ແມ່ ກະໂດດບໍ່ນ້ຳເລິກ 10 ແມດ ຊ່ວຍຊີວິດລູກນ້ອຍອາຍຸ3 ປີ

ແມ່ ກະໂດດບໍ່ນ້ຳເລິກ 10 ແມດ ຊ່ວຍຊີວິດລູກນ້ອຍອາຍຸ3 ປີ

ເມື່ອວັນທີ່ 4 ສິງ ຫາ.63 ເມື່ອເວລາ 12.30 ນ. ຫນ່ວຍກູ້ໄພເທສບານວິຊິດ ໄດ້ຮັບແຈ້ງຈາກສູນນະເຣນທອນ ວ່າມີເຫດເດັກ 3 ປີຕົກໃນບໍໍ່ນ້ຳສ້າງ ຄວາມເລິກ 10 ແມດ ຊຶ່ງມີລະດັບນ້ຳເລິກປະມານ 5 ແມດ ແມ່ຂອງເດັກໄດ້ໂດດຕາມລົງໄປຊ່ວຍພາຍໃນບໍ່ນ້ຳ ໃນຂະນະທີ່ຊາວບ້ານກຳລັງຊ່ວຍເຫລືອທັ້ງແມ່ແລະລູກຂຶ້ນມາຈາກບໍ່

ເຫດເກີດທີ່ໄພສານ ຕ.ວິຊິດ ອ.ເມືອງ ຈ.ພູເກັດ ຫລັງຮັບແຈ້ງໜ່ວຍກູ້ໄພພ້ອມດ້ວຍເຈົ້າຫນ້າທີ່ເທສກິດເທສບານຕຳບົນວິຊິດ ຮີບໄປຍັງທີ່ເກີດເຫດ ພົບຊາວບ້ານຈ່ຳນວນຫນຶ່ງກຳລັງຊ່ວຍກັນປະຖົມພະຍາບານເບື້ອງຕົ້ນໃຫ້ເດັກນ້ອຍທີ່ພະລິດຕົກບໍ່ນ້ຳຮູ້ຊື່ພາຍຫລັງຄື ທ້າວ ຊໍ ອາຍຸ 3 ປີ ຊາວມຽນມາ ແລະນາງດາ ອາຍູ 34 ປີ ຊາວມຽນມາ ທັ້ງແມ່ແລະລູກຢູ່ໃນອາການຕົກໃຈ ສະພາບຕົນໂຕປຽກ ເຈົ້າຫນ້າທີ່ຈຶ່ງໄດ້ກວດແທກຊີບພະຈອນ ພ້ອມໃຫ້ອອກຊິເຈນກັບເດັກ ກ່ອນນຳສົ່ງໂຮງພະຍາບານພູເກັດເປັນການດ່ວນ ຫລ່າສຸດອາການປອດໄພທັງສອງແມ່ລູກ

ນາງດາ ແມ່ຂອງເດັກເລົ່າວ່າ ຕົນເຊົ່າຫ້ອງເຊົ່າໃນຄຸ້ມດັ່ງກ່າວ ຂະນະເກີດເຫດຕົນຢູ່ໃນຫ້ອງກັບລູກ ຕົນຊັກຜ້າໃນຫ້ອງນ້ຳ ຊຶ່ງຫລັງຫ້ອງເປີດປະຕູປະໄວ້ ລູກຊາຍຈຶ່ງແອບຫນີໄປຫລິ້ນທີ່ບໍ່ນ້ຳຫ່າງຈາກຫ້ອງພັກບໍ່ໄກປານໃດ ຈາກນັ້ນໄດ້ພະລິດຕົກລົງໄປໃນບໍ່ ຕົນບໍ່ເຫັນລູກຊາຍໃນຫ້ອງຈຶ່ງຜິດສັງເກດ ພະຍາຍາມເອີ້ນລູກແລ້ວແຕ່ບໍ່ຕອບ ຈຶ່ງໄດ້ຊອກຫາແຕ່ບໍ່ເຫັນ ຈາກນັ້ນຕົນຣີບແລ່ນໄປເບິ່ງຢູ່ບໍ່ນ່ຳສ້າງ ຈຶ່ງເຫັນເກີບຂອງລູກຕົກຢູ່ຂ້າງປາກບໍ່ ຈຶ່ງໝັ້ນໃຈວ່າລູກຕົກລົງໄປໃນບໍ່ແນ່ນອນ ຕົນກໍ່ຮ້ອງຂໍຄວາມຊ່ວຍເຫລືອຈາກຊາວບ້ານ ກ່ອນຈະຕັດສິນໃຈໂດດລົງໃນບໍ່ນ້ຳເພື່ອຊ່ວຍລູກ ເມື່ອໂດດລົງໄປເຖິງກົ້ນບໍ່ ເຫັນວ່າລູກຊາຍໄດ້ຈົມນ້ຳຫມົດສະຕິແລ້ວ ຈຶ່ງໄດ້ອຸ້ມຮ່າງລູກຊາຍພາດບ່າ ຈົນລູກຊາຍອາຈຽນ ແລະຟື້ນຂຶ້ນມາ ຊາວບ້ານກໍ່ຊ່ວຍກັນຢ່ອນເຊືອກລົງໄປໃນບໍ່ ແລ້ວໄດ້ມັດໂຕດຶງຂື້ນມາ

ຕົນຂໍຂອບໃຈຊາວບ້ານທີ່ຊ່ວຍເຫລືອຂຶ້ນມາ ສ່ວນຊາວບ້ານເມື່ອເຫັນເດັກຟື້ນຂຶ້ນມາຕ່າງກໍ່ດີໃຈ ແລະຊື່ນຊົມຄວາມໃຈເດັດດ່ຽວຂອງຕົນທີ່ສ່ຽງຊີວິດ ໂດດລົງບໍ່ນ້ຳເພື່ອຊ່ວຍຊີວິດລູກໃນຄັ້ງນີ້ ຊາວບ້ານສົງສານຈຶ່ງມອບເງິນໃຫ້ 1,000 ບາດ ເພື່ອຊ່ວຍເຫລືອຕໍ່ໄປ

ຂ່າວທົ່ວໄປ