ຟັງອີກສຽງ ຈາກຄູບາອົງອື່ນໃນວັດໜອງພະຍາ ບອກເປັນສຽງດຽວກັນ ພະສົມປອງເຮັດດີທຸກຢ່າງເພື່ອວັດ

ຟັງອີກສຽງ ຈາກຄູບາອົງອື່ນໃນວັດໜອງພະຍາ ບອກເປັນສຽງດຽວກັນ ພະສົມປອງເຮັດດີທຸກຢ່າງເພື່ອວັດ

ຈາກກໍລະນີເຫດການອໍານາດການປົກຄອງບ້ານໜອງພະຍາລັອກກະແຈປະຕູວັດບໍ່ໃຫ້ມີການໃສ່ບາດເຮັດບຸນໃນມື້ຫໍ່ເຂົ້າປະດັບດິນ ເມື່ອວັນທີ 2 ກັນຍາທີ່ຜ່ານມາ ເຊິ່ງຕໍ່ມາທ່ານ ຮອງເຈົ້າເມືອງໄຊທານີ ກໍ່ໄດ້ອອກມາຊີ້ແຈງກ່ຽວກັບເຫດການດັ່ງກ່າວແລ້ວ ແຕ່ຫຼ້າສຸດ ແອັດມິນຢາກໃຫ້ທຸກຄົນມາຟັງອີກສຽງ ນັ້ນຄືບັນດາຄູບາຢູ່ໃນວັດດຽວກັນ ວ່າເພິ່ນມີຄວາມເຫັນຕໍ່ເລື່ອງນີ້ແບບໃດ.

ຄູບາເຮັດຫຍັງຜິດຄືໄລ່ໜີ ຄືບໍ່ຈັບສິກ?

ຕອບ: ຄູບາບໍ່ໄດ້ເຮັດຜິດຫຍັງ ແຄ່ຢາກປົກປ້ອງດິນວັດ ຍາກສ້າງສາພັດທະນາໂຮງຮຽນສົງມີແຜນສ້າງໂຮງຮຽນສົງ ຈຶ່ງຮັກສາດິນໄວ້
ທາງການວ່າ ຄູບາເອົາຈົວແມ່ຂາວ ແມ່ຊີ ມາແຕ່ແຂວງອື່ນໂດຍບໍ່ຮັບອະນຸຍາດ ຈຶ່ງຢ້ານມີການຊຸມນຸມປະທ້ວງລັດຖະບານຢ້ານບໍ່ປອດໄພໃ

ຕອບ: ບໍ່ມີໃນຄວາມຈິງ ເພາະທຸກຄົນເຂົ້າມາຍ່ອມມີເອກະສານ ຈ້ຳກາຈາກພາກສ່ວນກ່ຽວຂ້ອງຈາກແຂວງນັ້ນໆ ຄັກແນ່ ຮັບພະສົງ ແມ່ຂາວ ເນນ ເຂົ້າມາຢູ່ວັດຍ້ອນມີພື້ນທີ່ຫລາຍພໍຮັບໄດ້ ເພື່ອສ້າງໃຫ້ຜູ້ຄົນສະແຫວງທຳຮໍ່າຮຽນໄດ້ສະດວກ ຜູ້ມາຈາກບ່ອນອື່ນກໍ່ລ້ວນແຕ່ຄົນລາວນຳກັນມາອາໄສບວດສຶກສາຮໍ່າຮຽນ ສ່ວນການແຈ້ງພາກສ່ວນກ່ຽວຂ້ອງກໍເຮັດຕາມຂັ້ນຕອນໄວຫຼືຊ້າເທົ່ານັ້ນ ຂໍ້ອ້າງນັ້ນຄືອຸປະໂຫຼກຂຶ້ນມາເອງ

ຄູບາຖືກໃສ່ຮ້າຍຄືບໍ່ໜີ?

ຕອບ: ບໍ່ໄດ້ກະທຳຜິດທີ່ຮ້າຍແຮງ ເຈົ້າອາວາດເປັນລະດັບຮອງເຈົ້າເມືອງສົງ ເຫດຜົນເພີ່ນມີ ປາລະມີເພີ່ນຫຼາຍ ແນວຄິດແມ່ນຈະສ້າງໂຮງຮຽນສົງໃສ່ດີນວັດນີ້ ແຕ່ກໍສ້າງສຳເລັດ.

ຄືກ່ຽວຂ້ອງກັບທີ່ດິນ ແລະ ເງິນລວມ?

ຕອບ: ນາຍບ້ານເປັນຜູ້ກຳເງິນວັດ ສ່ວນຄູບາຢາກສ້າງວັດ ແຕ່ລົມກັນບໍ່ຕົກແຕກ (ຜູ້ກຳເງິນບໍ່ຢາກສ້າງ ຜູ້ຢູ່ວັດພັດມີແນວຄິດຢາກສ້າງສາ) ແລະ ດິນວັດກວ້າງຂວາງໃຫຍ່ອີຫຼີ ແຕ່ທາງຂັ້ນເທິງກໍຄືຮອງເຈົ້າເມືອງ ຢາກໄດ້ດິນສ່ວນແບ່ງເພື່ອຈະສ້າງສະໜາມກິລາ ດິນກວ້າງ ຢາກຕັດອອກແດ່ ແຕ່ຂັດກັບເຈົ້າອາວາດ ສ່ວນນາຍບ້ານມີສ່ວນກ່ຽວຂ້ອງກັບດິນວັດຢູ່ບ່ອນວ່າ ເຫັນດິນກວ້າງຂວາງຢາກໄດ້ ຢາກຕັດອອກມາສ້າງທຸລະກິດ ແຕ່ຝ່າຍສົງບໍ່ຍອມ ຍ້ອນຍັງຈະສ້າງເປັນສະຖານທີ່ ສຶກສາຮໍ່າຮຽນໃນອານາຄົດ (ເລື່ອງຂອງເລື່ອງ)

ຄູບາເຄີຍຊີ້ໜ້າຮອງເຈົ້າເມືອງ ແລະ ນາຍບ້ານຍ້ອນຫຍັງ?

ຕອບ: ຍ້ອນລົມກັນເລື່ອງດີນ ກັບເງິນນີ້ລະ ຝ່າຍສົງລະຢາກສ້າງໂຮງຮຽນສາລາໂຮງທຳ ຝ່າຍຄາລຶຫັດລະຢາກໃຫ້ຖອດດິນວັດ ຈະສ້າງທຸລະກິດ ມັນບໍ່ເປັນທຳ ເງິນລວມວັດຕ້ອງສ້າງສາວັດບໍ່ແມ່ນປະສົງອື່ນ. ດີນແຕ່ກ່ອນ 15ເຮັກຕ່າ ດຽວນີ້ເຫຼືອ5ເຮັກຕ່າ ຍັງຊິໃຫ້ຖອດອອກອີກ ດຽວບໍ່ມີອັນຈະສ້າງ.

ຄືມີເອກະສານຈາກຫຼາຍພາກສ່ວນມີ ທັງ ອພສ ເມືອງ ມີທັງເຈົ້າເມືອງ ມີທັງບ້ານ ໃຫ້ໜີກ່ອນວັນທີ 30/8/2020 ?

ຕອບ: ບໍ່ຮູ້ຄືກັນ ທາງ ອພສ ເມືອງ ກໍບໍ່ໄດ້ແຈ້ງມາ ກ່ອນ ເອກະສານນີ້ຄືລັກສະນະບັງຄັບໃຫ້ເຮັດຂຶ້ນມາ ບັງຄັບໃຫ້ເຊັນຈ້ຳກາ ແລ້ວມາອ້າງ ບໍ່ມີເຫດຜົນພໍທີ່ຈະລຸກໜີ ສິດທິມະນຸດເຮົາມີ

ສະຫຼຸບໄດ້ເຮັດຜິດວິໄນສົງບໍ່ທີ່ຮ້າຍແຮງຫຍັງບໍ່?

ຕອບ: ເລື່ອງຊູ້ສາວບໍ່ເຄີຍມີ ເລື່ອງໂກງເງິນບໍ່ເຄີຍໄດ້ຈັບ ເລື່ອງເຮັດຜິດວິໄນສົງ ບໍ່ມີ  ແຕ່ບາງຄັ້ງເຄີຍມີຕອນປະຊຸມ ຄູບາເຄີຍໃຊ້ອາລົມນຳພວກເຂົາຢູ່ ຍ້ອນດີນນີ້ລະ

ຂ່າວທາງການຄືບໍ່ເວົ້າໃຫ້ແຈ້ງ ແລະ ຄວາມຈິງ?

ຕອບ: ຍ້ອນຂໍ້ມູນລັກຖານບໍ່ມີ ບໍ່ຊັດເຈນ ໃຊ້ອຳນາດ ເຮັດຄືຄູບາບໍ່ມີສິດທິມະນຸດ ສະນັ້ນພວກເຮົາຂໍຄວາມຍຸດຕິທຳນຳສັງຄົມ ຂ່າວທາງການກໍຄືພວກທ່ານເຫັນນັ້ນລະ ບໍ່ໄດ້ມີສາເຫດຫຍັງຫຼາຍ

ຂ່າວທົ່ວໄປ