ລົດເມໄປທອດກັນຖິນ ຕໍາກັບລົດໄຟເສຍຊີວິດຫຼາຍກວ່າ 20 ຄົນທີ່ປະເທດໄທ

ລົດເມໄປທອດກັນຖິນ ຕໍາກັບລົດໄຟເສຍຊີວິດຫຼາຍກວ່າ 20 ຄົນທີ່ປະເທດໄທ

ຂ່າວຕ່າງປະເທດ ເຊົ້າວັນທີ 11 ຕຸລາ 2020 ກູ້ໄພທີ່ປະເທດໄທ ໄດ້ລາຍງານເຫດການດ່ວນ, ເກີດອຸບັດຕິເຫດລົດໄຟຕໍາກັບລົດເມ ທີ່ສະຖານີລົດໄຟ ຄອງແຂວງກັ້ນ ໝູ່ 7 ຕໍາບົນ ບາງເຕີຍ ອໍາເພີ ເມືອງ ຊະເຊີງເຊົາ ທາງເຈົ້າໜ້າທີ່ ຕໍາຫຼວດ ບາງນໍ້າປ້ຽວ ໄດ້ເຂົ້າກວດສອບສາເຫດ ໂດຍເບື້ອງຕົ້ນມີຄົນເສຍຊີວິດຫຼາຍກວ່າ 20 ຄົນ.

ຈາກການກວດສອບຂໍ້ມູນເບື້ອງຕົ້ນ ລົດເມຄັນດັ່ງກ່າວ ແມ່ນກໍາລັງຈະໄປທອດກັນຖິນ ເຊິ່ງເດີນທາງມາແຕ່ ຈັງຫວັດ ສະມຸດປະການ ເພື່ອຈະໄປວັດ ບາງປລານັກ ຈັ່ງຫວັດ ຊະເຊີງເຊົາ. ລົດເມມີຜູ້ໂດຍສານທັງໝົດປະມານ 60 ຄົນ ຄາດການສາເຫດເບື້ອງຕົ້ນອາດມາຈາກການບໍ່ລຶ້ງເສັ້ນທາງ. ໂດຍຜູ້ຢູ່ໃນເຫດການໄດ້ໃຫ້ຂໍ້ມູນວ່າ ຕອນເກີດເຫດ ບໍ່ມ່ີໄມ້ກັ້ນທາງ ແລະ ຄົນຂັບອາດຈະບໍ່ໄດ້ຍິນສຽງລົດໄຟ ຂະນະທີ່ລົດໄຟບີດແກໃຫ້ສັນຍານ ເຖິງ 3​ຄັ້ງ ກ່ອນເກີດເຫດສະຫຼົດດັ່ງກ່າວ.

ທາງເຈົ້າໜ້າທີ່ທາງການຂອງໄທ ຈະດໍາເນີນການກວດຫາສາເຫດທີ່ແທ້ຈິງຕໍ່ໄປ.

ລ່າສຸດຜູ້ສື່ຂ່າວໄດ້ລ່ຍງານວ່າຫລັງຈາກຍາດຂອງຄົນຂັບລົດບັດ ຜູ້ເສຍຊີວິດມາເຖິງທີ່ເກີດເຫດກໍ່ໄດ້ຮ້ອງໄຫ້ແທບຂາດໃຈ ແທບເປັນລົມ ຈົນຕ້ອງມີຄົນມາຊ່ວຍປອບໃຈແລະພະຍຸງໂຕໄວ້ ຊຶ່ງຕ້ອງບອກເລີຍວ່າເປັນພາບທີ່ຫົດຫູ່ໃຈທີສຸດເລີຍ

Posted by เรารัก.สุวินทวงศ์ on Saturday, October 10, 2020

ຂ່າວທົ່ວໄປ