ຢູ່ກັບກອງປະກວດນາງສາວນະຄອນຫຼວງ 2020 ທີ່ໄດ້ເລີ່ມຮັບສະໝັກຕັ້ງແຕ່ເດືອນທັນວາ 2019 ແລະ ໄດ້ຄັດເລືອກຮອບ 50 ຄົນ ເຫຼືອ 30 ນາງສາວເປັນທີ່ຮຽບຮ້ອຍໃນວັນທີ 8 ກຸມພາ 2020 ທີ່ ໂຮງແຮມແລນມາກ ປັດຈຸບັນທ່ານສາມາດຮ່ວມໂຫວດໃຫ້ 30 ນາງສາວນະຄອນຫລວງວຽງຈັນ 2020 ໃຫ້ຜ່ານເຂົ້າຮອບ 20 ຄົນແບບອັດຕາໂນມັດໄດ້ແລ້ວນັບຕັ້ງແຕ່ມື້ນີ້ຈົນເຖິງວັນທີ 15 ກຸພາ ຮອບຄັດເລືອກເຫຼືອ 20 ນາງສາວ ຕາມກະຕິການີ້ ພຽງແຕ່ກົດ like ແລະ Share ຮູບນາງສາວທີ່ຕົນເອງມັກ ທາງເພຈ໌ຫຼັກ Miss Vientiane ນາງສາວນະຄອນຫຼວງວຽງຈັນS 1 Like = 1 ຄະແນນ, 1 Share = 2 ຄະແນນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 15 ກຸມພາ ເວລາ 14 :00 ນາທີ ແລະນີ້ຄືໂສມໜ້າຂອງນາງສາວທັງ 30
01 ນາງ ປາມີ້ ຄໍາໄຊຍະວົງ (ມີ້)
ເປົ້າໝາຍຊີວິດ ຢາກເປັນຜູ້ຍິງຄົນຫນຶ່ງທີ່ມີຄວາມຮູ້,ຄວາມສາມາດ,ມີຊື່ສຽງສາມາດອອກຄວາມຄິດຄວາມເຫັນ ເພື່ອພັດທະນາປະເທດແລະເຜີຍແຜ່ວັດທະນະທຳ
02 ນາງ ພູມະລິນ ສຸລິບຸດ (ຕາໜອຍ) ເປົ້າໝາຍຊີວິດ ຫລັງຈາກຮຽນຈົບ ນ້ອງຢາກເຮັດວຽກທີ່ໄດ້ນໍາໃຊ້ສິ່ງທີ່ຮຽນມາ ເພື່ອໃຫ້ເກີດປະໂຫຍດໃຫ້ຫຼາຍທີ່ສຸດ
03 ນາງ ນັນຕາລີ ທະນົນໄຊ (ນັນ) ເປົ້າໝາຍຊີວິດ ການໄດ້ເຮັດຕາມຄວາມຝັນທີ່ຫວັງໄວ້ໃນສິ່ງທີ່ຕົນຮັກ ເພື່ອພິສູດຕົນເອງໃນເລື່ອງທີ່ຄິດວ່າຕົນເອງເຮັດບໍ່ໄດ້ ໃຫ້ປະສົບຜົນສຳເລັດເພື່ອຄວາມສຸກຂອງຊີວິດໃນອະນາຄົດ
04 ນາງ ທິບພະສອນ ຫົງຄໍາ (ລຸ້ງ) ເປົ້າໝາຍຊີວິດ ການໄດ້ເປັນນາງສາວນະຄອນຫລວງວຽງຈັນປີ2020 ແລະ ເປັນຄົນທີ່ເກັ່ງມີຄວາມສາມາດຮອບດ້ານ ສາມາດເປັນແບບຢ່າງທີ່ດີຂອງນ້ອງໆໄວຫມຸ່ມລາວເຮົາໄດ້
05 ນາງ ແຄັດຕີ້ ແສງອໍາພັນ (ແຄັດຕີ້) ເປົ້າໝາຍຊີວິດ ຢາກປະສົບຜົນສຳເລັດໃນດ້ານຫນ້າທີ່ວຽກງານເພຶ່ອຈະສາມາດລ້ຽງດູຕົນເອງແລະພໍ່ແມ່ຄອບຄົວໄດ້ຢາກເປັນອີກກະບອກສຽງຫນຶ່ງທີສາມາດເພື່ອເຜີຍແຜ່ວັດທະນາທຳລາວເຮົາໃຫ້ທົ່ວໂລກໄດ້ຮັບຮູ້
06 : ນາງ ອັດສະລີ ຈັນທະວຽງ (ສາ) ເປົ້າໝາຍຊີວິດ ຢາກເປັນນັກທຸລະກິດທີ່ປະສົບຜົນສໍາເລັດໃນທຸກດ້ານ ເພື່ອນໍາເອົາຄວາມຮູ້,ຄວາມສາມາດ ແລະ ປະສົບການມາພັດທະນາໂຕເອງ,ຄອບຄົວ,ສັງຄົມ ແລະ ເສດຖະກິດຂອງປະເທດລາວໃຫ້ດີຂື້ນ
07 ນາງ ຝົນມະລີ ສຸຂະຜົນ (ນໍ້າຝົນ) ເປົ້າໝາຍຊີວິດ ການເປັນຄູສອນພາສາອັງກິດໃຫ້ເດັກນ້ອຍທີ່ດ້ອຍໂອກາດ
08 ນາງ ວາດສະໜາ ສິມມະກອນ (ວາດ) ເປົ້າໝາຍຊີວິດ ການໄດ້ເປັນແບບຢ່າງໃຫ້ແກ່ຄົນຍຸກໃໝ່ ທີ່ບໍ່ແມ່ນພຽງແຕ່ນາງແບບແຕ່ເປັນຕົ້ນແບບທີ່ດີໃຫ້ແກ່ສັງຄົມລາວ
09 ນາງ ຈິນນາລີ ອິນທະປັນຍາ (ນູ່) ເປົ້າໝາຍຊີວິດ ຢາກເປັນທູດວັດທະນະທຳ, ຊ່ວຍເຜີຍແຜ່-ຮັກສາ ຈຸດເດັ່ນເອກອ້າງຂອງ ນະຄອນຫຼວງວຽງຈັນ ກໍຄືຂອງຊາດໃຫ້ແຂກຕ່າງໆ ໄດ້ປື້ມປິຕິ ໃນນະຄອນຫຼວງວຽງຈັນ ຂອງພວກເຮົາ
10 ນາງ ນໍ້າເຜິ້ງ ວົງສາ ເປົ້າໝາຍຊີວິດ ເປົ້າໝາຍໃນຊີວິດ ຢາກເຮັດວຽກໃນຝັນ ສາມາດລ້ຽງດູຄອບຄົວໄດ້ດ້ວຍໂຕເອງ
11 ນາງ ສິລິພາພອນ ວໍລະຈັກ (ປູ່ເປ້) ເປົ້າໝາຍຊີວິດ ຢາກເປັນແມ່ຍິງລາວຄົນໜຶ່ງທີ່ມີຄວາມກ້າວໜ້າ, ມີຄວາມຮູ້ຄວາມສາມາດ, ເຂັ້ມແຂງ, ສາມາດຊ່ວຍເຫຼືອຕົນເອງ, ພໍ່ແມ່, ຊ່ວຍພັດທະນາສັງຄົມ ແລະ ເຜີຍແຜ່ວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ
12 ນາງ ພາວະດີ ອຸດົມພົງ (ເບ້) ເປົ້າໝາຍຊີວິດ ນ້ອງຍາກຈະເຜີຍແຜ່ວັດວັດທະນະທໍາແລະຮີດຄອງປະເພນີຂອງລາວໃຫ້ທົ່ວໂລກໄດ້ຮັບຮູ້ວ່ານີ້ຄຶປະເທດລາວ
13 ນາງ ວຽງສາຄອນ ສູນດາລາ (ໜຸ່ງໜິງ) ເປົ້າໝາຍຊີວິດ ຢາກມີທຸລະກິດເປັນຂອງໂຕເອງ ເບິ່ງແຍງພໍ່ແມ່ໃຫ້ມີຄວາມສຸກ
14 ນາງ ອາລິດນ້ອຍ ແກ້ວມະນີພັນ (ນິສາ) ເປົ້າໝາຍຊີວິດ ຢາກເປັນຄົນຫນື່ງທີ່ປະສົບຜົນສຳເລັດທາງດ້ານວົງການນາງງາມແລະສາມາດເບິ່ງເເຍງລ້ຽງດູພໍ່ແມ່ໄດ້ເຮັດໃຫ້ພໍ່ແມ່ພູມໃຈ
15 ນາງ ຈັນນະພາ ນວນແສງສີ ( ເມ) ເປົ້າໝາຍຊີວິດ ຢາກມີວຽກເຮັດງານທໍາທີ່ໝັ້ນຄົງແລະເບິ່ງແຍງພໍ່ແມ່ໄດ້
16 ນາງ ພະທິດາ ສີຫາບັນທົມ (ບີ້) ເປົ້າໝາຍຊີວິດ Miss Vientiane 2020 ນີ້ຄືສິ່ງທີ່ໄຝຝັນຂອງນ້ອງແຕ່ຍັງນ້ອຍ
17 ນາງ ວາດສະໜາ ສົດສະຫວັນ (ມະລິ) ເປົ້າໝາຍຊີວິດ ເຮັດໃຫ້ທຸກຄົນຍອມຮັບໃນຕົວນ້ອງເອງໃຫ້ໄດ້ຫລາຍທີ່ສຸດ ເເລະ ເປັນເເບບຢ່າງທີ່ດີຂອງເເມ່ຍິງລາວ ພ້ອມທີ່ຈະເຜີຍເເຜ່ວັດທະນະທຳ ຮີດຄອງປະເພນີຂອງລາວ ເອກອ້າງໃຫ້ຄົນທັງພາຍໃນ ເເລະ ຕ່າງປະເທດ ໃດ້ຮັບຮູ້ ເຖິງຄວາມເປັນລາວ
18 ນາງ ພັດທະພອນ ສີມຸງຄຸນ (ນິນ່າ) ເປົ້າໝາຍຊີວິດ ຢາກປະສົບຜົນສຳເລັດໃນໜ້າທີ່ວຽກງານທີ່ຝັນໄວ້ ເປັນລູກກະຕັນຍູ ແລະ ເປັນຄົນດີໃນສັງຄົມ
19 ນາງ ຍຸພິນ ໄຊຍະໂພຄໍາ (ພິນ) ເປົ້າໝາຍຊີວິດ ຢາກເປັນນາງສາວນະຄອນຫລວງ2020 ແລະ ຢາກເຮັດໃນສິ່ງທີ່ຕົນເອງຝັນ ໃນສິ່ງທີ່ຕົນເອງຢາກຈະເປັນໃຫ້ສຳເລັດແລະຈະເຮັດໃຫ້ດີທີ່ສຸດ
20 ນາງ ທິບພາພອນ ວິໄລສຸກ (ກະຕ່າຍ) ເປົ້າໝາຍຊີວິດ ຢາກມີວຽກເຮັດງານທຳທີ່ດີ ຢາກເປັນກຳລັງແຮງນ້ອຍໆທີ່ສາມາດພັດທະນາບ້ານເມືອງເຮົາໃຫ້ຈະເລີນກ້າວໜ້າທຽບເທົ່າສາກົນໄດ້
21 ນາງ ເພັດໄພລິນ ຄູນສີສະຫວັດ (ບູ້) ເປົ້າໝາຍຊີວິດ ນ້ອງຢາກສານຝັນຂອງນ້ອງໃຫ້ເປັນຈິງແລະຢາກເຜີຍແພ່ຮີດຄອງປະເພນີອັນດີງາມຂອງລາວເຮົາໃຫ້ຊາວຕ່າງຊາດໄດ້ຮູ້ເຖິງວັດທະນະທໍາອັນດີງາມ
22 ນາງ ຂັນແກ້ວ ສີທະວົງ (ຈູນ) ເປົ້າໝາຍຊີວິດ ຢາກປະສົບຜົນສຳເລັດໃນໜ້າທີ່ວຽກງານ ເພາະຢາກນຳເອົາຄວາມຮູ້ທີ່ນ້ອງເອງໄດ້ສຶກສາຮໍ່າຮຽນມາໃຊ້ໃຫ້ເກີດຜົນປະໂຫຍດ ແລະ ຢາກເຜີຍແຜ່ວັດທະນາທຳຂອງຊາດລາວເຮົາໃຫ້ທົ່ວໂລກໄດ້ຮັບຮູ້ເຖິງຄວາມສວຍງາມທາງດ້ານຮີດຄອງປະເພນີ ນອກຈາກນັ້ນແລ້ວ ນ້ອງຍັງຕ້ອງການເສີມບຸກຄະລິກກະພາບຂອງຕົນເອງໃຫ້ມີຄວາມສະງ່າງາມດ້ານວັດທະນາທຳຂອງຊາດລາວເຮົາ
23 ນາງ ວິສຸດາ ຈັນທະສອນ (ເມ) ເປົ້າໝາຍຊີວິດ ການເປັນນາງງາມ ແລະ ນັກສະແດງເພາະມັນຈະເປັນໂອກາດສໍາຄັນທີ່ນ້ອງຈະໄດ້ສະແດງອອກເຖິງຄວາມຄິດ ຄວາມສາມາດ ແລະໄດ້ຊ່ວຍເຫຼືອສັງຄົມ
24 ນາງ ການຈະນາ ວິລະກຸນ (ອຸ້ມ) ເປົ້າໝາຍຊີວິດ ຢາກຈະມີພ້ອມທັງ ຄວາມຮູ້,ຄວາມສາມາດ ທີ່ຈະເພິ່ງພາຕົນເອງໄດ້ ເເລະຈະບໍ່ຖິ້ມຄວາມເປັນເເມ່ສີເຮືອນທີ່ເປັນສະເໜ່ໃນໂຕຂອງເເມ່ຍິງລາວສະໄໝໃໝ່
25 ນາງ ສຸກສະຫວັນພອນ ຫານຊະນະ (ແອ່ນນີ້) ເປົ້າໝາຍຊີວິດ ຢາກສານຝັນໃຫ້ເປັນຈິງກໍຄືການເປັນນາງແບບແລະຢາກເຜີຍແຜ່ໃຫ້ໄວຫນຸ່ມລາວໄດ້ມີຄວາມຮູ້ແລະທັກສະອັນຈຳເປັນເພື່ອປ້ອງກັນໂຕເອງຈາກຄວາມສ່ຽງໃນການດຳລົງຊີວິດໃນປັດຈຸບັນພ້ອມກັບການພັດທະນາເຂດຊົນນະບົດ.
26 ນາງ ສຸດາລັດ ພິລາໄຊ (ປູ) ເປົ້າໝາຍຊີວິດ ແມ່ນການຕັ້ງເປົ້າຫມາຍເຮັດໃນສິ່ງທີ່ຮັກໂດຍບໍ່ສົນວ່າມັນຈະສຳເລັດຫຼືບໍ່ແຕ່ຈະຂໍເຮັດທຸກມື້ໃຫ້ດີທີ່ສຸດເພື່ອເຮັດໃຫ້ເປົ້າຫມາຍທີ່ຫວັງເປັນຈິງ
27 ນາງ ວັນນະພອນ ແສງອະໄພ (ກຸ້ງນາງ) ເປົ້າໝາຍຊີວິດ ຢາກຈະໃຊ້ຄວາມຮູ້ຄວາມສາມາດທີ່ນ້ອງໄດ້ສຶກສາ ໄດ້ຝຶກຊ້ອມມາໃຫ້ເປັນປະໂຫຍດຕໍ່ສັງຄົມບ້ານເຮົາແລະກໍຈະພັດທະນາໂຕເອງເພື່ອຈະໄດ້ໄປເຜີຍແຜ່ຕໍ່ສັງຄົມສາກົນ
28 ນາງ ນັດວິໄລ ສິດສຸວົງ (ນັດ) ເປົ້າໝາຍຊີວິດ ຢາກພັດທະນາເຂດຊົນນະບົດທີ່ເປັນບ້ານເກີດເມືອງນອນຂ້ອງນ້ອງໃຫ້ດີຂຶ້ນ
29 ນາງ ສັນທະນາ ໂພທິເສ ( ຕີ່ນ່າ ) ເປົ້າໝາຍຊີວິດ ຢາກເປັນຄົນທີ່ກ້າລອງທຸກຢ່າງທີ່ໃຫມ່ໆ ຫາປະສົບການໃຫມ່ໆ ເພາະທຸກປະສົບການເລິ່ມມາຈາກຄຳວ່າລອງແລະກ້າ ຖ້າເຮົາຄິດວ່າສຳເລັດມັນກໍຈະສຳເລັດ ແຕ່ຖ້າຄິດວ່າ ເຮັດບໍ່ໄດ້ມັນກໍຈະບໍ່ໄດ້ ທຸກຢ່າງຢູ່ທີ່ຄວາມພະຍາຍາມ
30 ນາງ ອາລັນຍາ ສູນມາລາ ( ໂບ ) ເປົ້າໝາຍຊິວີດ ຢາກປະສົບຜົນສຳເລັດໃນຫນ້າທີ່ການງານ ໃຫ້ພໍ່ແມ່ໄດ້ຢູ່ສຸກສະບາຍ ນອກຈາກນັ້ນກໍຢາກມີສ່ວນຮ່ວມໃນການພັດທະນາສັງຄົມປະເທດຊາດລາວໃຫ້ຫນ້າຢູ່ຂຶ້ນ ແລະເປັນແບບຢ່າງທີ່ດີໃຫ້ກັບແມ່ຍິງລາວ