ຊ່າງປູນຈົນໆູຄົນໜຶ່ງໄດ້ແຕ່ງານກັບເມຍຄົນທຳມະດາ ທີ່ທັງສອງມັກຮັກກັນ ແລະຄິດວ່າຈະສາມາດຢູ່ນຳດູແລກັນໄດ້ ເມຍຄົນນັ້ນມີອາຊີບເປັນແມ່ບ້ານ ໜ້າທີ່ຫຼັກແມ່ນເປັນແມ່ບ້ານຄອຍບົວລະບັດຮັກສາເຮືອນ ແຕ່ງຢູ່ຄົວກິນໃຫ້ຜົວທີ່ບໍ່ຄ່ອຍມີເວລາພັກຜ່ອນ ສ່ວນຊ່າງປູນກໍ່ເຮັດວຽກໄດ້ເງິນເດືອນຂັ້ນຕ່ຳສຸດ ພໍປະທັງຊີວິດໄປວັນໆ ທຳອິດທັງສອງຄົນຮັກກັນທີ່ສຸດມີຫຍັງກໍ່ອົດທົນແບ່ງກັນຢູ່ກັນກິນ.
ການໃຊ້ຊີວິດຂອງຄູ່ຜົວເມຍຢູ່ກັນແບບຂາດໆເຂີນໆໄປຫຼາຍປີ ຜົວຮູ້ສືກສົງສານເມຍ ແລະສາບານວ່າຈະຕັ້ງໃຈຫາເງິນເຮັດໃຫ້ເມຍສະບາຍໃນວັນໜຶ່ງຈິ່ງຂະຫຍັນເຮັດວຽກບໍ່ຢຸດບໍ່ເຊົາ ເມື່ອເຈົ້ານາຍຮູ້ກໍ່ເລື່ອນຂັ້ນໃຫ້ຜົວຊ່າງປູນຄົນນັ້ນມາເປັນຫົວຊ່າງເພີ່ມເງິນເດືອນໃຫ້ ວັນເວລາຜ່ານໄປບໍ່ດົນລາວກໍ່ເກັບເງິນໄດ້ເປັນກ້ອນ ແລະເປີດບໍລິສັດເປັນຂອງຕົນເອງ ແລະກິດຈະການກໍ່ເຕີບໂຕຂຶ້ນເລື້ອຍໆ ຈົນເປັນທີ່ຮູ້ຈັກຂອງຄົນທັ້ງຫຼາຍ ໄດ້ພົບປະຜູ້ຄົນມາກໜ້າຫຼາຍຕາ ລວມທັ້ງສາວໆຜູ້ໜຸ່ມນ້ອຍງົດງາມ ແລະນີ້ໄດ້ກາຍເປັນຈຸດປ່ຽນເຮັດໃຫ້ຊ່າງປູນໃນເມື່ອກ່ອນເລີ່ມເບື່ອໜ້າເມຍໂຕເອງ.
ເວລາກັບມາຮອດບ້ານ ຜົວແນມເຫັນໜ້າເມຍກໍ່ຄືຈັ່ງວ່າເປັນຍິງທີ່ມີອາຍຸຄົນໜຶ່ງບໍ່ແຕ່ງຕົວບໍ່ແຕ່ງໜ້າ ບໍ່ມີຄວາມງາມໃນຕົວເລີຍ ບໍ່ຄືຜູ້ຍິງທີ່ຕົນໄປພົບເຫັນຢູ່ຂ້າງນອກໃນແຕ່ລະວັນ ມັນເຮັດໃຫ້ຜູ້ເປັນຜົວຢາກຢຸດຕິຄວາມສຳພັນຂອງການເປັນຜົວເມຍມາເກືອບ 20 ປີ ແລະຫາຍິງໃໝ່ມາຄອງສາດີກວ່າ!
ແຕ່ລາວກໍ່ຄິດເຖິງຊ່ວງເວລາທີ່ລຳບາກມານຳກັນຈິ່ງບໍ່ຢາກໃຫ້ເມຍຕ້ອງຈາກໄປດ້ວຍມືເປົ່າ ກ່ອນບອກເລີກ ຜົວໄດ້ໂອນເງິນເຂົ້າບັນຊີໃຫ້ເມຍຈຳນວນໜຶ່ງ ທີ່ສາມາດຊື້ເຮືອນໄດ້ເປັນຫຼັງ ບໍ່ໃຫ້ລຳບາກອີກ ພ້ອມເງິນອີກສ່ວນໜຶ່ງໃຫ້ໄດ້ໃຊ້ໃນຕອນແກ່ໂດຍບໍ່ຕ້ອງດິ້ນຮົນຫາເງິນອີກ ແລ້ວລາວກໍ່ຕັດສິນໃຈບອກສິ່ງທີ່ຕ້ອງການໃຫ້ກັບເມຍ ແລະຂໍຢ່າຂາດກັບເມຍໃນມື້ນັ້ນ.
ເມຍໄດ້ຮັບຟັງການບອກເລີກ ກໍ່ບໍ່ໄດ້ໂວຍວາຍຫຍັງທັງໝົດ ແວວຕາມີແຕ່ຄວາມສະຫງົບ ແລະເມື່ອເຖິງເວລາຍ້າຍອອກ ຜົວກໍ່ຄິດວ່າໄປບໍລິສັດໜ້ອຍໜຶ່ງແລ້ວຊິມາຊ່ວຍຂົນເຄື່ອງໃຫ້ ແຕ່ເມື່ອລາວກັບມາຮອດບໍ່ເຫັນເມຍແລ້ວ ພົບພຽງກະແຈເຮືອນກັບປື້ມບັນຊີເງິນຝາກທີ່ຜົວຫາກໍ່ໂອນເງິນເຂົ້າໃຫ້ ແລະຈົດໝາຍລາລາຍມືຂີ້ລ້າຍໆສະບັບໜຶ່ງທີ່ຂຽນວ່າ:
ຂ້ອຍໄປແລ້ວເດີ້! ຈະກັບໄປຢູ່ນຳແມ່ຢູ່ຕ່າງແຂວງ ແຕ່ເຈົ້າບໍ່ຕ້ອງເປັນຫ່ວງຜ້າປູບ່ອນຂ້ອຍຊັກໄວ້ໝົດແລ້ວ ເກັບຢວ້ໃນຕູ້ເສື້ອຜ້າຊັ້ນເທິງ, ເສື້ອເຊີດທີ່ເຈົ້າໃສ່ປະຈຳຂ້ອຍຊັກ ແລະລີດໃຫ້ຮຽບຮ້ອຍ ເກີບ, ຢູ່ຕູ້ດ້ານລຸ່ມ ເມື່ອຂ້ອຍບໍ່ຢູ່ແລ້ວຢ່າລືມກີນຢາເດີ້ ກະເພາະຂອງເຈົ້າຍິ່ງບໍ່ດີ!!!
ອີກຢ່າງເຈົ້າເປັນຄົນຂີ້ລືມກະແຈໄຂປະຕູຂ້ອຍໄດ້ເອົາດອກໜຶ່ງໄປຝາກໄວ້ກັບປ້ອມຍາມ ຖ້າມື້ໃດເຈົ້າລືມກໍ່ໄປຖາມເອົານຳລາວ ກ່ອນຂ້ອຍອອກມາຂ້ອຍໄດ້ເຮັດຂອງກິນຕາກແຫ້ງເອົາໄວ້ ຖ້າກັບມາແລ້ວຫີວເຂົ້າກໍ່ເອົາມາຕົ້ມກິນໄດ້ເລີຍ ແລະຢ່າລືມອັດປ່ອງຢ້ຽມກ່ອນນອນ ຢ້ານຝົນຊິຕົກລະຊິປຽກພື້ນເຮືອນບໍ່ມີໃຜເຊັດຖູໃຫ້.
ລາຍມືຂອງເມຍຂີ້ລ້າຍໆອ່ານຍາກເຕີບຢູ່ ແຕ່ເນື້ອໃນໃຈຄວາມລ້ວນອອກມາຈາກໃຈ ເມື່ອອ່ານແລ້ວຍິ່ງເຮັດໃຫ້ຜົວຜູ້ລ້ຳລວຍຮູ້ສືກຜິດ ລາວກວດເບິ່ງທຸກຢ່າງທີ່ເມຍກຽມໃຫ້ກ່ອນໄປ ລາວຖືກບອກໃຫ້ຢ່າແທ້ໆຍັງເຮັດທຸກຢ່າງຄືທີ່ຜ່ານມາບໍ່ມີປ່ຽນແປງ ເຮັດໃຫ້ລາວຢ້ອນຄິດຄືນໄປຫາຊ່າງປູນຄົນເກົ່າເມື່ອ 20 ປີຜ່ານມາທີ່ບໍ່ມີເງິນບໍ່ມີຫຍັງກິນແບບອຶດໆຢາກໆ ເມຍກໍ່ຍັງຢູ່ຄຽງຂ້າງທົນທຸກບໍ່ໄປໃສ ຜົວຄິດເຖິງຄຳສັນຍາທີ່ຕົນເຄີຍໃຫ້ໄວ້ ຈະເກີດຫຍັງຂຶ້ນກໍ່ຈະດູແລຜູ້ຍິງຄົນນີ້ໃຫ້ດີທີ່ສຸດ ໃຫ້ລາວມີຄວາມສຸກ ແລະ ສະບາຍຂຶ້ນກວ່ານີ້.
ແຕ່ເປັນຫຍັງມື້ທີ່ມີທຸກຢ່າງ ຊື້ໄດ້ທຸກຢ່າງທີ່ຢາກໄດ້ໂຕເອງກັບມາບອກຢ່າຂາດກັບຄົນທີ່ຄອຍລຳບາກນຳໂຕເອງມາເກືອບ 20 ປີໄປແບບງ່າຍໆໄດ້ແນວໃດ ຄິດແລ້ວລໍຊ້າບໍ່ໄດ້ຮີບແລ່ນນຳຫາເມຍທີ່ກຳລັງໄປຂຶ້ນລົດເມ ພໍດີຮອດເມຍກຳລັງຂຶ້ນລົດ ຜົວຈິ່ງຮີບເຂົ້າໄປຫາ ແລະບອກກັບເມຍວ່າ:
ຈະໄປໃສ ຂ້ອຍເລີກວຽກມາເມື່ອຍບໍ່ເມື່ອຍເປັນຫຍັງບໍ່ແຕ່ງກີນໄວ້ຖ້າຮີບກັບໄປແຕ່ງກິນໃຫ້ໄວ ເມື່ອເມຍໄດ້ຍິນຜົວໂຕເອງມານຳທັງຕົກໃຈ ແລະດີໃຈຈົນກັ້ນນ້ຳຕາບໍ່ຢູ່ ຕົກລົງຈະເອົາຈັ່ງໃດ ແຕ່ນາງກໍ່ກັບເມືອເຮືອນດ້ວຍຄວາມງົງໆ ສ່ວນຜົວຮີບຍ່າງໄປຂ້າງໜ້າໃຫ້ເມຍຕາມຫຼັງເພື່ອບໍ່ໃຫ້ເມຍຮູ້ວ່າ ຕົນກຳລັງໄຫ້ສະອື້ນຈາກຂ້າງໃນທີ່ເຮັດຜິດຄັ້ງຮ້າຍແຮງ ແລະກຳລັງຈະສູນເສຍແມ່ຍິງທີ່ຮັກຕົນເອງທີ່ສຸດໄປ!!
ຫຼັງຈາກມື້ນັ້ນມາ ອະດີດຊ່າງປູນໄດ້ຮູ້ຊື້ງວ່າ ຄວາມຮັກທີ່ແທ້ຈີງບໍ່ແມ່ນຈ່ຳນວນເງິນໃນບັນຊີຫຼາຍ ແຕ່ມັນຄືຮອຍຍີ້ມຂອງຄົນທີ່ເຮົາຮັກ ແລະຮັກເຮົາໄດ້ຢູ່ນຳກັນດູແລກັນທຸກໆວັນ ມີຄວາມສຸກຍິ່ງກວ່າເງິນ ສະນັ້ນ ຫາກທ່ານມີຄົນທີ່ຄອຍຢູ່ຄຽງຂ້າງບໍ່ວ່າຈະສຸກຫຼືທຸກກໍ່ຈົ່ງເອົາໃຈໃສ່ເຂົາໃຫ້ຫຼາຍໆ ເພາະໃນຊາດນີ້ທ່ານອາດຈະບໍ່ພົບຄົນຄືລາວອີກແລ້ວ.