ສັງມາມີໂຈນຫຼາຍແທ້ພີ່ນ້ອງເອີຍ ເປັນເຮືອນເປັນຊານເຫັນວ່າຕ້ອງມີຄົນຢູ່ປະຈຳບໍ່ຊັ້ນຄົງຕ້ອງລາກສາຍໄຟໄວ້ໝັດໂຈນແລ້ວນະຄອນຫຼວງວຽງຈັນເຮົານີ້ ເຫັນວ່ານັບມື້ນັບອັນຕະລາຍ ຂະໜາດຄົນຢູ່ເຕັມໂຈນຍັງກ້າເຂົ້າມາລັກເຄື່ອງແບບໜ້າດ້ານໆຍາມມັນຫີວຂຶ້ນມາ.
ຕາມລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ໃນຕອນເຊົ້າມືດ ວັນທີ 23 ກໍລະກົດ 2020 ປະຊາຊົນ ໄດ້ພາກັນຈັບໂຈນລັກເຂົ້າເຮືອນປະຊາຊົນໄດ້ ໃນລະຫວ່າງທີ່ກຳລັງເຂົ້າລັກເຄື່ອງໃນເຮືອນ.
ເຫດເກີດຂຶ້ນທີ່ເຂດ ບ້ານນາເລົາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ໂຈນເປັນເພດຊາຍ ອາຍຸປະມານ 20 ປາຍປີ ໄດ້ປິນຂຶ້ນເຮືອນປະຊາຊົນ ເພື່ອຫວັງລັກຊັບສິ່ງຂອງ, ແຕ່ທາງເຈົ້າຂອງເຮືອນ ສາມາດຈັບໄດ້ ແລະ ໄດ້ສົ່ງໃຫ້ທາງເຈົ້າໜ້າທີ່ໄປດໍາເນີນການ ຕາມຂັ້ນຕອນຂອງກົດໝາຍແລ້ວ.
ພໍດີຊ່ວງນີ້ມັກມີຝົນຕົກ ໂຈນອາດສວຍໂອກາດໄປນຳສາຍຝົນບໍ່ໃຫ້ເຈົ້າຂອງເຮືອນຮູ້ ແຕ່ລາຍນີ້ໂຊກບໍ່ເຂົ້າຂ້າງໂຈນຖືກເຈົ້າຂອງເຮືອນຈັບໄດ້ມານອນເລືອຫຼິ້ນ ເຮືອນຄົນອືື່ນ.
ໂອໂຈນຫຼາຍຂຶ້ນທຸກວັນຂໍໃຫ້ທຸກຄົນມີສະຕິລະມັດລະວັງ
ໂຈນສຸດທ້າທາຍກໍ່ເຫດລັກລົດຕອນກາງເວັນ! ສຸດທ້າຍໜີບໍ່ລອດເຈົ້າໜ້າທີ່ກັກຕົວໄດ້