສາວ​ປະ​ທານ​ສຸ​ພາ​ນຸ​ວົງ ເສຍຊີວິດແລ້ວ

ເປັນຂ່າວເສົ້າທີ່ສ້າງຄວາມຕົກໃຈໃຫ້ກັບປະຊາຊົນລາວບໍ່ໜ້ອຍ ເມື່ອທ່ຽງຄືນຂອງວັນທີ 29 ກໍລະກົດ 2020 ທຸແມ່ຍອດແກ້ວມະນີ ສຸພານຸວົງ ລູກສາວຂອງ ປະທານສຸພານຸວົງ ໄດ້ເສຍຊີວິດລົງແລ້ວ.

ໂດຍລູກສາວຂອງເພິ່ນເອງ ທ່ານ ປອ ຍອດຄໍາມະນີ ສຸພານຸວົງ ລູກສາວຂອງທຸແມ່ຍອດແກ້ວມະນີ ສຸພານຸວົງ ໄດ້ໂພສຂໍ້ຄວາມຜ່ານເຟສບຸກໃຫ້ຮູ້ວ່າ: ລູກຂໍໃຫ້ດວງວິນຍານຂອງທຸແມ່ຍອດແກ້ວມະນີ ສຸພານຸວົງ ທີ່ແສນເຄົາລົບຮັກ, ແສນດີ, ແສນປະເສີດ, ຊຶ່ງເປັນການນຳທີ່ເສຍສະຫຼະທຸກສິ່ງທຸກຢ່າງເພື່ອຕະກູນສຸພານຸວົງ, ເພື່ອປະເທດຊາດ, ປະຊາຊົນລາວບັນດາເຜົ່າ ທີ່ແທ້ຈິງ ຈົ່ງໄປສູ່ສຸຂະຕິເທີ້ນ, ສາທຸໆໆ.

ລູກຂໍໃຫ້ເປັນແມ່ລູກກັນທຸກຊາດໄປ, ລູກຮັກທຸແມ່ທີ່ສຸດໃນຈັກກະວານເດີ້;  ແລ້ວພົບກັນໃໝ່ເດີ້ທຸແມ່ ນອນຫຼັບຝັນດີເດີ້ທຸແມ່ຂອງລູກ.

ແນວໃດກໍ່ຕາມຍັງບໍ່ທັນມີຂໍ້ມູທາງການການເສຍຊີວິດຂອງເພິ່ນ ແຕ່ຫາກມີຂໍ້ມູນເພີ່ມເຕີມແນວໃດແອັດຈະມາລາຍງານເພີ່ມຕື່ມພາຍຫຼັງ.

 , ຮອງປະທານສູນກາງແນວລາວສ້າງຊາດ

ສາລະໜ້າຮູ້