42ປີຍັງແຈ່ວງາມຕະຫຼອດການຕ້ອງຍົກໃຫ້ຄົນນີ້  ກົບ ສຸວະນັນ

42ປີຍັງແຈ່ວງາມຕະຫຼອດການຕ້ອງຍົກໃຫ້ຄົນນີ້ ກົບ ສຸວະນັນ

ປີນີ້ສາວກົບຈັດວັນເກີດໃຫ້ຕົນເອງຄົບຮອບ 42 ປີແລ້ວ ແຕ່ຈາກຮູບຮ່າງໜ້າຕາແລ້ວ ນາງຍັງເປັນນາງເອກຕະຫຼອດການ ສຳລັບສາຍຕາແຟນຄັບ ແລະ ຜົນງານໃນຈໍຍັງຄົງເປັນທີ່ຕິດອົກຕິດໃຈຄົນທັງຫຼາຍ ບໍ່ມີທີທ່າຫຼຸດລົງເລີຍ ບໍ່ວ່າຈະອອກມາເລື່ອງໃດກໍ່ອິນຈັດໄປທຸກເລື່ອງ. ແອັດກໍ່ເປັນໜຶ່ງໃນແຟນຄັບທີ່ຕິດຕາມຜົນງານເພິ່ນເລື້ອຍມາ.

ນາງເອກຕະຫຼອດການ

ກັບສຸວະນັນ ໄດ້ເຂົ້າສູ່ວົງການບັນເທິງຕັ້ງແຕ່ໄວເດັກ ຕະຫຼອດຊີວິດຂອງເພິ່ນໄດ້ສ້າງຜົນງານມານັບບໍ່ຖ້ວມບໍ່ວ່າຈະເປັນລະຄອນ, ຖ່າຍເອັມວີເພງ, ໂຄສະນາ ແລະອື່ນໆ ເຊິ່ງລ້ວນແຕ່ສ້າງຄວາມປະທັບໃຈໃຫ້ກັບແຟນໆບໍ່ວ່າລຸ້ນເກົ່າ ຫຼື ລຸ້ນໜຸ່ມນ້ອຍ.

ງາມແທ້ເດ

ສຳລັບເລື່ອງຊີວິດຄູ່ ສາວກົບກໍ່ປະກົດວ່າແຮັບປີເອົາສຸດໆ ຫຼັງຈາກແຕ່ງງານກັບໜຸ່ມບຣູດ ດານຸພົນ ດາລາ ແລະນັກການເມືອງສຸດຫຼໍ່ ທັງສອງຄົນມາທາຍາດຮ່ວມກັນສອງຄົນ ຄືນ້ອງນະດາ ແລະນະດົນ ເຫັນວ່າມີມຸມໜ້າຮັກໆມາໃຫ້ແຟນໆໄດ້ເຫັນຕະຫຼອດ.

ແຖມເພິ່ນຍັງສອນລູກໄດ້ດີ ເວົ້າຈາມີຄາລາວະອ່ອນຫວານ ສາວກົບຍັງບອກວ່າ ຖ້າໃຜຍ້ອງວ່ານ້ອງນະດາງາມໜ້າຮັກ ຖືເປັນເລື່ອງທຳມະດາ ແຕ່ຖ້າໄດ້ຍິນວ່າລູກຄືເວົ້າມ່ວນແທ້ ນັ້ນຄືຄວາມພູມໃຈທີ່ສຸດຂອງຄວາມເປັນແມ່.

ສາວກົບສຸວະນັນ ເກີດເມື່ອວັນທີ 22 ກໍລະກົດ ຫຼັງມີຄອບຄົວແລ້ວທຸກໆປີໃນວັນເກີດ ກໍ່ຕ້ອງມີກິດຈະກຳໜ້າຮັກໆມາເຮັດຮ່ວມກັນຄອບຄົວລູກໆຄືປີນີ້ ສາວກົບໄດ້ຄວງໜຸ່ມບຣູດ ແລະລູກສອງຄົນໄປເຮັດບຸນຢ່າງລຽບງ່າຍດ້ວຍການຖວາຍສັງຄະທານ, ຜ້າຈີວອນ ພ້ອມທຽນພັນສາ 1 ຄູ່ ແລະປ່ອຍປາເພື່ອເປັນສີລະມຸງຄຸນໃນວັນຄ້າຍວັນເກີດ.

ສາລະໜ້າຮູ້