ປະມານ 22 ໂຕ່ນຂີ້ເຫຍື້ອມື້ສຸດທ້າຍງານບຸນຊ່ວງເຮືອ ທ່າວັດຈັນ ເຂດນອກ

ປະມານ 22 ໂຕ່ນຂີ້ເຫຍື້ອມື້ສຸດທ້າຍງານບຸນຊ່ວງເຮືອ ທ່າວັດຈັນ ເຂດນອກ

ຫຼັງສຳເລັດບຸນເທດສະການ ສິ່ງທີ່ຕາມມາຄືບັນຫາຂີ້ເຫຍື້ອແລະໃນງານບຸນເຮືອອອກພັນສາທີ່ໜ້າວັດຈັນ ເມືອງຂັນທະບູລີນະຄອນຫຼວງວຽງຈັນ ທີ່ສຳເລັດໄປໃນໃນຄືນວັນທີ່ 3 ຕູລາ 2020 ຜ່ານມາພາກສ່ວນຮັບຜິດຊອບອານາໄມມ້ັຍນມັດຂີ້ເຫຍື້ອໃຫ້ຮູ້ວ່າ ຂີ້ເຫຍື້ອໃນຄືນສຸດທ້າຍເຂດນອກປະມານ 22 ໂຕນ ແລະໃນສວນເຈົ້າອານູວົງ ປະມານ 20ລົດຂົນຂີ້ເຫຍື້ອ

ທ່ານ ວິໄຊ ອິນທະສານ ຮອງຫົວໜ້າບໍລິສັດອະນາໄມ ຈັນທະບູລີ ຈຳກັດ ໃຫ້ສຳພາດວ່າ: ການເຮັດອະນາໄມໃນງານບຸນຊ່ວງເຮືອປີນີ້ ທາງບໍລິສັດແມ່ນຮັບຜິດຊອບອະນາໄມມ້ຽນຂີ້ເຫຍື້ອ ເສັ້ນທາງເສດຖາທິຣາດ ແຕ່ໜ້າທະນາຄານພັດທະນາລາວ ລົງຮອດຫໍຄຳ ແລະ ລ້ຽວຂຶ້ນມາ 4 ແຍກໂຮງໝໍມະໂຫສົດ ແລະ ຂຶ້ນມາຮອດ 3 ແຍກ ວິທະຍາໄລປາກປ່າສັກ ລວມຄວາມຍາວ ປະມານ 3 ກິໂລແມັດ.

ເຊິ່ງນັບແຕ່ມື້ເປີດງານບຸນຊ່ວງເຮືອຢ່າງເປັນທາງການເປັນຕົ້ນມາຄື: ແຕ່ໃນຄືນວັນທີ 30 ກັນຍາ ແມ່ນເກັບມ້ຽນຂີ້ເຫຍື້ອໄດ້ປະມານ 3 ໂຕນ, ຄືນວັນທີ 1 ຕຸລາ ເກັບໄດ້ 4 ໂຕນ, ວັນທີ 2 ຕຸລາ ມ້ຽນຂີ້ເຫຍື້ອໄດ້ 6 ໂຕນ, ມາວັນທີ 3 ຕຸລາ ປັດກວາດໄດ້ ປະມານ 10 ໂຕນ ແລະ ໃນວັນທີ 4 ຕຸລາ ຄາດວ່າຂີ້ເຫຍື້ອ ຈະໄດ້ປະມານ 22 ໂຕນ ໃຊ້ແຮງງານປັດກວາດ 60 ຄົນ ໂດຍໄດ້ເລັ່ງອະນາໄມກວາດຂີ້ເຫຍື້ອໃຫ້ສໍາເລັດໂດຍພື້ນຖານ ເພື່ອບໍ່ໃຫ້ລົມພັດປິ່ວໄປເຂດອື່ນ ແລະ ພາຍຫຼັງປັດກວາດສຳເລັດແລ້ວ ຈະໄດ້ໃຊ້ນຳລ້າງ ປະມານ 23 ລົດສະແຕກ ແລະ ໃຫ້ສຳເລັດ 100% ໃນວັນທີ 5 ຕຸລາ 2020.

ທ່ານ ສົມນຶກ ວິໄລແສງ ຕ່າງໜ້າຈາກ ກຸ່ມບໍລິສັດ ດາວເຮືອງ ແລະ ບໍລິສັດ ຟູຈິວາລະ ຜູ້ຮັບຜິດຊອບເຂດດ້ານໃນສວນເຈົ້າອານຸວົງ ໃຫ້ສຳພາດວ່າ: ເຂດຮັບຜິດຊອບພວກເຮົາແມ່ນສວນເຈົ້າອານຸວົງ, ເບື້ອງແຄມຂອງ ຮອດບ່ອນຊ່ວງເຮືອ ແມ່ນພວກເຮົາຮັບຜິດຊອບທັງໝົດ ແລະ ວິທີຈັດການຂີ້ເຫຍື້ອແມ່ນພວກເຮົາມີພະນັກງານ ທັງໝົດ 120 ຄົນ ໂດຍໃນມື້ນີ້ (ວັນທີ 4 ຕຸລາ 2020) ຈະໄດ້ເລັ່ງອະນາໄມເກັບມ້ຽນຂີ້ເຫຍື້ອໃຫ້ສຳເລັດພາຍໃນ 22 ໂມງຂອງມື້ນີ້ ໂດຍຄາດວ່າຈະມີຂີ້ເຫຍື້ອປະມານ 20 ຄັນລົດ.

ທ່ານກ່າວຕື່ມວ່າ ການອະນາໄມລ່າຊ້າແມ່ນມາຈາກບັນຫາເຕັ້ນຂອງຊາວຄ້າຂາຍທີ່ມາເກັບມ້ຽນ, ມ້າງຊ້າ ເຮັດໃຫ້ພວກເຮົາເຮັດອະນາໄມບໍ່ໄດ້ທັນທີ່ຫຼັງແລ້ວງານ. ສະນັ້ນ, ເຊົ້າມາຈຶ່ງເຫັນພາບກອງຂີ້ເຫຍື້ອຢາຍຊະຊາຍ ແລະ ຖ້າບັນດາຜູ້ຄ້າຂາຍມາມ້າງຮ້ານອອກແລ້ວ ພວກເຮົາຈຶ່ງໄດ້ອະນາໄມ ແລະ ຂີ້ເຫຍື້ອທີ່ອະນາໄມຍາກທີ່ພົບໃນຍຸກປັດຈຸບັນແມ່ນເຄສໂທລະສັບ, ແຜ່ນຕິດກັນແຕກໂທລະສັບ ແລະ ມີບັນຫາຂີ້ເຫຍື້ອຊະຊາຍຈາກບັນດາລໍ້ຂາຍເຄື່ອງເລ້, ຜູ້ມານັ່ງກິນອາຫານຕາມເດີ່ນສວນເຈົ້າອານຸວົງ ແລ້ວຖິ້ມຊະຊາຍ ແລະ ໄດ້ຝາກເຖິງພໍ່ແມ່ປະຊາຊົນ ກໍ່ຄືຜູ້ທີ່ໄປທ່ຽວໃນງານບຸນ, ເທດສະການຕ່າງໆ ເມື່ອທ່ານຊື້ເຄື່ອງ ຫຼື ແນວກິນ ເມື່ອມີຂີ້ເຫຍື້ອໃນມື ແມ່ນຢາກໃຫ້ຖິ້ມເປັນລະບຽບ, ໃສ່ຖົງມັດແລ້ວຖິ້ມໃສ່ຖັງຂີ້ເພື່ອເຮັດໃຫ້ສະດວກໃນການເກັບມ້ຽນ ພ້ອມຝາກເຖິງຊາວຄ້າຂາຍຜູ້ເວລາຢູ່ໃນບູດ ຫຼື ຮ້ານຕົນເອງ ເວລາຈະອອກເມື່ອ ກໍ່ຂໍໃຫ້ມ້ຽນຂີ້ເຫຍື້ອໃນຮ້ານຕົນ.

ຂ່າວທົ່ວໄປ