ເລື່ອງລາວຄືກັບອອກມາຈາກລະຄອນ ກັບນາທີເຈົ້າບ່າວດຶງຮ່າງເຈົ້າສາວພ້ອມທຳລາຍງານແຕ່ງງານຕົວເອງ ຫລັງພົບຄວາມຈິງອັນເຈັບປວດວ່າ ຍິງສາວທີ່ຈະແຕ່ງດ້ວຍເຄີຍເປັນສາວບໍລິການມາກ່ອນ
ສຳນັກຂ່າວ The Sun ລາຍງານວ່າ ຊາອູນເບກ ຊິດາຄອບ ນັກມວຍປ້ຳລະດັບແຊມໂລກຊາວລັດເຊຍ ເຖິງກັບຂອງຂຶ້ນໄລ່ທຳລາຍງານແຕ່ງງານຂອງຕົວເອງ ຫລັງເກີດເຫດທີ່ແຂກຜູ້ຮ່ວມງານແຕ່ງກວ່າ 500 ຄົນ ໄດ້ຮັບຂໍ້ຄວາມແຈ້ງເຕືອນມາຍັງມືຖືຂອງແຕ່ລະຄົນ ຊຶ່ງເປັນ “ຄລິບຫລຸດ” ຂອງວ່າທີ່ເຈົ້າສາວເມດິນາປະລິເຍວາ ຂະນະທີ່ພິທີກຳລັງເປັນໄປດ້ວຍຄວາມລາບລືນໂດຍໃນຄລິບໄດ້ປາກົດຕົວເມດິນາ ໃນອາການກິລິຍາສຸດສະຫວາດ
ຈາກເຫດການທີ່ເກີດຂຶ້ນເຮັດໃຫ້ຊິດາຄອບຕັດສິນໃຈຍົກເລິກງານແຕ່ງງານຂອງຕົວເອງກາງຄັນ ພ້ອມທັ່ງຮ້າຍທັ່ງດ່າທຳຮ້າຍສິ່ງຂອງແລະວ່າທີ່ເຈົ້າສາວຂອງເຂົາຈົນຕ້ອງມີການຫ້າມກັນໃນເວລານັ້ນ ຍ້ອນວ່າແຟນລາວຖືກຫາວ່າເປັນສາວຂາຍບໍລິການຈາກພາບດັ່ງກ່າວດ້ວຍແມ້ຕົວລາວເອງຈະບໍ່ໄດ້ອອກມາກ່າວເຖິງເຫດການທີ່ເກີດຂຶ້ນນີ້ ແຕ່ເພື່ອນໆຂອງລາວໄດ້ພະຍາຍາມໂຕ້ແຍ້ງຢ່າງເຖິງທີ່ສຸດກັບກໍລະນີທີ່ເມດິນາຖືກກ່າວຫາວ່າເປັນສາວຂາຍບໍລິການ
ສ່ວນທີ່ມາຂອງຄລິບດັງກ່າວຍັງບໍ່ປາກົດແນ່ນອນວ່າເປັນຝີມືໃຜ ແຕ່ຈາກລາຍງານໄດ້ສັນນິດຖານວ່າອາດຈະເປັນ “ພັນລະຍາຂອງມະຫາເສດຖີ”ຄົນຫນຶ່ງທີ່ເມດິນາເຄີຍຄົບຫາກັນເມື່ອ 3 ປີກ່ອນ ແລະອາດຈະດ້ວຍຄວາມຄັບແຄ້ນໃຈຈຶ່ງເກີດເປັນແຜນການ “ເອົາຄືນ” ສຸດໂຫດນີ້ ແລ້ວເຮັດໃຫ້ຊິດາຄອບຟິວຂາດ ເພາະບໍ່ເຄີຍຮັບຮູ້ເລື່ອງລາວໃນສ່ວນນີ້ຂອງວ່າທີ່ເຈົ້າສາວຕົວເອງ ແລະແນ່ນອນວ່າເມື່ອຮັບຮູ້ແລ້ວ ເຂົາກໍ່ຮັບບໍ່ໄດ້ເຊັ່ນກັນກັບເລື່ອງລາວທີ່ເກີດຂຶ້ນແບບນີ້.