ໃຊ້ກໍາລັງພົນ 200 ກວ່າຄົນຄົ້ນຫາພໍ່ຕູ້ພວງ ແຕ່ຍັງບໍ່ພົບ

ໃຊ້ກໍາລັງພົນ 200 ກວ່າຄົນຄົ້ນຫາພໍ່ຕູ້ພວງ ແຕ່ຍັງບໍ່ພົບ

ນະຄອນຫຼວງວຽງຈັນ ຈາກກໍລະພໍ່ຕູ້ພວງອາຍຸ 95 ປີ ໄດ້ຫາຍໄປໃນເວລາ 14:00ວັນທີ່ 3/10/2020ທີ່ແຫລ່ງທ່ອງທ່ຽວນ້ຳປຽນ ຢໍລະປາ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ພໍ່ຕູ້ນຸ່ງຊຸດນີ້ ທາງພີ່ນ້ອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ຫຼາຍກວ່າ 200 ຄົນ ໄດ້ອອກຄົ້ນຫາ ພໍ່ຕູ້ຕາມປ່າດົງ. ຈົນຮອດແລງ ວັນທີ່ 4/10/2020 ກໍ່ຍັງບໍ່ພົບ. ມີຂໍ້ມູນເພີ່ມເຕີມຈາກປະຊາຊົນວ່າ ພໍ່ຕູ້ ມານັ່ງລັດຂຶ້ນລົດແຖວປ່າກ້ວຍ ຂ້າງນໍ້າປ່ຽນຢໍລະປາ.

ວອນທຸກຄົນເປັນກະບອກສຽງຊ່ວຍເຫຼືອ ພ້ອມເປັນຫູເປັນຕາຊ່ວຍກັນ ຫາກພົບເບາະແສ ຫຼື ມີຂໍ້ມູນກ່ຽວຂ້ອງກັບພໍ່ຕູ້ ໃຫ້ແຈ້ງ 2 ເບີນີ້ໂດຍໄວ 020 7774 5678;  020 5470 0555.

ຂ່າວກ່ອນໜ້ານີ້ ພໍ່ເຖົ້າຂອງພວກຂ້າພະເຈົ້າຊື່ ພໍ່ຕູ້ພວງ ອາຍຸ 95 ປີ ລູກຫລານພາໄປທ່ຽວນ້ຳປ່ຽນຢໍລະປາ ໄດ້ຫລົງຍ່າງໄປທາງໃດບໍ່ຮູ້,​ບໍ່ເຫັນ ແຕ່ 2 ໂມງແລງຂອງວັນທີ 3/10/2020 ມາເຖີງດຽວນີ້ຍັງບໍ່ພົບເຫັນ

ຖ້າທ່ານໃດພົບເຫັນ ຂໍຄວາມກະລູຸນາ ຕິດຕໍ່ຫາເບີຂອງຂ້າພະເຈົ້າດ້ວຍ020 55696948

ຂ່າວທົ່ວໄປ