ຫຼໍ່ ເກັ່ງ ກະຕັນຍູ !!! ນັນ ອານັນ ໄມທອງຄໍາ ສ້າງເຮືອນໃຫ້ແມ່ ແລະ ພໍ່ ດ້ວຍຄວາມສາມາດໃນການຮ້ອງເພງ
ຕ້ອງຂໍສະແດງຄວາມຍິນດີນໍາເດີ້ ກັບໜຸ່ມທີ່ປະສົບຄວາມສໍາເລັດໄວຕັ້ງແຕ່ນ້ອຍອາຍຸພຽງ 20 ປີ ສໍາລັບ ນັນ ອານັນ ເດັກກະຫຼ່ຽງທີ່ຄວ້າແຊັມຈາກລາຍການໄມທອງຄໍາ 6 ກາຍນັກຮ້ອງລູກທຸງໄທ ທີ່ມີຄວາມສາມາດຫຼາກຫຼາຍຢ່າງ ແລະ ດ້ວຍນໍ້າສຽງທີ່ມີເອກະລັກເຮັດໃຫ້ແຟນເພງມັກຮັກ ປື້ມເຂົາຢ່າງຫຼວງຫຼາຍທັງໄທ ແລະລາວ
ແລະ ຍິ່ງຖືກໃຈແຟນເພງເຂົ້າໄປອີກ ເຖິງວ່າເຂົາຈະໂດ່ງດັງເທົ່າໃດກໍຕາມ ແຕ່ກໍບໍ່ເຄີຍລືມຕົ້ນກໍາເນີດຂອງຕົນເອງເລີຍ ແລະ ປັດຈຸບັນເຂົາໄດ້ເກັບເງິນສ້າງເຮືອນໃຫ້ພໍ່ແມ່ສໍາເລັດແລ້ວ
ນັນ ອານັນ ໄດ້ບອກວ່າ ການສ້າງບ້ານໃໝ່ໃຫ້ພໍ່ກັບແມ່ນີ້ ນັນ ຄິດວ່າເກັບເງິນໄປເລື້ອຍໆກ່ອນແລ້ວຄ່ອຍໆຕໍ່ເຕີມເທື່ອລະສ່ວນ ເຖິງວ່າຈະເມື່ອຍກໍຕາມ ແຕກໍຍອມທຸກຢ່າງເພື່ອໃຫ້ຄອບຄົວສະບາຍ ມີເຮືອນງາມໆຄືຄົນອື່ນເຂົາ
ເປັນເຮືອນທ່າມກາງປ່າ ງາມ ບັນຍາກາດດີ ອ້ອມຮອບໄປດ້ວຍທໍາມະຊາດແບບບ້ານເກີດ ທັງຫຼໍ່ທັງເກັ່ງ ແລະ ເປັນລູກທີ່ກະຕັນຍູຕ້ອງໜຸ່ມ ອານັນ ໄມທອງຄໍາຄົນນີ້ແຫຼະ …