ວັນທີ່ 17/5/2020 ເຈົ້າຂອງເຟສບຸກ : ນາງອຳມະລາລັກ ບູລົມມະວົງ ໄດ້ໂພສວ່າ :
ມື້ນີ້ສິມາແຊຮ໌ປະສົບການ ນີ້ແມ່ນໂສມໜ້າຂອງບຸກຄົນຕົ້ມຕຸນ&ສໍ້ໂກງ ທ້າວ ບຸນໄທ ບ້ານເກີດຢູ່ຫລວງພະບາງ ປະຈຸບັນຍ້າຍມາຢູ່ບ້ານ ໜອງແວງ ເມືອງ
ຫາດຊາຍຟອງ
ທີ່ມີຄວາມສາມາດຕົ້ມໄດ້ຫລາຍກວ່າ100ລ້ານກີບຜູ້ເສຍຫາຍ30ກວ່າຄົນນັບຖືໃນຄວາມສາມາດຂອງທ້າວຄົນນິຫລາຍເກັ່ງ
ນີ້ຄືບາງສ່ວນທີ່ຖືກຕົ້ມຍັງອີກຫລາຍຄົນຢູ່ທີ່ຍັງຖືກຜູ້ຊາຍຄົນນີ້ມາຫລອກຕົວະຂາຍຄອມໃນລາຄາທີ່ຖືກແຕ່ຄັນສິວ່າພວກເຮົາໂງ່ກະວ່າໄດ້ຕວັະໃຫ້ເຮົາໂອນເງີນມັດຈຳໄປກ່ອນສິນຄ້າມາຕາມຫລັງ
ຍ້ອນຄວາມຢາກໄດ້ໃຈມັກແຕ່ມັນກະເສຍຄວາມຮູ້ສຶກແຖມຍັງບໍ່ໄດ້ເງີນຄືນຕົວະໃຫ້ໂອນເງີນໄປກ່ອນແລ້ວບໍ່ເອົາເຄື່ອງມາສົ່ງໃຫ້ລູກຄ້າທີ່ແທ້ແມ່ນຜູ້ກ່ຽວຕິດເກມຕິດເຊີ້ເງີນທີ່ໂອນມັດຈຳເຄື່ອງໄປກະເອົາໄປໂອນຫລິ້ນເຊີ້ຕໍ່
ທີ່ມາໂພສໃນມື້ນິແມ່ນຢາກມາເຕືອນສະຕິຂອງຫລາຍໆຄົນໃຫ້ມີຄວາມໃຕ່ຕອງຄັກແນ່ກ່ອນສິສັ່ງເຄື່ອງອອນໄລນ໌ມັນກະມີຄົນຫວັງດີແນ່ບໍ່ຫວັງດີແນ່ ເງີນເສຍໄປແລ້ວເອົາກັບຄືນມາບໍ່ໄດ້
ຂໍແຈ້ງພີ່ນ້ອງທຸກຄົນໃຫ້ມີສະຕິໃນການສັ່ງເຄື່ອງເພາະວ່າເຮົາສັ່ງໄດ້ເປັນເດືອນແລ້ວ ບໍ່ໄດ້ເຄື່ອງ ຕັວະຫັ້ນຕັວະນີ້ໄປສູ່ມື້ ຕອນນີ້ນຳຈັບໂຕຜູ້ກ່ຽວມາດຳເນີນຄະດີໄດ້ແລ້ວ
ແຕ່ບໍ່ສາມາດໄດ້ເງີນຄືນມາຄົບຈັກກີບ ໜ້າຕາດີຮຽນສູງລະລ້າສະໜອງຄິດໄດ້ແຕ່ທໍ່ນັ້ນບໍ່ຈັ່ງແມ່ນ 0000 ງາມໜ້າ
ອ່ານແລ້ວ ແຊຣ໌ໄປເຕືອນສະຕິ
ທີ່ມາ : ນາງອຳມະລາລັກ ບູລົມມະວົງ