ທີ່ແຂວງ ໄຊຍະບູລີ: ເນື່ອງຈາກສະພາບຝົນຕົກຕໍ່ເນື່ອງ ແຕ່ວັນທີ່ 2 ສິງຫາ 2020, ເຮັດໃຫ້ນໍ້າຮໍາ ຂຶ້ນກະທັນຫັນ ໄຫຼຖ້ວມຂົວ , ຮົ້ວສວນ ແລະ ເຮືອນຊານປະຊາຊົນ ເຂດບ້ານກຸ່ມ ເມືອງບໍ່ແຕນ ແຂວງໄຊຍະບູລີ.
ເຊິ່ງໃນບ່າຍວັນທີ່ 2 ສິງຫາ 2020 ທາງໜ່ວຍງານຂອງລັດ ປະກອບດ້ວຍອ້າຍນ້ອງທະຫານ ໄດ້ລົງພື້ນທີ່ຂົນເຄື່ອງຂອງຊ່ວຍປະຊາຊົນ ໄປຢູ່ບ່ອນປອດໄພ.
ໃນເຊົ້າວັນທີ່ 3 ສິງຫາ 2020 ນໍ້າຍັງຄົງຂຶ້ນສູງ.
ກ່ອນຈະຖ້ວມ 2/8/2020
ຕອນຖ້ວມໜັກ 3/8/2020
ອ້າຍນ້ອງທະຫານລົງຊ່ວຍປະຊາຊົນ 2 ສິງຫາ 2020
ລະວັງກັນແດ່ເດີພີ່ນ້ອງ ແຊບອກຕໍ່ກັນແດ່ເດີ