ໜຶ່ງຄົນຕໍ່ 7 ຊີວີດ, ກ່ອນຈາກໄປຢ່າງສະຫງົບ

ໜຶ່ງຄົນຕໍ່ 7 ຊີວີດ, ກ່ອນຈາກໄປຢ່າງສະຫງົບ

ໃນວັນທີ 8 ກັນຍາ 2020 ນີ້ ໄດ້ມີພິທີປານະກິດໃຫ້ທ້າວ ສັດດີຣິນ ຫຼື ນ້ອງບີວ ອາຍຸ 18 ປີ ໃນຈັງຫວັດສິງບູຣີຂອງໄທ ທີ່ເສຍຊີວິດເນື່ອງຈາກອຸບັດຕິເຫດທາງທ້ອງຖະໜົນ ຍ້ອນໝາຕັດໜ້າລົດຈັກ ເມື່ອວັນທີ 2 ກັນຍາຜ່ານມາ ມີຄົນເຫັນນ້ອງບີວ ແລະນຳໄປສົ່ງທີ່ໂຮງໝໍແຫ່ງໜຶ່ງແຕ່ນ້ອງບີວແມ່ນບໍ່ຮູ້ສຶກຕົວແລ້ວ ເນື່ອງຈາກມີພາວະເລືອດຄ້າງໃນສະໝອງ.

ນ້ອງບີວໄດ້ຈາກໄປຢ່າງສະຫງົບໃນວັນທີ4 ກໍ່ຄືສອງວັນຫຼັງເກີດເຫດ ທາງແມ່ເຖົ້າ ແລະເອື້ອຍຂອງນ້ອງບີວໄດ້ໃຫ້ນ້ອງບີວໄດ້ເຮັດບຸນອັນຍິ່ງໃຫຍ່ຂ້າມພົບຂ້າມຊາດ ຈິ່ງໄດ້ຕິດຕໍ່ແພດ ເພື່ອຂໍບໍລິຈາກອະໄວຍະວະພາຍໃນຮ່າງກາຍທີ່ຍັງສົມບູນໃຫ້ກັບຜູ້ທີ່ຕ້ອງການ ນຳໄປຕໍ່ລົມຫາຍໃຈຕໍ່ຊີວິດ ເຊິ່ງສາມາດບໍລິຈາກໄດ້ທັງໝົດ 7 ຢ່າງຄື: ດວງຕາ 2 ໜ່ວຍ, ໝາກໄຂ່ຫຼັງສອງຂ້າງ, ຫົວໃຈ1 ດວງ, ຜີວໜັງດ້ານຫຼັງເສັ້ນເລືອດ ແລະຕ່ອມນ້ຳເຫຼືອງ.

ແມ່ເຖົ້າ ແລະເອື້ອຍຂອງນ້ອງບີວເລົ່າວ່າ ໃນຄອບຄົວຂອງເພິ່ນມີນຳກັນ 4 ຄົນ ແຕ່ພໍ່ເຖົ້າຫາກໍ່ເສຍຊີວິດໄປຍັງບໍ່ທັນຄົບ 100 ວັນແລ້ວ ນ້ອງບີວກໍ່ເສຍ ສ່ວນພໍ່ແມ່ຂອງນ້ອງແມ່ນໄດ້ເສຍຊີວິດໄປດົນແລ້ວ ນ້ອງບີວເປັນເດັກດີ ດຸໝັ່ນເຮັດວຽກຊ່ວຍຄອບຄົວມາໂດຍຕະຫຼອດ ແມ່ເຖົ້າຂອງເພິ່ນມີຮ້ານຂອງເຄື່ອງການກະເສດນ້ອຍໆ ໃນມື້ເກີດເຫດທີ່ໝາຕັດໜ້າຈົນເຖິງຊີວິດກໍ່ຍ້ອນນ້ອງໄປຊື້ເຄື່ອງມາເຂົ້າຮ້ານນັ້ນເອງ.

ເຫດການໝາຕັດໜ້າລົດຂອງນ້ອງນັ້ນເຮັດໃຫ້ຫົວຖືກກະທົບຢ່າງຮຸນແຮງ ເລືອດຄ້າງໃນສະໝອງ ແລະ ສະໝອງຕາຍ ຈິ່ງປືກສາກັນວ່າຕ້ອງບໍລິຈາກອະໄວຍະວະຂອງນ້ອງໃຫ້ກັບຄົນອື່ນຕາມເຈດຕະນາຂອງນ້ອງບີວທີ່ເຄີຍບອກໄວ້ກ່ອນໜ້ານີ້ວ່າຖ້າເປັນຫຍັງໄປຈະຂໍບໍລິຈາກອະໄວຍະວະເພື່ອຊ່ວຍຄົນອື່ນ ເນື່ອງຈາກເຊື່ອວ່າໄດ້ບຸນກຸສົນຫຼາຍ ຈິ່ງເຊື່ອວ່າການບໍລິຈາກຄັ້ງນີ້ຖ້ານ້ອງຮັບຮູ້ເພິ່ນຈະພູມໃຈໃນຕົວເອງທີ່ຍັງສາມາດຕໍ່ລົມຫາຍໃຈໃຫ້ກັບຄົນອື່ນ ຖືເປັນຄວາມດີທີ່ບໍ່ປ່ອຍໃຫ້ກາຍເປັນເຖົາຖ່ານ.

ເຊິ່ງແພດໝໍລະບຸວ່າ ອະໄວຍະວະທັງໝົດຂອງນ້ອງທີ່ບໍລິຈາກໄປນັ້ນ ຈະສາມາດຊ່ວຍຕໍ່ຊີວິດໃຫ້ກັບຜູ້ອື່ນໄດ້ເຖິງ 7-8 ຄົນ ຖຶເປັນການສ້າງສິດທິປະໂຫຍດ ແລະຄຸນງາມຄວາມດີທີ່ບໍ່ມີວັນສິ້ນສຸດ ເພາະອະໄວຍະວະເຫຼົ່ານັ້ນໄດ້ຊ່ວຍໃຫ້ຄົນອື່ນສາມາດກັບມາມີຊີວິດໄດ້ປົກກະຕິ ແລະສ້າງສາທາລະນຸປະໂຫຍດໃຫ້ກັບສັງຄົມອີກຫຼວງຫຼາຍ.

ຂ່າວທົ່ວໄປ