ກິນນ້ຳຍ່ຽວງົວ ສູ້ໂຄວິດ-19 ແລະ ໃຊ້ຂີ້ງົວແທນສະບູ່

ກິນນ້ຳຍ່ຽວງົວ ສູ້ໂຄວິດ-19 ແລະ ໃຊ້ຂີ້ງົວແທນສະບູ່

ເຖິງຈະຍັງບໍ່ມີການປະກາດວັກຊີນຕ້ານໄວຣັດ ໂຄວິດ-19 ຢ່າງເປັນທາງການ ແຕ່ກໍ່ໄດ້ມີກຸ່ມສາດສະໜາກຸ່ມໜຶ່ງຈັດພິທີຮ່ວມກິນນ້ຳຍ່ຽວງົວເພາະເຊື່ອວ່າ ຊ່ວຍເສິມສ້າງພູມຄຸ້ມກັນໄວຣັດ ໂຄວິດ-19 ໄດ້ເປັນຢ່າງດີ

ສື່ຕ່າງປະເທດລາຍງານວ່າ ກຸ່ມສາດສະໜາກຸ່ມໜຶ່ງໃນອິນເດັຍ ທີ່ໃຊ້ຊື່ອວ່າ Akhil Bharat Hindu Mahasabha ໄດ້ຮ່ວມຈັດພິທີກິນນ້ຳງ່ຽວສັກສິດໃນກຸງເດລີ ໂດຍມີຜູ້ເຂ້າຮ່ວມຫລາຍເຖຶງ 200 ກວ່າຊີວິດ ແຖມຍັງມີແຜນຈະຈັດພິທີແບບດຽວກັນນີ້ຂຶ້ນອີກໃນຫລາຍເມືອງທົ່ວປະເທດອິນເດັຍ ສອບຖາມສາເຫດກໍ່ຮູ້ໄດ້ວ່າ ສາວົກທຸກຄົນເຊື່ອວ່າການກິນນ້ຳຍ່ຽ່ວງົວຈະຊ່ວຍໃຫ້ຮ່າງກາຍສ້າງພູມຄຸ້ມກັນຈາກໄວຣັດ ໂຄວິດ-19 ຂຶ້ນມາໄດ້ເອງໂດຍບໍ່ຕ້ອງອາໄສຢາຈາກຊາວຕະເວັນຕົກ

ທ່ານອອມ ປະກາດ ໜຶ່ງໃນຜູ້ເຂ້າຮ່ວມພິທີໄດ້ເວົ້າວ່າ ເຂົາກິນນ້ຳຍ່ຽວງົວມາຍາວນານກວ່າ 21 ປີແລ້ວ ແຖມເຂົາແລະຄອບຄົວຍັງໄດ້ໃຊ້ຂີ້ງົວແທນສະບູ່ເຊັ່ນດຽວກັນ ເພາະພວກເຂົາມີຄວາມເຊື່ອວ່າທຳມະຊາດຈະຊ່ວຍແກ້ໂລກຮ້າຍໃຫ້ເອງ ແລະເຂົາກໍ່ຄ້ອນຂ້າງຫັົວຮຸນແຮງຕໍ່ຕ້ານຢາເວດຊະພັນຈາກຕ່າງຊາດໂດຍເຫັນວ່າມັນຄືສິ່ງສົງເຄາະຂຶ້ນມາອີກຄັ້ງ

ທັ້ງນີ້ການນ້ຳຍ່ຽວງົວມາກິນເພື່ອເປົ້າໝາຍໃນການຮັກສາໂລກນັ້ນ ບໍ່ແມ່ນເລື່ອງແປກໃຫມ່ຫຍັງເພາະກ່ອນຫນ້ານີ້ມີຜູ້ນຳຈາກພັກຊາດນິຍົມອິນດູທີ່ນຳໂດຍທ່ານ ນະເລນທະລະ ໂມທີ ທ່ານລັດຖະມົນຕີຂອງອິນເດັຍ ໄດ້ຍຶ່ນຂໍ້ສະເໜີເແລະໃຫ້ການສະໜັບສະໜູນວ່າ ທາງການແພດຄວນນຳຍ່ຽວງົວແລະຂີ້ງົວມາເປັນສ່ວນຜະສົມຢາສາມັນແລະຮັກສາໂລກມະເຮັງ ປະກອບກັບຜູ້ນຳຈາກລັດຖະອັດສະສຳທາງຕະວັນອອກສ່ຽງເໜືອຂອງອິນເດັຍຍັງໄດ້ເວົ້າກັບຜູ້ບັນຍັດກົດໝາຍຂອງລັດເມື່ອຕົ້ນເດືອນທີ່ແລ້ວໃນລະຫວ່າງການປະຊຸມວ່າ ຍ່ຽວງົວແລະຂີ້ງົວສາມາດນຳມາໃຊ້ຮັກສາໄວຣັດ ໂຄວິດ-19 ໄດ້ ຈຶ່ງເປັນທີ່ມາຂອງພິທີກຳດັ່ງນີ້

ຂ່າວທົ່ວໄປ