ເມຍຫລວງສົ່ງລົດຈົກທຸບເຮືອນເມຍນ້ອຍ ຫລັງຮູ້ວ່າຜົວໄປຊື້ເຮືອນໃຫມ່ໃຫ້ກັບເມຍນ້ອຍ

ເມຍຫລວງສົ່ງລົດຈົກທຸບເຮືອນເມຍນ້ອຍ ຫລັງຮູ້ວ່າຜົວໄປຊື້ເຮືອນໃຫມ່ໃຫ້ກັບເມຍນ້ອຍ

ເປັນການເອົາຄືນທີ່ຍິ່ງໃຫຍ່ອາລັງການຫຼານ ແລະ ສະແດງໃຫ້ເຫັນເລີຍວ່າແຮງແຄ້ນມັນຫຼາຍສ່ຳໄດ ກັບນາທີລົດກຳລັງທັບເຮືອນຜົວເມຍຫຼັງໜຶ່ງ ທີ່ຖືກສົ່ງມາໂດຍເມຍຫລວງຜູ້ອິດສາທີ່ຜົວຖິ້ມໄປແອບປູກຕ້ນຮັກກັບຄົນໃຫມ່

ເຫດການດັ່ງກ່າວເກິດຂຶ້ນທີ່ອິນໂດເນເຊຍ ເມື່ອຍິງສາວຄົນຫນຶ່ງຊຶ່ງຢູ່ກິນກັບຜົວມາເປັນເວລາດົນ ຈົນສຸດທ້າຍມາຮູ້ວ່າສາມີຕົນເອງໄປແອບມີບ້ານເລັກຊຸກເຊືອງເອົາໄວ້ ທັງຍັງຈົກເງິນຊຶ່ງເປັນສິນສອດຮ່ວມກັນກັບທັງສອງ ມາເປຍິງໃຫມ່ຫມົດ ຫນ້າມືດຕາມົວ ເນື່ອງດ້ວຍສາວຄົນໃຫມ່ຂອງຜົວນັ້ນທັງງາມ ທັງເດັກກວ່າ ເຖຶງຂັ້ນຜົວລົງທຶນຊື້ເຮືອນໃຫມ່ໃຫ້ລາວ

ທັງນີ້ຕາມປົກກະຕິແລ້ວ ຄວາມສຳພັນແບບມີເມຍຫລາຍຄົນຖືເປັນເລື່ອງທີ່ພົບເຫັນໄດ້ທົ່ວໄປໃນປະເທດແຖບອາຊີຕະວັນອອກສ່ຽງໃຕ້ ທີ່ຝ່າຍຊາຍສາມາດມີເມຍຫລາຍຄົນໄດ້ຫາກເມຍຄົນທຳອິດຍິນຍອມ ແຕ່ເທື່ອນີ້ເມຍຫລວງຈະບໍ່ຍິນຍອມ ແລະ ລະເບິດຄວາມແຄ້ນດ້ວຍການສົ່ງລົດຈົກໄປຖະລົ່ມເຮືອນຫລັງໃຫມ່ທີ່ຝ່າຍຜົວຊື້ໃຫ້ເມຍນ້ອຍ ສ້າງຄວາມຕົກຕະລຶງແກ່ຜົວແລະເມຍນ້ອຍ ລວມເຖຶງປະຊາຊົນທີ່ຢູ່ບໍລິເວນນັ້ນ ເບື້ອງຕົ້ນເຈົ້າຫນ້າທີ່ຕຳຫຼວດໄດ້ລົງມາສອບສວນເລື່ອງທີ່ເກິດຂຶ້ນແລ້ວ ແຕ່ຍັງບໍ່ມີຄວາມຄືບຫນ້າໃດໆ ເຜີຍອອກມາ.

ຂ່າວທົ່ວໄປ