ຈັ່ງແມ່ນຊາດຂ້ອຍເຫຼືອໃຈນຳແພດນຳໝໍເດ ເກືອບນ້ອງຂ້ອຍຕາຍຖິ້ມ ຄົນຊ໋ອກສິຕາຍ ໃຈສິຂາດ ຂ້ອຍຟ້າວເອົາໄປໂຮງໝໍ ຫວັງເພິ່ງແພດເພິ່ງໝໍ ຄົນຈົນໃຈສິຂາດ ເອົາໄປນອນຢູ່ຕຽງ ແທນທີ່ແພດໝໍສິຟ້າວແລ່ນໃສ່ຄົນໃຈສິຂາດ ພວກເຈົ້າຄືໃຈເຢັນແທ້ ນ້ອງຂ້ອຍຫາຍໃຈຈົນບໍ່ຕິດ ອົກຊີກະບໍ່ເອົາມາໃສ່ໃຫ້ ເອົາໄປນອນຖິ້ມໄວ້ຢູ່ຕຽງ
ກະເຂົ້າໃຈຢູ່ດອກທ່ານໝໍ່ເອີຍ ວ່າຄົນເຈັບຫຼາຍ ແຕ່ຜູ້ມັນໃຈສິຂາດນີ້ຄວນຊ່ວຍຊີວິດເຂົາກ່ອນບໍ່ໄດ້ບໍ່ໃ ຂ້ອຍໄປບອກໝໍຜູ້ຍິງຜູ້ 1 ໄປເບິ່ງນ້ອງຂ້ອຍກ່ອນແນ່ໄດ້ບໍ່ ນ້ອງຂ້ອຍລາວຫາຍໃຈບໍ່ຕິດແລ້ວໄປເບິ່ງນ້ອງຂ້ອຍກ່ອນແນ່ ຄຳຕອບລາວເວົ້າວ່າ ເຈົ້າບໍ່ເຫັນບໍ່ຄົນເຈັບຫຼາຍ ຂ້ອຍຍັງຄາຄົນເຈັບ ຈັກໜ່ອຍໝໍເພິ່ນຫາກສິໄປເບິ່ງເອງດອກ
ຟ້າເອີຍທັງສີໜ້າ ທັງຄຳເວົ້າຄືຄົນບໍ່ມີການສຶກສາເອົາແທ້ເອົາວ່າ ເຫັນຂ້ອຍນຸ່ງເສື້ອຍືດໃສ່ເກີບແຕະໄປ ເຈົ້າຢ້ານຂ້ອຍບໍ່ມີເງິນຈ່າຍບໍ່ທ່ານໝໍເອີຍ ຜ່ານໄປຫຼາຍນາທີນ້ອງຂ້ອຍກະຍັງບໍ່ມີໃຜໄປເບິ່ງ ຂ້ອຍເລີຍຕັດສິນໃຈຫຸບອູ້ມນ້ອງໄປໂຮງໝໍທະຫານ ກັ້ນໃຈໄປສຸດທາງຢ້ານນ້ອງບໍ່ລອດ ມາຮອດໂຮງໝໍທະຫານເພິ່ນກະຟ້າວໃສ່ອົກຊີໃຫ້ ຕັງຊົງກະຂື້ນຮອດ 16 ຫົວໃຈກະເຕັ້ນແຮງ ເພິ່ນກະຟ້າວໃສ່ຫືດໃສ່ຢາໃຫ້ ຈັ່ງໄດ້ມີຊີວິດລອດຄືນມາ ບໍ່ແປກເລີຍທີ່ຄົນລາວມັກໄປປິ່ນປົວຢູ່ໄທ ຍ້ອນເຂົາເອົາໃຈໃສ່ ແລະໃສ່ໃຈຄົນເຈັບ.
( ອັນນີ້ບໍ່ໄດ້ກວມລວມເດີ້ສະເພາະບາງຄົນ ແພດໝໍດີໆກະມີຫຼາຍ) ຄວາມໃຈຂຶ້ນຟ້າເອີຍຕອນນັ້ນຂ້ອຍພໍຢາກຊັດໜ້າອີ່ນາຍໝໍນັ້ນພຸ້ນລະ ດີແຕ່ຂ້ອຍຕັດສິນໃຈເອົານ້ອງອອກມາກ່ອນ ຄັນປະໃຫ້ນອນຢູ່ຫັ້ນຢ້ານຕາຍຖິ້ມລ້າໆ (ໃຜຢາກຮູ້ໂຮງໝໍໃດລະອິນບ໋ອກມາໂລດ )